ສ.ອາເມຣິກາ ຂົ່ມຂູ່ພ້ອມໃຊ້ກຳລັງທາງການທະຫານຕໍ່ເກົາຫຼີເໜືອ ຫາກຈຳເປັນ - ອິດສະຫຼະ

ສ.ອາເມຣິກາ ຂົ່ມຂູ່ພ້ອມໃຊ້ກຳລັງທາງການທະຫານຕໍ່ເກົາຫຼີເໜືອ ຫາກຈຳເປັນ



ສຳນັກຂ່າວຕ່າງປະເທດລາຍງານ 6 ກໍລະກົດ 2017 ວ່າ: ທ່ານນາງ ນິກກີ ເຮລີ ເອກອັກຄະລັດຖະທູດສະຫະລັດອາເມຣິກາ ປະຈຳສະຫະປະຊາຊາດ (UN) ກ່າວຕໍ່ກອງປະຊຸມຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ເມື່ອວັນພຸດທີ່ຜ່ານມາວ່າ ການທີ່ເກົາຫຼີເໜືອທົດລອງຂີປະນາວຸດຂ້າມທະວີບ (ICBM) Hwasong-14 ເມື່ອວັນອັງຄານທີ່ຜ່ານມາ ແລະ ມີໄລຍະການຍິງໄດ້ໄກເຖິງລັດອະແລສກາ ສ.ອາເມຣິກາ ນັ້ນ ຖືໄດ້ວ່າເກືອບເປັນການປິດໂອກາດຂອງຄວາມເປັນໄປໄດ້ທີ່ຈະໃຊ້ວີທີການທູດ ເພື່ອຜ່ອນຄາຍບັນຍາກາດຄວາມເຄັ່ງຕຶງຢູ່ແຫຼມເກົາຫຼີ ແລະ ສ.ອາເມຣິກາ ຢູ່ໃນຖານະພ້ອມສຳລັບການປ້ອງກັນຕົນເອງ ແລະ ປົກປ້ອງພັນທະມິດໃນພູມມິພາກ.


ເຊິ່ງທ່ານນາງ ເຮລີ ຢືນຢັນວ່າ ສ.ອາເມຣິກາ ຍັງຄົງໃຫ້ຄວາມສຳຄັນກັບການເພີ່ມາດຕະການຂວໍ້າບາດທາງເສດຖະກິດຕໍ່ເກົາຫຼີເໜືອເພີ່ມອີກ ແລະ ຫຼີກລ້ຽງການປະເຊີນໜ້າທາງທະຫານໃຫ້ຫຼາຍທີ່ສຸດ ແຕ່ຫາກຢູ່ໃນສະຖານະການທີ່ຈຳເປັນຕ້ອງເຮັດ ສ.ອາເມຣິກາ ພ້ອມໃຊ້ມາດຕະການທາງທະຫານຕໍ່ອີກຝ່າຍ ພ້ອມທັງຮຽກຮ້ອງໃຫ້ຈີນເພີ່ມການສະແດງບົດບາດຢ່າງຈິງຈັງກວ່າເກົ່າ.


ໃນຂະນະທີ່ທ່ານ ຫຼິວ ຈີອີ້ ເອກອັກຄະລັດຖະທູດຈີນປະຈຳສະຫະປະຊາຊາດກ່າວຄັດຄ້ານການໃຊ້ມາດຕະການທາງທະຫານຕໍ່ເກົາຫຼີເໜືອຢ່າງເດັດຂາດ.


ໃນດ້ານຂອງທ່ານ ວະລາດີເມຍ ຊາຟຣອບຄັອບ ເອກອັກຄະລັດຖະທູດລັດເຊຍປະຈຳສະຫະປະຊາຊາດກ່າວວ່າ ການຂະຫຍາຍຂອບເຂດມາດຕະການຂວໍ້າບາດບໍ່ແມ່ນທາງອອກ ການເຈລະນາຄືທາງອອກທີ່ດີທີ່ສຸດ.


ເຊິ່ງ UNSC ໄດ້ອອກມາດຕະການຂວໍ້າບາດຕໍ່ເກົາຫຼີເໜືອແລ້ວ 6 ຄັ້ງ ນັບຕັ້ງແຕ່ເກົາຫຼີເໜືອທົດລອງລະເບີດນິວເຄຼຍເປັນຄັ້ງທຳອິດເມື່ອປີ 2006.


No comments

Powered by Blogger.