ທ່ານນາຍົກລັດຖະມົນຕີ ອອກຄຳສັ່ງສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໄລຍະ 6 ເດືອນຕົ້ນປີ, ວຽກງານຈຸດສຸມ 6 ເດືອນທ້າຍປີ ແລະ ກະກຽມແຜນການ ປະຈຳປີ 2018 - ອິດສະຫຼະ

ທ່ານນາຍົກລັດຖະມົນຕີ ອອກຄຳສັ່ງສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໄລຍະ 6 ເດືອນຕົ້ນປີ, ວຽກງານຈຸດສຸມ 6 ເດືອນທ້າຍປີ ແລະ ກະກຽມແຜນການ ປະຈຳປີ 2018



ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ອອກຄຳສັ່ງເລກທີ 10/ນຍ ລົງວັນທີ 03/07/2017 ວ່າດ້ວຍການສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໄລຍະ 6 ເດືອນຕົ້ນປີ, ວຽກງານຈຸດສຸມ 6 ເດືອນທ້າຍປີ 2017 ແລະ ກະກຽມສ້າງແຜນການ ປະຈຳປີ 2018 ພ້ອມທັງເປັນການກະກຽມສະຫຼຸບກາງສະໄໝການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ທັນກຳນົດເວລາ ແລະ ສາມາດນຳສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ VIII ເພື່ອຮັບອງ ທ່ານນາຍົກລັດຖະມົນຕີໄດ້ອອກຄຳສັ່ງດັ່ງນີ້:

I. ການສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາໄລຍະ 6 ເດືອນຕົ້ນປີ 2017
1.1 ການສະຫຼຸບດ້ານເສດຖະກິດມະຫາພາກ
1.1.1 ໃຫ້ກະຊວງແຜນການ ແລະ ການລົງທຶນເປັນໃຈກາງປະສານສົມທົບກັບກະຊວງການເງິນ, ທະນາຄານແຫ່ງ ສປປ.ລາວ, ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕີລາຄາສະພາບເສດຖະກິດມະຫາພາກຢ່າງພາວະວິໄສ ແລະ ຈະແຈ້ງເປັນຕົ້ນ: ລວມຍອດມູນຄ່າຜະລິດຕະພັນພາຍໃນ (GDP), ອັດຕາເງິນເຟີ້, ອັດຕາແລກປ່ຽນ, ລາຍຮັບ-ລາຍຈ່າຍງົນປະມານ,​ ການລົງທຶນ, ການສົ່ງອອກ-ນຳເຂົ້າ ແລະ ອື່ນໆ, ພ້ອມທັງສະເໜີມາດຕະການແກ້ໄຂ ເພື່ອຮັກສາສະຖຽນລະພາບເສດຖະກິດມະຫາພາກໃຫ້ໝັ້ນທ່ຽງ

1.1.2 ໃຫ້ກະຊວງການເງິນສົມທົບກັບຂະແໜງການ ແລະ ທ້ອງຖິ່ນສະຫຼຸບ ແລະ ຕີລາຄາການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ, ສະພາບໜີ້ສິນພາຍນອກ, ໜີ້ພາຍໃນ, ການຊຳລະໜີ້ສິນ, ບັນດານະໂຍບາຍ, ມາດຕະການ, ລະບຽບການຕ່າງໆກ່ຽວກັບສະພາບການຈັດເກັບລາຍຮັບ ແລະ ການຄຸ້ມຄອງລາຍຈ່າຍ ແລະ ການປະຕິບັດລະບຽບວິໄນການເງິນ, ການປະຕິບັດນະໂຍບາຍພາສີ, ອາກອນ, ຄ່າທຳນຽມຕ່າງໆ

