ສ.ອາເມຣິກາ ປະກາດຢູ່ໃນທ່າກຽມພ້ອມປ້ອງກັນຕົນເອງ ແລະ ປະເທດພັນທະມິດຈາກເກົາຫຼີເໜືອ - ອິດສະຫຼະ

ສ.ອາເມຣິກາ ປະກາດຢູ່ໃນທ່າກຽມພ້ອມປ້ອງກັນຕົນເອງ ແລະ ປະເທດພັນທະມິດຈາກເກົາຫຼີເໜືອ



ສຳນັກຂ່າວຕ່າງປະເທດລາຍງານ 5 ກໍລະກົດ 2017 ວ່າ: ກະຊວງປ້ອງກັນປະເທດສະຫະລັດອາເມຣິກາ ປະກາດພ້ອມທີ່ຈະປົກປ້ອງຕົນເອງ ແລະ ປະເທດພັນທະມິດ ຈາກການຂົ່ມຂູ່ ແລະ ຮຸກຮານຂອງເກົາຫຼີເໜືອ ພ້ອມກັບປະນາມເກົາຫຼີເໜືອທີ່ຍິງຂີປະນາວຸດຂ້າມທະວີບ (ICBM) ໃນມື້ວານນີ້ 04/07/2017.

ທ່ານນາງ ດານາ ໄວ ໂຄສົກກະຊວງປ້ອງກັນປະເທດ ສ.ອາເມຣິກາ ກ່າວວ່າ ກະຊວງປ້ອງກັນປະເທດ ສ.ອາເມຣິກາ ຢູ່ໃນສະຖານະທີ່ກຽມພ້ອມຮັບມື້ກັບການຮຸກຮານຂອງເກົາຫຼີເໜືອ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະປົກປ້ອງປະເທດພັນທະມິດຢ່າງເຕັມທີ່ ເຊິ່ງໝາຍເຖິງເກົາຫຼີໃຕ້ ແລະ ຍີ່ປຸ່ນ.

ທ່ານ ເຣັກ ທິວເລີສັນ ລັດຖະມົນຕີກະຊວງການຕ່າງປະເທດ ສ.ອາເມຣິກາ ກໍ່ໄດ້ອອກຖະແຫຼງການປະນາມເກົາຫຼີເໜືອເຊັ່ນກັນ ພ້ອມທັງຮຽກຮ້ອງໃຫ້ທົ່ວໂລກໃຊ້ມາດຕະການເພີ່ມ ເພື່ອຢຸດຕິການຮຸກຮານຈາກເກົາຫຼີເໜືອ ແລະ ທ່ານຍັງໄດ້ກ່າວວ່າ ການກະທຳດັ່ງກ່າວຂອງເກົາຫຼີເໜືອຖືເປັນການເພີ່ມລະດັບການຮຸກຮານຕໍ່ ສ.ອາເມຣິກາ ແລະ ກຸ່ມປະເທດພັນທະມິດຂອງ ສ.ອາເມຣິກາ ລວມທັງພູມມິພາກຕ່າງໆ ແລະ ທົ່ວໂລກ, ສ.ອາເມຣິກາ ບໍ່ສາມາດຍອມຮັບສະຖານະເກົາຫຼີເໜືອທີ່ຄອບຄອງອາວຸດນິວເຄຼຍໃນຂະນະນີ້ໄດ້.

ສ່ວນໃນດ້ານຂອງທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການອົງການສະຫະປະຊາຊາດ (ສປຊ) ອອກຖະແຫຼງປະນາມເກົາຫຼີເໜືອຢ່າງຮຸນແຮງ ພາຍຫຼັງທີ່ເກົາຫຼີເໜືອຍິງຂີປະນາວຸດຂ້າມທະວີບພ້ອມທັງລະບຸວ່າ ການກະທຳດັ່ງກ່າວຂອງເກົາຫຼີເໜືອ ລະເມີດມະຕິຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ແລະ ເຮັດໃຫ້ສະຖານະການລະຫວ່າງປະເທດຢູ່ໃນອັນຕະລາຍ ນອກຈາກນີ້ ເລຂາທິການ ສປຊ ຍັງໄດ້ຮຽກຮ້ອງໃຫ້ຜູ້ນຳເກົາຫຼີເໜືອຢຸດຕິການກະທຳທີ່ເປັນການຍຸຍົງ ແລະ ຂໍໃຫ້ດຳເນີນການຕາມຂໍ້ຕົກລົງລະຫວ່າງປະເທດ.

ເຊິ່ງເກົາຫຼີເໜືອ ກໍ່ໄດ້ປະກາດຄວາມສຳເລັດໃນການທົດລອງຂີປະນາວຸດຂ້າມທະວີບ (ICBM) ເປັນຄັ້ງທຳອິດໃນມື້ວານນີ້ 04/07/2017 ພາຍຫຼັງຈາກທີ່ໄດ້ຍິງຂີປະນາວຸດໄປຕົກໃນນ່ານນໍ້າເຂດເສດຖະກິດພິເສດຂອງຍີ່ປຸ່ນ ເຊິ່ງຖືເປັນຄວາມຄືບໜ້າຄັ້ງສຳຄັນຂອງເກົາຫຼີເໜືອ ໃນການພັດທະນາອາວຸດທາງຍຸດທະສາດ ເພື່ອສ້າງຄວາມເຂັ້ມແຂງໃຫ້ກອງທັບ ແລະ ປ່ຽນແປງດຸນອຳນາດໃນແຫຼມເກົາຫຼີ.

ສຳນັກຂ່າວທາງການຂອງເກົາຫຼີເໜືອລາຍງານວ່າ ຂີປະນາວຸດທີ່ທົດລອງຄືຂີປະນາວຸດຂ້າມທະວີບ Hwasong-14 ໂດຍໃນລະຫວ່າງການທົດລອງນັ້ນ ຂີປະນາວຸດໄດ້ຖືກຍິງຂຶ້ນສູ່ໃນລະດັບຄວາມສູງເຖິງ 2,802 ກິໂລແມັດຈາກພື້ນດິນ ແລະ ເຄື່ອນທີ່ໄປໃນອາກາດລວມໄລຍະທາງ 933 ກິໂລແມັດ ກ່ອນທີ່ຈະຕົກລົງໃນທະເລຍີ່ປຸ່ນ.

ໃນດ້ານຂອງກະຊວງປ້ອງກັນປະເທດຍີ່ປຸ່ນລະບຸວ່າ ຂີປະນາວຸດ Hwasong-14 ຂອງເກົາຫຼີເໜືອມີໄລຍະການຍິງໄດ້ໄກພຽງພໍ ທີ່ຈະສາມາດໂຈມຕີເປົ້າໝາຍໃນ ສ.ອາເມຣິກາ ໄດ້.

No comments

Powered by Blogger.