ລັດເຊຍ - ຈີນ ຮ່ວມມືສະເໜີແຜນ ເພື່ອຫາທາງອອກໃຫ້ບັນຫາຢູ່ແຫຼມເກົາຫຼີ ທີ່ນັບມື້ນັບທະວີຄວາມເຄັ່ງຕຶງ - ອິດສະຫຼະ

ລັດເຊຍ - ຈີນ ຮ່ວມມືສະເໜີແຜນ ເພື່ອຫາທາງອອກໃຫ້ບັນຫາຢູ່ແຫຼມເກົາຫຼີ ທີ່ນັບມື້ນັບທະວີຄວາມເຄັ່ງຕຶງ



ສຳນັກຂ່າວຕ່າງປະເທດລາຍງານ 5 ກໍລະກົດ 2017 ວ່າ: ລັດຖະບານລັດເຊຍ ແລະ ຈີນຮ່ວມມືກັນດຳເນີນຄວາມພະຍາຍາມທາງການທູດ ເພື່ອຜ່ອນຄາຍສະຖານະການຄວາມເຄັ່ງຕຶງຢູ່ແຫຼມເກົາຫຼີ ອັນເນື່ອງມາຈາກໂຄງການອາວຸດນິວເຄຼຍ ແລະ ຂີປະນາວຸດຂອງເກົາຫຼີເໜືອ ດັ່ງນັ້ນ, ຈີນຈຶ່ງສະເໜີແຜນທີ່ຈະຊ່ວຍຜ່ອນຄາຍວິກິດຢູ່ແຫຼມເກົາຫຼີ ແຕ່ທັງເກົາຫຼີເໜືອ, ເກົາຫຼີໃຕ້ ແລະ ສ.ອາເມຣິກາຈະຕ້ອງລົງນາມໃນແຜນການນີ້ ເຊິ່ງກຳນົດໄວ້ວ່າ ເກົາຫຼີເໜືອຈະຕ້ອງຢຸດຕິໂຄງການຂີປະນາວຸດທັງໝົດ ໃນຂະນະທີ່ ສ.ອາເມຣິກາ ກັບ ເກົາຫຼີໃຕ້ ກໍ່ຈະຕ້ອງພ້ອມໃຈກັນຢຸດຕິການຊ້ອມຮົບຂະໜາດໃຫຍ່ ເຊິ່ງຫາກການເຄື່ອນໄຫວສອງເລື່ອງນີ້ເປັນຜົນ ກໍ່ຈະປູທາງໄປສູ່ການເຈລະຈາຫຼາຍຝ່າຍ.

ແຜນການລິເລີ່ມນີ້ເກີດຂຶ້ນໃນຖະແຫຼງການຮ່ວມທີ່ອອກໂດຍກະຊວງການຕ່າງປະເທດລັດເຊຍ ແລະ ຈີນ ພາຍຫຼັງທີ່ທ່ານ ປູຕິນ ປະທານປະເທດລັດເຊຍ ກັບ ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ທີ່ເດີນທາງຢ້ຽມຢາມນະຄອນຫຼວງມົດສະກູ ໄດ້ຮ່ວມກັນປຶກສາຫາລືຫຼາຍບັນຫາທີ່ວັງເຄຼມລິນໃນນະຄອນຫຼວງມົດສະກູ.

ຖະແຫຼງການຮ່ວມລະບຸວ່າ ສະຖານະການໃນພູມມິພາກສະທ້ອນໃຫ້ເຫັນເຖິງຜົນປະໂຫຍດແຫ່ງຊາດຂອງທັງສອງປະເທດ ດັ່ງນັ້ນ, ລັດເຊຍກັບຈີນຈຶ່ງຕ້ອງປະຕິບັດໜ້າທີ່ຮ່ວມກັນຢ່າງໃກ້ຊິດ ເພື່ອນຳໄປສູ່ການຫາທາງອອກຂອງບັນຫາທີ່ຊັບຊ້ອນຂອງແຫຼມເກົາຫຼີໃນທຸກວິທີທາງທີ່ເຮັດໄດ້.













No comments

Powered by Blogger.