1.1.3 ໃຫ້ທະນາຄານແຫ່ງ ສປປ.ລາ ສະຫຼຸບ ແລະ ຕີລາຄາການຈັດຕັ້ງປະຕິບັດບັນດານະໂຍບາຍ ແລະ ມາດຕະການຮັກສາສະຖຽນລະພາບເງິນຕາແຫ່ງຊາດເປັນຕົ້ນ ແຜນການຈໍລະຈອນເງິນຕາ, ປະລິມານເງິນ (M2), ສະພາບການຄຸ້ມຄອງອັດຕາແລກປ່ຽນ ເປັນຕົ້ນ: ຄວາມແຕກຕ່າງລະຫວ່າງອັດຕາແລກປ່ຽນຂອງທະນາຄານ ແລະ ຮ້ານແລກປ່ຽນຕະຫຼາດນອກລະບົບ, ການປະຕິບັດນະໂຍບາຍອັດຕາດອກເບ້ຍທັງເງິນຝາກ ແລະ ເງິນກູ້, ການປ່ອຍສິນເຊື່ອ, ສະພາບໜີ້ເສຍ, ໜີ້ດ້ອຍຄຸນນະພາບ ແລະ ໜີ້ຄຸນນະພາບ, ການປະຕິບັດວຽກງານຄຸ້ມຄອງທະນາຄານທຸລະກິດ, ສະຖາບັນການເງິນ, ການເຄື່ອນໄຫວວຽກງານຕະຫຼາດທຶນ, ການສະໜອງສິນເຊື່ອເຂົ້າໃນເມືອງທຸກຍາກ, ຄອບຄົວທຸກຍາກ ໂດຍສະເພາະແມ່ນທະນາຄານນະໂຍບາຍ, ສະພາບການສະໜອງທຶນ ແລະ ກຳນົດອັດຕາດອກເບ້ຍໃຫ້ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ, ຄຸນການຊຳລະກັບຕ່າງປະເທດ (BOP), ຄັງສຳຮອງເງິນຕາຕ່າງປະເທດ, ການຄຸ້ມຄອງຈຳໜ່າຍພັນທະບັດລັດຖະບານ, ຕີລາຄາສະພາບເງິນຕານອກລະບົບ ແລະ ອື່ນໆ ນະໂຍບາຍ ແລະ ມາດຕະການແກ້ໄຂຕ່າງໆ.

1.2 ການສະຫຼຸບວຽກງານພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກ ແລະ ວຽກງານ 3 ສ້າງ
- ມອບໃຫ້ກະຊວງກະສິກຳ ແລະ ປ່າໄມ້ໃນນາມເປັນຜູ້ປະສານງານກ່ຽວກັບວຽກງານພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກສົມທົບກັບຂະແໜງການ ໂດຍສະເພາະຂະແໜງສຶກສາທິການ, ສາທາລະນະສຸກ, ໂຍທາທິການ ແລະ ຂົນສົ່ງ, ຂະແໜງພະລັງງານ ແລະ ພາກສ່ວນທີ່ກ່ຽວຂ້ອງ ສະຫຼຸບຕີລາຄາສະພາບການພັດທະນາຊົນນະບົດ ແລະ ການແກ້ໄຂຄວາມທຸກຍາກທົ່ວປະເທດ ໂດຍສະເພາະອັດຕາຄອບຄົວທຸກຍາກ, ຈຳນວນບ້ານ ແລະ ເມືອງທຸກຍາກ, ບ້ານພັດທະນາ ໃນແຕ່ລະຈຸດສຸມ; ສະພາບການຜະລິດ, ການປູກຝັງ, ການລ້ຽງສັດ ທີ່ເປັນຕົ້ຕໍ, ສະາພບຄວາມຄືບໜ້າ ແລະ ຂໍ້ຄົງຄ້າງຂອງແຕ່ລະໜ້າວຽກໃນວຽກງານພັດທະນາຊົນນະພາບ ແລະ ລົບລ້າງຄວາມທຸກຍາກ; ການນຳໃຊ້ກອງທຶນພັດທະນາຂອງບ້ານ, ທຶນຊ່ວຍເຫຼືອຕ່າງໆ, ສະຫຼຸບສະພາບການຈັດຕັ້ງປະຕິບັດວຽການຢູ່ເຂດຈຸດສຸມຂອງລັດຖະບານ, ເຂດຈຸດສຸມຂອງທ້ອງຖິ່ນ, ການຈັດສັນພູມລຳເນົາ ແລະ ບ່ອນທຳມາຫາກິນ ໂດຍສັງລວມໃຫ້ເຫັນຈຸດີ, ຈຸດອ່ອນ, ຂໍ້ຄົງຄ້າງພ້ອມທັງບົດຮຽນທີ່ຖອດຖອນໄດ້ ແລະ ກຳນົດບັນດາມາດຕະການສືບຕໍ່ແກ້ໄຂ

