ລາວ-ເກົາຫຼີໃຕ້ ປຶກສາຫາລືຂະຫຍາຍໂອກາດທຸລະກິດຜ່ານ E-Commerce - ອິດສະຫຼະ

ລາວ-ເກົາຫຼີໃຕ້ ປຶກສາຫາລືຂະຫຍາຍໂອກາດທຸລະກິດຜ່ານ E-Commerce



ສຳນັກຂ່າວສານປະເທດລາວລາຍງານວ່າ: ສປປ.ລາວ - ເກົາຫຼີໃຕ້ ສືບຕໍ່ເພີ່ມທະວີການຮ່ວມມືໃນຍຸກໂລກາພິວັດທີ່ພວມປະເຊີນໜ້າກັບສິ່ງທ້າທາຍໃນອະນາຄົດ ດ້ວຍວິທີສ້າງໂອກາດ ແລະ ຂະຫຍາຍທຸລະກິດໃນຮູບແບບການຄ້າຜ່ານສື່ອີເລັກໂຕຣນິກ ຂະນະທີ່ເກົາຫຼີໃຕ້ຍັງແມ່ນຄູ່ຮ່ວມມືສຳຄັນທີ່ສຸດ ແລະ ເປັນປະເທດທີ່ມີການລົງທຶນອັນດັບ 4 ຈາກການຈັດອັນດັບຂອງຜູ້ລົງທຶນຕ່າງປະເທດໃນ ສປປ.ລາວ.

ໂດຍເຫັນໄດ້ຄວາມສຳຄັນດັ່ງກ່າວນັ້ນ ກະຊວງແຜນການ ແລະ ການລົງທຶນ ຮ່ວມມືກັບ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ສູນອາຊຽນ-ເກົາຫຼີ ຈັດກອງປະຊຸມສ້າງຂີດຄວາມສາມາດກ່ຽວກັບໂອກາດ ຂະຫຍາຍທຸລະກິດໃນຮູບແບບ E-commerce ຫຼື ການດຳເນີນທຸລະກິດຜ່ານສື່ອີເລັກໂຕຣນິກຂຶ້ນໃນວັນທີ 05 ກໍລະກົດ 2017 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ຄຳລຽນ ພົນເສນາ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ຄິມ ຢອງ-ຊຸນ ເລຂາທິການໃຫຍ່ສູນອາຊຽນ-ເກົາຫຼີ ແລະ ທ່ານ ຢຸນ ຄາງ-ຮະຢອງ ເອກອັກຄະລັດຖະທູດເກົາຫຼີໃຕ້ປະຈຳ ສປປ.ລາວ ພ້ອມດ້ວຍນັກທຸລະກິດລາວ ແລະ ເກົາຫຼີໃຕ້ເຂົ້າຮ່ວມ.

ທ່ານ ຄຳລຽນ ພົນເສນາໄດ້ກ່າວວ່າ: ການຂະຫຍາຍທຸລະກິດໃນຮູບແບບການດຳເນີນທຸລະກິດຜ່ານສື່ອີເລັກໂຕຣນິກ (ການຊື້-ຂາຍອອນລາຍ) ແມ່ນວຽກງານໜຶ່ງທີ່ລັດຖະບານໄດ້ສົ່ງເສີມ ແລະ ເຫັນວ່າມີໂອກາດທີ່ຈະຂະຫຍາຍທຸລະກິດໄດ້ໄວ ເນື່ອງຈາກວ່າປັດຈຸບັນວິສາຫະກິດພາຍໃນລາວນັ້ນ ຫຼາຍກວ່າ 90% ແມ່ນວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ ເມື່ອມີການຄ້າຂາຍແບບ E-Commerce ເກີດຂຶ້ນຈະເຮັດໃຫ້ເກີດມີການແຂ່ງຂັນຫຼາຍຂຶ້ນຈາກການເປີດເສລີທາງການຄ້າ ແລະ ການບໍລິການ. ການແຂ່ງຂັນດັ່ງກ່າວນີ້ຈະເຮັດໃຫ້ວິສາຫະກິດມີການພັດທະນາ ເພື່ອສາມາດແຂ່ງຂັນກັບບັນດາປະເທດໃນພາກພື້ນ ແລະ ສາກົນ, ແນວໃດກໍ່ດີການເຮັດທຸລະກິດໃນຮູບແບບ E-Commerce ນີ້ຍັງຖືເປັນບັນຫາໃໝ່ ແລະ ຍັງມີຄວາມທ້າທາຍຫຼາຍສຳລັບຄົນລາວ ເປັນຕົ້ນແມ່ນປະຊາຊົນສ່ວນໃຫຍ່ຍັງບໍ່ມີຄວາມເຂົ້າໃຈໃນການເຮັດການຊື້-ຂາຍອອນລາຍຢ່າງເປັນລະບົບ.

