ເກົາຫຼີເໜືອ ຍິງຂີປະນາວຸດ ໄປຕົກໃນນ່ານນໍ້າຍີ່ປຸ່ນ ທີ່ເປັນເຂດເສດຖະກິດພິເສດ ອີກແລ້ວ - ອິດສະຫຼະ

ເກົາຫຼີເໜືອ ຍິງຂີປະນາວຸດ ໄປຕົກໃນນ່ານນໍ້າຍີ່ປຸ່ນ ທີ່ເປັນເຂດເສດຖະກິດພິເສດ ອີກແລ້ວ



ສຳນັກຂ່າວຕ່າງປະເທດລາຍງານ 04 ກໍລະກົດ 2017 ວ່າ: ກະຊວງປ້ອງກັນປະເທດເກົາຫຼີໃຕ້ອອກຖະແຫຼງການວ່າ: ເກົາຫຼີເໜືອໄດ້ຍິງຂີປະນາວຸດລູກໜຶ່ງ ເມື່ອເວລາ 09:40 ນາທີ ຕາມເວລາທ້ອງຖິ່ນ (07:40 ຕາມເວລາໃນລາວ) ໂດຍຂີປະນາວຸດຖືກຍິງຈາກຖານປະຈຳການໃນເມືອງປັງຮະຢອນ ຫ່າງຈາກນະຄອນຫຼວງປຽງຢາງໄປທາງທິດຕາເວັນຕົກສຽງເໜືອປະມານ 100 ກິໂລແມັດ ເຊິ່ງຂີປະນາວຸດເດີນທາງອອກຈາກຖານປະມານ 40 ນາທີ ຄິດໄລ່ເປັນໄລຍະທາງໄກເຖິງ 930 ກິໂລແມັດ ກ່ອນຕົກລົງໃນນ່ານນ້ຳທີ່ເປັນເຂດເສດຖະກິດພິເສດ (EEC) ຂອງຍີ່ປຸ່ນ.


No comments

Powered by Blogger.