- ໃຫ້ກະຊວງພາຍໃນເປັນໃຈກາງປະສານສົມທົບກັບບັນດາຂະແໜງການ ແລະ ທ້ອງຖິ່ນ ໃນການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ 3 ສ້າງ ໃນຂອບເຂດທົ່ວປະເທດ ແລະ ວຽກງານກໍ່ສ້າງຮາກຖານການເມືອງ

1.3 ການສະຫຼຸບແຜນການລົງທຶນ
ໃຫ້ກະຊວງແຜນການ ແລະ ການລົງທຶນ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ສະຫຼຸບການຈັດຕັ້ງປະຕິບັດສະພາບການລົງທຶນໂດຍລວມ ໂດຍໄຈ້ແຍກໃຫ້ເຫັນລະອຽດຜົນສຳເລັດໃນການຈັດຕັ້ງປະຕິບັດ, ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ແກ້ໄຂ ເຊິ່ງລາຍລະອຽດໃຫ້ກຳນົດໃນບົດແນະນຳຂອງກະຊວງແຜນການ ແລະ ການລົງທຶນ ໃນນັ້ນໃຫ້ເອົາໃຈໃສ່ບາງຈຸດັ່ງນີ້:

1.3.1 ໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນຕີລາຄາສະພາບການຄຸ້ມຄອງ ແລະ ການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ ໄລຍະ 6 ເດືອນຕົ້ນປີ 2017 ເປັນຕົ້ນ: ຄວາມຄືບໜ້າຂອງໜ້າວຽກ, ການຊຳລະດ້ວຍແຫຼ່ງຕ່າງໆ, ໂຄງການໃດສຳເລັດແລ້ວ, ໂຄງການໃດກຳລັງສືບຕໍ່ ພ້ອມທັງສະເໜີວິທີການແກ້ໄຂ ຊຸກຍູ້ໂຄງການທີ່ມີບັນຫາ ແລະ ດຳເນີນການຊັກຊ້າ; ບ້ວງເລື່ອນຈ່າຍ 500 ຕື້ກີບ; ບ້ອງທຶນອື່ນໆ ແລະ ບ້ອງຈົດຮັບ-ຈົດຈ່າຍ ໄລຍະ 6 ເດືອນຕົ້ນປີ 2017; ສະຫຼຸບສະພາບການຄຸ້ມຄອງ ແລະ ປະຕິບັດບັນດາໂຄງການຕ່າງໆ. ພ້ອມນີ້ກໍ່ໃຫ້ສະຫຼຸບສັງລວມບັນດາໂຄງການລົງທຶນຂອງລັດທີ່ນຳໃຊ້ເງິນກູ້ຢືມຈາກທະນາຄານ ສົ່ງໃຫ້ກະຊວງແຜນການ ແລະ ການລົງທຶນ ສັງລວມແລ້ວລາຍງານລັດຖະບານ ເພື່ອຄົ້ນຄວ້າແກ້ໄຂດ້ວຍຮູບແບບອວ່າຍໜີ້ 3 ແຈ.

1.3.2 ໃຫ້ກະຊວງແຜນການ ແລະ ການລົງທຶນ ສະຫຼຸບສັງລວມຜົນການກວດກາບັນດາໂຄງການນອກແຜນຕາມບັນຊີຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາລັດຖະບານ ສົກປີ 2013-2014 ໂດຍແຍກເປັນໝວດໂຄງການລະອຽດ ວ່າມີຈັກໂຄງການທີ່ມີປະສິດທິພາບ ແລະ ປະສິດທິຜົນ?. ມີຈັກໂຄງການບໍ່ມີປະສິດທິຜົນ?, ໂຄງການໃດຄວນໂຈະໄວ້ກ່ອນ ແລະ ໂຄງການໃດຄວນປັບມູນຄ່າໂຄງການລົງທຶນ ເພື່ອສະເໜີລາຍງານລັດຖະບານ ແລະ ອົງການກວດກາລັດຖະບານພິຈາລະນາຄືນ.

