ເງິນກອງທຶນທາງທຸກໆ 520 ກີບ/ລີດ ທີ່ປະຊາຊົນຈ່າຍໄປກັບການຊື້ນ້ຳມັນເຊື້ອໄຟເອົາໄປໃສ່ ເຫດໃດນະຄອນຫຼວງວຽງຈັນຈຶ່ງຈະສ້າງຕັ້ງກອງທຶນທາງຊໍ້າຊ້ອນ ປະຊາຊົນຕ້ອງການຄຳຕອບ - ອິດສະຫຼະ

ເງິນກອງທຶນທາງທຸກໆ 520 ກີບ/ລີດ ທີ່ປະຊາຊົນຈ່າຍໄປກັບການຊື້ນ້ຳມັນເຊື້ອໄຟເອົາໄປໃສ່ ເຫດໃດນະຄອນຫຼວງວຽງຈັນຈຶ່ງຈະສ້າງຕັ້ງກອງທຶນທາງຊໍ້າຊ້ອນ ປະຊາຊົນຕ້ອງການຄຳຕອບ



ພາຍຫຼັງທີ່ສະພານະຄອນຫຼວງວຽງຈັນ ຮັບຮອງສ້າງຕັ້ງກອງທຶນທາງປະຊາຊົນ ໂດຍຈະເກັບເງິນກັບຜູ້ໃຊ້ລົດເກືອບທຸກປະເພດໃນນະຄອນຫຼວງວຽງຈັນ ແລະ ລົດຕ່າງແຂວງທີ່ເຂົ້າມາເຄື່ອນໄຫວໃນນະຄອນຫຼວງວຽງຈັນ ເພື່ອເອົາເງິນຈຳນວນດັ່ງກ່າວ ສ້າງຕັ້ງກອງທຶນທາງປະຊາຊົນ ເຊິ່ງຈະໃຊ້ເພື່ອຊຳລະໜີ້ຄ່າສ້າງທາງ, ບູລະນະປົວແປງທາງ ແລະ ສ້າງທາງໃໝ່, ໄດ້ເຮັດໃຫ້ເກີດສຽງວິພາກວິຈານຈາກພໍ່ແມ່ປະຊາຊົນໃນສັງຄົມອອນລາຍເປັນວົງກວ້າງວ່າ ການສ້າງຕັ້ງກອງທຶນດັ່ງກ່າວເປັນການຊໍ້າຊ້ອນໃນສິ່ງທີ່ມີຢູ່ແລ້ວຫຼືບໍ່ ແລະ ການນຳກົດອັດຕາທີ່ສູງໃນໄລຍະເວລາພຽງບໍ່ພໍເທົ່າໃດປີຄືດັ່ງກ່າວ ເປັນການເລັ່ງລັດເກີນໄປຫຼືບໍ່ ອັນຈະສ້າງຄວາມເດືອດຮ້ອນໃຫ້ກັບປະຊາຊົນທີ່ຫາເຊົ້າກິນຄ່ຳ ນອກຈາກນີ້, ປະຊາຊົນສ່ວນໃຫຍ່ຍັງເປັນຫ່ວງໃນເລື່ອງຂອງການບໍລິຫານຈັດການວ່າ ຈະເປັນໄປໃນຮູບແບບໃດ ແລະ ຈະມີຄວາມໂປ່ງໃສ່ພຽງໃດ.

ເຊິ່ງອີກຕາມລະບຽບການທີ່ປະຕິບັດຜ່ານມາກ່ຽວກັບຄ່າທຳນຽມທາງໃນ ສປປ.ລາວ ຂອງພວກເຮົານັ້ນ, ເທົ່າທີ່ຮູ້ກັນດີນັ້ນກໍ່ຄື ການເສຍຄ່າທຳນຽມທາງປົກກະຕິທຸກໆປີ ທີ່ມີການອອກໃບເສຍຄ່າທາງໂດຍ ກົມສວຍສາອາກອນ ກະຊວງການເງິນເປັນຜູ້ເກັບຈາກພາຫະນະຊະນິດຕ່າງໆທີ່ແລ່ນຕາມເສັ້ນທາງ, ນອກຈາກນີ້ປະຊາຊົນລາວທຸກໆຄົນທີ່ເຊື້ອນ້ຳມັນເຊື້ອໄຟໃນປະເທດກໍ່ລ້ວນແລ້ວແຕ່ຕ້ອງໄດ້ເສຍເງິນເຂົ້າກອງທຶນທາງທຸກໆ 520 ກີບຕໍ່ນ້ຳມັນ 1 ລີດທີ່ຊື້ ເຊິ່ງການນຳກົດດັ່ງກ່າວກໍ່ເປັນການກຳນົດຮ່ວມລະຫວ່າງ ກົມພາສີ ແລະ ກົມສວຍສາອາກອນ ກະຊວງການເງິນ ແລະ ກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ.

