ລັດເຊຍຍິງຈະຫຼວດລຸ້ນໃໝ່ຫຼ້າສຸດ Kh-101 ໂຈມຕີທີ່ໝັ້ນ IS ໃນຊີຣີ ທຳລາຍສູນບັນຊາການ ແລະ ສາງອາວຸດຈຳນວນຫຼາຍ - ອິດສະຫຼະ

ລັດເຊຍຍິງຈະຫຼວດລຸ້ນໃໝ່ຫຼ້າສຸດ Kh-101 ໂຈມຕີທີ່ໝັ້ນ IS ໃນຊີຣີ ທຳລາຍສູນບັນຊາການ ແລະ ສາງອາວຸດຈຳນວນຫຼາຍ



ສຳນັກຂ່າວຕ່າງປະເທດລາຍງານ 6 ກໍລະກົດ 2017 ວ່າ: ກະຊວງປ້ອງກັນປະເທດລັດເຊຍອອກຖະແຫຼງການມື້ວານນີ້ 05/07/2017 ວ່າ: ຍົນຖິ້ມລະເບີດ Tu-95MS ໄດ້ຍິງຈະຫຼວດແບບຮ່ອນຈາກອາກາດສູ່ພື້ນລຸ້ນໃໝ່ຫຼ້າສຸດ Kh-101 ໂຈມຕີເປົ້າໝາຍເຂດທີ່ໝັ້ນກຸ່ມ IS ໃນເມືອງອາກີບັດ ບໍລິເວນຮອຍຕໍ່ລະຫວ່າງແຂວງຮາມາ ແລະ ແຂວງຮອມ ໃນຊີຣີ ທຳລາຍສາງອາວຸດ 3 ແຫ່ງ ແລະ ປ້ອມບັນຊາການອີກ 1 ແຫ່ງ, ໂດຍຍົນ Tu-95MS ໄດ້ບິນຂຶ້ນຈາກຖານປະຈຳການທາງພາກຕາເວັນຕົກສຽງໃຕ້ຂອງລັດເຊຍ ແລະ ເຕີມນ້ຳມັນເຊື້ອໄຟກາງອາກາດ ກ່ອນຈະຍິງ Kh-101 ໂຈມຕີໃນໄລຍະຫ່າງຈາກເປົ້າໝາຍປະມານ 1,000 ກິໂລແມັດ.

ຖະແຫຼງການກ່າວອີກວ່າ Kh-101 ສາມາດໂຈມຕີເປົ້າໝາຍໄດ້ໃນໄລຍະໄກເຖິງ 4,500 ກິໂລແມັດ ແລະ ສາມາດຕິດຫົວຮົບນິວເຄຼຍໄດ້ ແລະ ຍົນ Tu-95MS ໄດ້ບັນທຸກ Kh-101 ອອກປະຕິບັດການໄດ້ຄັ້ງລະ 8 ລູກ, ເຖິງຢ່າງໃດກໍ່ຕາມກະຊວງປ້ອງກັນປະເທດລັດເຊຍບໍ່ໄດ້ເປີດເຜີຍວ່າ ມີຍົນບິນອອກຮ່ວມປະຕິບັດການໂຈມຕີຄັ້ງນີ້ຈັກລຳ ພຽງແຕ່ກ່າວ່າ Tu-95MS ໄດ້ຮັບການຄຸ້ມກັນໂດຍຝູງຍົນຮົບ Su-30SM ຈາກຖານທັບອາກາດຂອງລັດເຊຍ ໃນແຂວງລາຄາເກຍຂອງຊີຣີ.

ກອງທັບລັດເຊຍເລີ່ມປະຕິບັດການໂຈມຕີທາງອາກາດໃນຊີຣີ ຕັ້ງແຕ່ເດືອນກັນຍາ ປີ 2015 ເພື່ອສະໜັບສະໜູນລັດຖະບານຊີຣີຂອງປະທານປະເທດ ທ່ານ ບາຊາ ແອວ-ອັສຊາດ ແລະ ໄດ້ໃຊ້ໂອກາດນີ້ທຳການທົດລອງອາວຸດລຸ້ນໃໝ່ໆ ລວມທັງຈະຫຼວດຮ່ອນພິໄສໄກ ທີ່ນຳອອກມາໃຊ້ໃນສົງຄາມສູ້ຮົບເປັນຄັ້ງທຳອິດ.

ການສະແດງເຖິງຂີດຄວາມສາມາດຂອງ Kh-101 ເກີດຂຶ້ນກ່ອນກຳນົດພຽງ 2 ວັນ ທີ່ທ່ານ ປູຕິນ ປະທານປະເທດລັດເຊຍ ແລະ ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດອາເມຣິກາ ມີກຳນົດພົບປະເຈລະຈາກັນຕົວຕໍ່ຕົວເປັນຄັ້ງທຳອິດ ລະຫວ່າງການປະຊຸມສຸດຍອດກຸ່ມປະເທດເສດຖະກິດຂະຫຍາດໃຫຍ່ G-20 ທີ່ເມືອງຮຳບາກ ປະເທດເຢຍລະມັນ.



No comments

Powered by Blogger.