1.3.3 ລາຍງານສະພາບການພັດທະນາ, ການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດນະໂຍບາຍການລົງທຶນ, ການນຳໃຊ້ແຮງງານໃນແຕ່ລະເຂດເສດຖະກິດພິເສດ ແລະ ເສດຖະກິດສະເພາະໃນທົ່ວປະເທດ, ການຄຸ້ມຄອງດ້ວຍລະບົບເອເລັກໂຕຣນິກ ໂດຍໃຫ້ຕີລາຄາຮອບດ້ານໃນການສ້າງຕັ້ງເຂດໃຫ້ຊັດເຈນວ່າມີຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ພ້ອມທັງສະເໜີມາດຕະການປັບປຸງແກ້ໄຂຕໍ່ຂັ້ນເທິງ ເພື່ອພິຈາລະນາ

1.4 ສຳລັບບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ໃນຂົງເຂດເສດຖະກິດ, ສັງຄົມ ແລະ ບໍລິຫານລັດ ຕ້ອງໄດ້ສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງຂະແໜງຕົນຮັບຜິດຊອບໃນ 6 ເດືອນຕົ້ນປີ 2017 ແລ້ວສົ່ງໃຫ້ກະຊວງແຜນການ ແລະ ການລົງທຶນເພື່ອສັງຄົມລາຍງານລັດຖະບານດັ່ງນີ້:

1.4.1 ໃຫ້ກະຊວງກະສິກຳ-ປ່າໄມ້ ລາຍງານສະພາບການຜະລິດກະສິກຳ, ປ່າໄມ້, ເຄື່ອງປ່າຂອງດົງທີ່ເປັນທ່າແຮງຂະບວນການຜະລິດກະສິກຳສະອາດ ແລະ ກະສິກຳປອດສານພິດ, ການສົ່ງເສີມການຜະລິດ, ການຄົ້ນຄວ້າ ແລະ ຜະລິດແນວພັນພືດ-ສັດ, ການຄຸ້ມຄອງປ່າໄມ້ ແລະ ຊັບພະຍາກອນໄມ້, ການສ້ອມແປງ ແລະ ກໍ່ສ້າງວຽກງານຊົນລະປະມານ, ການເພີ່ມຂຶ້ນຂອງເນື້ອທີ່ຮັບນ້ຳຊົນລະປະທານ ແລະ ອື່ນໆ; ພ້ອມທັງເປັນໃຈກາງປະສານສົມທົບກັບພາກສ່ວນກ່ຽວຂ້ອງສະຫຼຸບລາຍງານການຈັດຕັ້ງປະຕິບັດໂຄງການຄ້ຳປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ, ການປຸງແຕ່ງຜະລິດຕະພັນກະສິກຳ

1.4.2 ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ສະຫຼຸບຕີລາຄາການຊຸກຍູ້ສົ່ງເສີມການພັດທະນາບັນດາຜະລິດຕະພັນ ແລະ ມູນຄ່າຂອງອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ, ອຸດສາຫະກຳໂດຍສະເພາະວັດສະດຸກໍ່ສ້າງ, ອຸດສາຫະກຳອາຫານ ແລະ ເຄື່ອງດື່ມ, ອຸດສາຫະກຳແຜ່ນແພ, ການອະນຸມັດສ້າງຕັ້ງ ແລະ ການຕິດຕາມຄຸ້ມຄອງການດຳເນີນທຸລະກິດຂອງບໍລິັດກິດຈະການທົ່ວໄປ, ການຄຸ້ມຄອງລາຄາສິນຄ້າອຸປະໂພກບໍລິໂພກ ແລະ ສິນຄ້າຍຸດທະສາດ, ວຽກງານສົ່ງເສີມການຜະລິດ ແລະ ວຽກງານວິສາຫະກິດຂະໜາດນ້ອຍ ແລະ ກາງ, ການນຳເຂົ້າ-ສົ່ງອອກ, ສະພາບຂອງການຄ້າຊາຍແດນ ແລະ ມູນຄ່າສິນຄ້າສົ່ງອອກ ແລະ ການຄ້ານອກລະບົບ, ການຮ່ວມມື ແລະ ເຊື່ອມໂຍງການຄ້າກັບພາກພື້ນ ແລະ ສາກົນ ພ້ອມທັງລາຍງານ ແລະ ຕີລາຄາສະພາບການແຂ່ງຂັນ ແລະ ຄວາມຫຼາກຫຼາຍຂອງສິນຄ້າທັງພາຍໃນ ແລະ ພາຍນອກ.

