ດ່ວນ...! ສ.ອາເມຣິກາ - ເກົາຫຼີໃຕ້ ເປີດສາກຊ້ອມຮົບຍິງຂີປະນາວຸດ ກຽມຮັບມືກັບເກົາຫຼີເໜືອ - ອິດສະຫຼະ

ດ່ວນ...! ສ.ອາເມຣິກາ - ເກົາຫຼີໃຕ້ ເປີດສາກຊ້ອມຮົບຍິງຂີປະນາວຸດ ກຽມຮັບມືກັບເກົາຫຼີເໜືອ



ສຳນັກຂ່າວຕ່າງປະເທດລາຍງານ 5 ກໍລະກົດ 2017 ວ່າ: ພົນເອກ ວິນເຊ ບຣູດ ຜູ້ບັນຊາການກອງທັບສະຫະລັດອາເມຣິກາ ປະຈຳເກົາຫຼີໃຕ້ກ່າວໃນມື້ນີ້ວ່າ: ໄດ້ມີການຈຳລອງເຫດການສະຖານະການໃນກໍລະນີທີ່ເກີດການໂຈມຕີດ້ວຍຂີປະນາວຸດຈາກເກົາຫຼີເໜືອ ແຕ່ກອງທັບ ສ.ອາເມຣິກາ ປະຕິເສດທີ່ຈະໃຫ້ຂໍ້ມູນກ່ຽວກັບສະຖານທີ່ເຝິກຊ້ອມຢ່າງຊັດເຈນ ໂດຍລະບຸພຽງວ່າຢູ່ແຄມຝັ່ງທະເລຕາເວັນອອກ ແຕ່ເປີດເຜີຍວ່າ ໄດ້ນຳຂີປະນາວຸດລະດັບຍຸດທະວິທີ MGM-140 ຮ່ວມເຝິກຊ້ອມ, ສ່ວນກອງທັບເກົາຫຼີໃຕ້ນຳຂີປະນາວຸດ Hyunmoo-2 ຮ່ວມເຝິກຊ້ອມ ແລະ ຂີປະນາວຸດທັງສອງແບບສາມາດໂຈມຕີເປົ້າໝາຍໄດ້ຢ່າງແມ້ນຢຳ ເຊິ່ງບົ້ງບອກເຖິງປະສິດທິພາບຂັ້ນສູງຂອງກອງທັບທັງສອງປະເທດໃນການໂຈມຕີ ເພື່ອຮັບມື້ຈາກການຮຸກຮານຂອງຄູ່ຕໍ່ສູ້.

ການເຄື່ອນໄຫວດັ່ງກ່າວຂອງກອງທັບ ສ.ອາເມຣິກາ ແລະ ເກົາຫຼີໃຕ້ ເກີດຂຶ້ນພາຍຫຼັງທີ່ເກົາຫຼີເໜືອປະກາດຄວາມສຳເລັດໃນການທົດສອບຂີປະນາວຸດ Hwasong-14 ໃນມື້ວານນີ້ 04/07/2017 ເຊິ່ງເປັນຂີປະນາວຸດຂ້າມທະວີບ (ICBM) ທີ່ມີໄລຍະການຍິງໄດ້ໄກເຖິງ ສ.ອາເມຣິກາ, ຂະນະທີ່ສຳນັກຂ່າວທາງການຂອງເກົາຫຼີເໜືອລາຍງານວ່າ ທ່ານ ຄິມ ຈອງອຶນ ຜູ້ນຳສູງສຸດຂອງປະເທດຕ້ອງການໃຫ້ການທົດລອງ ICBM ຄັ້ງນີ້ເປັນ "ຂອງຂວັນຊາດວັນ ສ.ອາເມຣິກາ" ແລະ ກ່າວຢໍ້າວ່າໃນອະນາຄົດເກົາຫຼີເໜືອ ຄວນເພີ່ມຄວາມຖີ່ໃນການ "ສົ່ງຂອງຂວັນ" ໃຫ້ແກ່ ສ.ອາເມຣິກາ ເພື່ອບໍ່ໃຫ້ອີກຝ່າຍຮູ້ສຶກເບື່ອໜ່າຍຈົນເກີນໄປ.

ໃນດ້ານຂອງທ່ານ ເຣັກ ທິວເລີສັນ ລັດຖະມົນຕີກະຊວງການຕ່າງປະເທດ ສ.ອາເມຣິກາ ປະນາມສະຖານະການທີ່ເກີດຂຶ້ນຢ່າງຮຸນແຮງວ່າ ເກົາຫຼີເໜືອເປັນໄພຮຸກຮານທີ່ຮ້າຍແຮງຕໍ່ ສ.ອາເມຣິກາ ແລະ ພັນທະມິດທີ່ສຸດ ແລະ ຮຽກຮ້ອງໃຫ້ປະຊາຄົມໂລກເພີ່ມຄວາມຮ່ວມມືໃນການຢຸດຢັ້ງຄວາມພະຍາຍາມດ້ານນິວເຄຼຍຂອງເກົາຫຼີເໜືອ.




No comments

Powered by Blogger.