ສປປ.ລາວ ຮ່ວມກັບທະນາຄານໂລກ ລິເລີ່ມຂັ້ນຕອນປະເມີນຄວາມສ່ຽງລະດັບຊາດດ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ - ອິດສະຫຼະ

ສປປ.ລາວ ຮ່ວມກັບທະນາຄານໂລກ ລິເລີ່ມຂັ້ນຕອນປະເມີນຄວາມສ່ຽງລະດັບຊາດດ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ



ສປປ.ລາວ ຮ່ວມກັບທະນາຄານໂລກ ໄດ້ຈັດຕັ້ງກອງປະຊຸມລິເລີ່ມຂັ້ນຕອນການຈັດຕັ້ງປະຕິບັດການປະເມີນຄວາມສ່ຽງລະດັບຊາດດ້ານວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ເຊິ່ງໄດ້ຈັດຂຶ້ນລະຫວ່າງວັນທີ 4-7 ກໍລະກົດ 2017 ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເປັນປະທານຂອງທ່ານ ພົນຕີ ກົງທອງ ພົງພິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຮອງປະທານຄະນະກຳມະການແຫ່ງຊາດເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າ (ຄຕຟງ), ຫົວໜ້າຄະນະຊີ້ນຳລວມການປະເມີນຄວາມສ່ຽງລະດັບຊາດ, ພ້ອມນີ້ກໍ່ມີທ່ານ ໄນເຈວ ຊ່ຽວຊານຈາກທະນາຄານໂລກປະຈຳປະເທດລາວ ພ້ອມດ້ວຍທີມງານ, ບັນດາຄະນະອະນຸກຳມະການການປະເມີນຄວາມສ່ຽງລະດັບຊາດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຕະຫຼອດໄລຍະການປະຊຸມຜ່ານມາ, ບັນດານັກເຝິກອົບຮົມໄດ້ພ້ອມກັນເຂົ້າໃຈເຖິງພາບລວມຂອງຄວາມສ່ຽງລະດັບຊາດດ້ານວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໂດຍມີໄພຂົ່ມຂູ່ດ້ານການຟອກເງິນ (ML), ຄວາມບອບບາງທີ່ສາມາດສະຫຼຸບໄດ້ວ່າ: ຕ້ອງປະເມີນໄພຂົ່ມຂູ່ ແລະ ຄວາມບອບບາງເພື່ອນຳໃຊ້ວິທີດຳເນີນງານແບບເນັ້ນໃສ່ຄວາມສ່ຽງ; ເພື່ອຈັດສັນຊັບພະຍາກອນການຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ຢ່າງມີປະສິດທິຜົນ ແລະ ເພື່ອຫຼຸດຜ່ອນຄວາມສ່ຽງຂອງການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ML/TF), ນອກຈາກນີ້ຍັງຈະເຮັດບົດເຝິກຫັດກ່ຽວກັບການລະດົມຄວາມຄິດເຂົ້າໃນວຽກງານທີ່ກ່ຽວຂ້ອງກັບຄວາມສ່ຽງຂອງ ML/TF ແລະ ການປະເມີນຄວາມສ່ຽງລະດັບຊາດດ້ານວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (NRA) ໃນ ສປປ.ລາວ; ການສັງລວມວຽກງານ NRA; ການນຳສະເໜີສັງລວມຄຳແນະນຳຂອງທະນາຄານໂລກ ໃນການນຳໃຊ້ເຄື່ອງມີການເຮັດ NRA ແລະ ຂັ້ນຕອນໃນການເຮັດ NRA.

ນອກຈາກນີ້ ນັກເຝິກອົບຮົບຍັງມີການເຮັດວຽກເປັນກຸ່ມ ເຊິ່ງມີການສົນທະນາໂດຍມີ 8 ຄະນະຄື: ການປະເມີນຄວາມສ່ຽງດ້ານການຟອກເງິນທີ່ອາດເກີດຂຶ້ນ, ການປະເມີນມາດຕະການເພື່ອປ້ອງກັນຄວາມສ່ຽງທີ່ອາດເກີດຂຶ້ນ, ຂະແໜງການທະນາຄານ, ຂະແໜງການຫຼັກຊັບ, ຂະແໜງການປະກັນໄພ, ສະຖາບັນການເງິນ, ສະຖາບັນທີ່ບໍ່ນອນໃນຂະແໜງການເງິນ ແລະ ການເຂົ້າເຖິງແຫຼ່ງທຶນ. ໃນຂະນະດຽວກັນນັ້ນ, ກອງປະຊຸມດັ່ງກ່າວຍັງມີການຖາມ-ຕອບ ແລະ ສົນທະນາ ລວມທັງການຮຽນຮູ້ບົດຮຽນ NRA ຈາກປະເທດອື່ນ ແລະ ຜົນຕອບຮັບຈາກການເຝິກອົບຮົບໃນຄັ້ງນີ້ຕື່ມອີກ.

ທ່ານ ພົນຕີ ກົງທອງ ວົງພິຈິດ ໄດ້ເນັ້ນວ່າ: ການເຝິກອົບຮົມກ່ຽວກັບເຄື່ອງມືທີ່ໃຊ້ໃນການປະເມີນຄວາມສ່ຍງລະດັບຊາດດ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍໃນຄັ້ງນີ້ ເຫັນວ່າມີຄວາມສຳຄັນຢ່າງຍິ່ງ, ບໍ່ສະເພາະແຕ່ເປັນການໃຫ້ຄວາມຮູ້ກ່ຽວກັບການປະເມີນຄວາມສ່ຽງລະດັບຊາດທີ່ຕິດພັນກັບວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍເທົ່ານັ້ນ ແຕ່ມັນຍັງເປັນພື້ນຖານໃຫ້ແກ່ບັນດາຂະແໜງການປະເມີນຂະແໜງການຂອງຕົນ ເພື່ອຊອກຮູ້ຂໍ້ບົກຜ່ອງ, ຂໍ້ຄົງຄ້າງ ແລະ ຊອກຫາວິທີແກ້ໄຂໃນຕໍ່ໜ້າ.

ການປະເມີນຄວາມສ່ຽງລະດັບຊາດໃນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ເປັນການຈັດຕັ້ງປະຕິບັດຕາມຂໍ້ແນະນຳທີ 1 "ການປະເມີນຄວາມສ່ຽງ ແລະ ຂະບວນການບໍລິຫານຄວາມສ່ຽງ" ຂອງ 40 ຂໍ້ແນະນຳໃໝ່ຂອງອົງການຕ້ານການຟອກເງິນສາກົນໃຫ້ໄດ້ຕາມມາດຕະຖານສາກົນ ເຊິ່ງບັນດາປະເທດທີ່ເປັນສະມາຊິກຂອງອົງການຕ້ານການຟອກເງິນສາກົນ ຫຼື ບັນດາປະເທດທີ່ເປັນສະມາຊິກຂອງອົງການຍ່ອຍຂອງອົງການດັ່ງກ່າວເວົ້າລວມ, ເວົ້າສະເພາະແມ່ນອົງການຕ້ານການຟອກເງິນໃນຂົງເຂດອາຊີ-ປາຊີຟິກຈະຕ້ອງໄດ້ມີການຈັດຕັ້ງປະຕິບັດກ່ອນມີການປະເມີນຜົນຮອບດ້ານ ເຊິ່ງ ສປປ.ລາວ ມີວາລະໃນການປະເມີນຜົນກ່ຽວກັບວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍຮອບທີ 02 ໃນສົກປີ 2020-2021.

No comments

Powered by Blogger.