ອີກຢ່າງໜຶ່ງການເຂົ້າເຖິງລະບົບອິນເຕີເນັດແມ່ນຍັງບໍ່ທົ່ວເຖິງ, ຍັງຂາດຄວາມຮູ້ຄວາມສາມາດທາງດ້ານສາພາອັງກິດ ເຮັດໃຫ້ການຊື້-ຂາຍອອນລາຍຍັງມີຄວາມຫຍຸ້ງຍາກ, ປັດຈຸບັນການຊື້-ຂາຍຜ່ານ facebook, Line ແລະ Instagram ກຳລັງເປັນທີ່ແຜ່ຫຼາຍ ໂດຍສະເພາະແມ່ນໄວໜຸ່ມລາວ ເຊິ່ງການຊື້-ຂາຍໃນລັກສະນະນີ້ແມ່ນບໍ່ເປັນໄປຕາມລະບົບ E-Commerce ແລະ ມີຄວາມສ່ຽງສູງ.

ກອງປະຊຸມຄັ້ງນີ້ຜູ້ເຂົ້າຮ່ວມໄດ້ຮັບຟັງຫຼາຍບັນຫາສຳຄັນເຊັ່ນ: ກາລະໂອກາດໃນການຂະຫຍາຍທຸລະກິດໃນຮູບແບບ E-Commerce ຢູ່ ສປປ.ລາວ, ຮັບຟັງຍຸດທະສາດການພັດທະນາ E-Commerce ຂອງປະເທດເກົາຫຼີໃຕ້, ບັນດານະໂຍບາຍ ແລະ ໂອກາດໃນການດຳເນີນທຸລະກິດໃນຮູບແບບ E-Commerce ໃນຂະແໜງອຸດສາຫະກຳຂອງລາວ, ການເລີ່ມຕົ້ນໃນການສ້າງຕັ້ງທຸລະກິດ ສຳລັບວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ ແລະ ຫົວຂໍ້ອື່ນໆ.

ຕາມຂໍ້ມູນສອງຝ່າຍໄດ້ມີການເປີດເຜີຍວ່າ: ປັດຈຸບັນນີ້ການລົງທຶນຂອງເກົາຫຼີໃຕ້ ໃນ ສປປ.ລາວ ມີມູນຄ່າທັງໝົດ 800 ລ້ານໂດລາສະຫະລັດ, ມີທັງໝົດ 250 ກວ່າໂຄງການ ແລະ ຈັດເປັນອັບດັບ 4 ຂອງການລົງທຶນຕ່າງປະເທດ, ຂະນະທີ່ການຄ້າສອງຝ່າຍລະຫວ່າງລາວ ແລະ ເກົາຫຼີໃຕ້ມີປະມານ 200 ລ້ານໂດລາສະຫະລັດ, ໃນນັ້ນ ສປປ.ລາວ ສົ່ງອອກສິນຄ້າບັນລຸ 22 ລ້ານກວ່າໂດລາສະຫະລັດ ທີ່ກ່ຽວຂ້ອງກັບກາເຟ, ແຮ່ທາດ ແລະ ອື່ນໆ, ສ່ວນເກົາຫຼີໃຕ້ສົ່ງອອກມາ ສປປ.ລາວ ບັນລຸ 170 ລ້ານໂດລາສະຫະລັດປະກອບມີ ເຄື່ອງອີເລັກໂຕຣນິກ, ລົດ, ອາໄຫຼ່, ວັດສະດຸກໍ່ສ້າງ ແລະ ອື່ນໆ.

No comments

Powered by Blogger.