ເກົາຫຼີເໜືອ ປະກາດຄວາມສຳເລັດໃນການທົດລອງ "ຂີປະນາວຸດຂ້າມທະວີບ" ມອບເປັນຂອງຂວັນວັນຊາດ ສ.ອາເມຣິກາ - ອິດສະຫຼະ

ເກົາຫຼີເໜືອ ປະກາດຄວາມສຳເລັດໃນການທົດລອງ "ຂີປະນາວຸດຂ້າມທະວີບ" ມອບເປັນຂອງຂວັນວັນຊາດ ສ.ອາເມຣິກາ



ລາຍງານ 05 ກໍລະກົດ 2017: ສຳນັກຂ່າວທາງການຂອງເກົາຫຼີເໜືອເຜີຍແຜ່ພາບ ແລະ ປະກາດກ່ຽວກັບການທົດລອງຂີປະນວຸດ Hwasong-14 (ດາວອັງຄານ-14) ວ່າ ປະສົບຄວາມສຳເລັດຢ່າງຈົບງາມ ໝາຍຄວາມວ່ານັບຈາກນີ້ເປັນຕົ້ນໄປເກົາຫຼີເໜືອມີຂີປະນາວຸດຂ້າມທະວີ (ICBM) ໄວ້ໃນຄອບຄອງ ທີ່ສາມາດໂຈມຕີທຸກເປົ້າໝາຍໄດ້ທຸກແຫ່ງບໍ່ວ່າຈະຢູ່ບ່ອນໃດຂອງໂລກ, ໂດຍທ່ານ ຄິມ ຈອງອຶນ ຜູ້ນຳສູງສຸດຂອງປະເທດຮຽກຂານຂີປະນາວຸດ Hwasong-14 ວ່າເປັນ "ຂອງຂວັນວັນຊາດສະຫະລັດອາເມຣິກາ" ເນື່ອງຈາກການທົດລອງທີ່ເກີດຂຶ້ນເມື່ອວັນອັງຄານ 04 ກໍລະກົດ 2017 ທີ່ຜ່ານມານັ້ນ ຖືວ່າກົງກັບວັນທີ 4 ກໍລະກົດ ທີ່ເປັນວັນຊາດຂອງ ສ.ອາເມຣິກາ ພໍດີ ແລະ ຜູ້ຊ່ຽວຊານສ່ວນໃຫຍ່ຍອມຮັບວ່າຂີປະນາວຸດ Hwasong-14 ສາມາດໂຈມຕີໄດ້ໄກເຖິງລັດອະແລສກາຂອງ ສ.ອາເມຣິກາ.

ໃນດ້ານຂອງ ສ.ອາເມຣິກາ ທ່ານ ເຣັກ ທິວເລີສັນ ລັດຖະມົນຕີກະຊວງການຕ່າງປະເທດກ່າວວ່າ ການປະກາດຄວາມສຳເລັດຄັ້ງທຳອິດໃນການທົດລອງຂີປະນາວຸດຂ້າມທະວີບ (ICBM) ຂອງເກົາຫຼີເໜືອ ຖືເປັນການຍົກລະດັບຂອງການຮຸນຮານ ແລະ ຂົ່ມຂູ່ ຈາກລັດຖະບານເກົາຫຼີເໜືອຕໍ່ ສ.ອາເມຣິກາ ຢ່າງຊັດເຈນ ແລະ ຍັງຖືວ່າເປັນອັນຕະລາຍຕໍ່ໂລກໃບນີ້ອີກດ້ວຍ, ລັດຖະບານ ສ.ອາເມຣິກາ ບໍ່ມີທາງທີ່ຈະຍອມຮັບເກົາຫຼີເໜືອໃນຖານະ "ລັດນິວເຄຼຍ" ແລະ ຂໍຮຽກຮ້ອງໃຫ້ປະຊາຄົມໂລກຮ່ວມກັນຕໍ່ຕ້ານຄວາມພະຍາຍາມດັ່ງກ່າວຂອງເກົາຫຼີເໜືອ.












No comments

Powered by Blogger.