ເຊິ່ງລາຍລະອຽດຂອງໂຄງສ້າງລາຄານ້ຳມັນເຊື້ອໄຟໃນ ສປປ.ລາວ ມີຄືດັ່ງນີ້:

• ພາສີນຳເຂົ້າ
- ແອັດຊັງພິເສດ ລາຄານຳເຂົ້າ x 20%
- ແອັດຊັງທຳມະດາ ລາຄານຳເຂົ້າ x 15%
- ກາຊວນ ລາຄານຳເຂົ້າ x 5%

• ອາກອນຊົມໃຊ້ຂາເຂົ້າ
- ແອັດຊັງພິເສດ (ລາຄານຳເຂົ້າ + ພາສີນຳເຂົ້າ) x 35%
- ແອັດຊັງທຳມະດາ (ລາຄານຳເຂົ້າ + ພາສີນຳເຂົ້າ) x 30%
- ກາຊວນ (ລາຄານຳເຂົ້າ + ພາສີນຳເຂົ້າ) x 20%

• ອາກອນມູນຄ່າເພີ່ມ
- ແອັດຊັງພິເສດ (ລາຄານຳເຂົ້າ + ພາສີນຳເຂົ້າ + ອາກອນຊົມໃຊ້) x 10%
- ແອັດຊັງທຳມະດາ (ລາຄານຳເຂົ້າ + ພາສີນຳເຂົ້າ + ອາກອນຊົມໃຊ້) x 10%
- ກາຊວນ (ລາຄານຳເຂົ້າ + ພາສີນຳເຂົ້າ + ອາກອນຊົມໃຊ້) x 10%

• ກອງທຶນທາງ
- ແອັດຊັງພິເສດ 520 ກີບ/ລີດ
- ແອັດຊັງທຳມະດາ 520 ກີບ/ລີດ
- ກາຊວນ 520 ກີບ/ລີດ

• ຄວາມສ່ຽງ
- ແອັດຊັງພິເສດ 28 ກີບ/ລີດ
- ແອັດຊັງທຳມະດາ 28 ກີບ/ລີດ
- ກາຊວນ 28 ກີບ/ລີດ

• ສິ້ນເປືອງ
- ແອັດຊັງພິເສດ 148 ກີບ/ລີດ
- ແອັດຊັງທຳມະດາ 148 ກີບ/ລີດ
- ກາຊວນ 148 ກີບ/ລີດ

• ມິດເຕີ
- ແອັດຊັງພິເສດ 22 ກີບ/ລີດ
- ແອັດຊັງທຳມະດາ 22 ກີບ/ລີດ
- ກາຊວນ 22 ກີບ/ລີດ

• ກວດສອບຄຸນນະພາບ
- ແອັດຊັງພິເສດ 32 ກີບ/ລີດ
- ແອັດຊັງທຳມະດາ 32 ກີບ/ລີດ
- ກາຊວນ 32 ກີບ/ລີດ

• ຄັງແຮ
- ແອັດຊັງພິເສດ 500 ກີບ/ລີດ
- ແອັດຊັງທຳມະດາ 500 ກີບ/ລີດ
- ກາຊວນ 500 ກີບ/ລີດ

• ກຳໄລຂາຍຍົກ
- ແອັດຊັງພິເສດ 100 ກີບ/ລີດ
- ແອັດຊັງທຳມະດາ 100 ກີບ/ລີດ
- ກາຊວນ 100 ກີບ/ລີດ

• ອາກອນມູນຄ່າເພີ່ມມອບຕື່ມ
- ແອັດຊັງພິເສດ 135 ກີບ/ລີດ
- ແອັດຊັງທຳມະດາ 135 ກີບ/ລີດ
- ກາຊວນ 135 ກີບ/ລີດ

• ບໍລິການປໍ້າ
- ແອັດຊັງພິເສດ 200 ກີບ/ລີດ
- ແອັດຊັງທຳມະດາ 200 ກີບ/ລີດ
- ກາຊວນ 200 ກີບ/ລີດ

• ກຳໄລຂາຍຍ່ອຍ ເພີ່ມ/ຫຼຸດ
- ແອັດຊັງພິເສດ (100) ກີບ/ລີດ
- ແອັດຊັງທຳມະດາ (100) ກີບ/ລີດ
- ກາຊວນ (100) ກີບ/ລີດ

ຕົວຢ່າງ: ລາຄານຳເຂົ້ານ້ຳມັນ ແອັດຊັງພິເສດ 3,500 ກີບ/ລີດ ທ່ານຈະໄດ້ຈ່າຍເງິນຊື້ຍ່ອຍໃນລາຄາດັ່ງນີ້:
- ພາສີນຳເຂົ້າ: 3,500 x 20% = 700
- ອາກອນຊົມໃຊ້ (3,500 + 700) x 35% = 1470
- ອາກອນມູນຄ່າເພີ່ມ: (3,500 + 700 + 1470) x 10% = 567
- ກອງທຶນທາງ: (3,500 + 700 + 1,470 + 567) + 520 = 6,237
- ຄວາມສ່ຽງ: 6,237 + 28 = 6,265
- ສິ້ນເປືອງ: 6,265 + 148 = 6,413
- ມິດເຕີ: 6,413 + 22 = 6,435
- ກວດຄຸນນະພາບ: 3,635 + 32 = 6,467
- ຄັງແຮ: 6,467 + 500 = 6,967
- ກຳໄລຂາຍຍົກ: 6,967 + 100 = 7,067
- ອາການມູນຄ່າເພີ່ມມອບຕື່ມ: 7,067 + 135 = 7,202
- ບໍລິການປໍ້າ: 7,202 + 200 = 7,402
- ກຳໄລຂາຍຍ່ອຍ: 7,402 + 100 = 7,502

ສະຫຼຸບແລ້ວ: ຖ້າລາຄານ້ຳມັນຊະນິດ ແອັດຊິງພິເສດ ມີລາຄານຳເຂົ້າຢູ່ທີ່ລາຄາ 3,500 ກີບ/ລີດ ຈາກການຄິດໄລ່ພາສີ-ອາກອນ ແລະ ມູນຄ່າສ່ວນເພີ່ມອື່ນໆ ທ່ານຈະໄດ້ຊື້ໃນລາຄາ 7,502 ກີບ/ລີດ


No comments

Powered by Blogger.