1.4.3 ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ລາຍງານຕົວເລກຄາດໝາຍການຜະລິດ, ການສົ່ງອອກ-ນຳເຂົ້າກະແສໄຟຟ້າ, ອັດຕາການຊົມໃຊ້ໄຟຟ້າ, ການຈັດຕັ້ງປະຕິບັດບັນດາໂຄງການກໍ່ສ້າງເຂື່ອນໄຟຟ້າຕ່າງໆທີ່ໄດ້ອະນຸມັດ, ການຄຸ້ມຄອງໂຄງການທີ່ອະນຸມັດຂຸດຄົ້ນແຮ່ທາດຕ່າງໆ, ການຜະລິດ ແລະ ສົ່ງອອກແຮ່ທາດ ໂດຍໃຫ້ເຫັນລະອຽດແຮ່ທາດເປັນທ່າແຮງ ແລະ ແຮ່ທາດໃດທີ່ຄວນສຸມໃສ່ ເພື່ອຍົກມູນຄ່າຜະລິດຕະພັນໃຫ້ສູງຂຶ້ນ, ການຄຸ້ມຄອງ ແລະ ປັບປຸງສະພາບແວດລ້ອມຢູ່ເຂດຂຸດຄົ້ນ ແລະ ປະຕິບັດໂຄງການ, ມາດຕະການແກ້ໄຂ.

1.4.4 ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງສະຫຼຸບຕີລາຄາການຈໍລະຈອນໂດຍສານ, ຈໍລະຈອນສິນຄ້າ, ບໍລິການຜ່ານ, ການຄຸ້ມຄອງພາຫະນະ, ສະພາບການຄຸ້ມຄອງ ແລະ ສ້ອມແປງເສັ້ນທາງ, ການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆເປັນຕົ້ນ: ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ, ການກໍ່ສ້າງ ແລະ ສ້ອມແປງທີ່ນຳໃຊ້ກອງທຶນທາງ, ສະເໜີທິດທາງ ພ້ອມທັງມາດຕະການປັບປຸງແກ້ໄຂໃນຕໍ່ໜ້າ ເພື່ອໃຫ້ໜ່ວຍງານເຫຼົ່ານີ້ເຂັ້ມແຂງຂຶ້ນ ແລະ ມີການຄຸ້ມຄອງທີ່ມີປະສິດທິຜົນສູງຂຶ້ນ

1.4.5 ໃຫ້ກະຊວງສຶກສາທິການ ແລະ ກີລາ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກີລາໂດຍສະເພາະແມ່ນການພັດທະນາຄຸນນະພາບການສຶກສາສາຍສາມັນ ແລະ ອາຊີວະສຶກສາ, ການຄຸ້ມຄອງໂຮງຮຽນເອກະຊົນ ໂດຍສະເພາະແມ່ນການສຶກສາຊັ້ນສູງ ແລະ ວິຊາຊີບ ແມ່ນໃຫ້ປະເມີນການຮຽການສອນຢ່າງເປັນປົກກະຕິ ເພື່ອຍົກສູງຄຸນນະພາບ, ການປະຕິບັດນະໂຍບາຍການຊັບຊ້ອນ ແລະ ການຊຸກຍູ້ຄູໃນເຂດຫ່ງໄກສອກຫຼີກ ແລະ ອື່ນໆ, ທັງໝົດທີ່ກ່າວມາຂ້າງເທິງນັ້ນ ຕ້ອງຕີລາຄາໃຫ້ເຫັນດ້ານດີທີ່ຕ້ອງສືບຕໍ່, ດ້ານອ່ອນຂໍ້ຄົງຄ້າງ ແລະ ມາດຕະການແກ້ໄຂໃນຕໍ່ໜ້າ ເພື່ອພັດທະນາການສຶກສາໃຫ້ໄດ້ມາດຕະຖານສາກົນ

1.4.6 ໃຫ້ກະຊວງສາທາລະນະສຸກ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດຍຸດທະສາດປະຕິຮູບສາທາລະນະສຸກໄລຍະ II ໂດຍສ່ອງແສງໃຫ້ເຫັນຈຸດີ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ມາດຕະການແກ້ໄຂໃນຕໍ່ໜ້າ; ໃຫ້ປະເມີນຄືນການປະຕິບັດນະໂຍບາຍການປິ່ນປົວສຸຂະພາບແບບບໍ່ເສຍຄ່າ ແລະ ລະບົບປະກັນສຸຂະພາບ ໃຫ້ເຫັນໄດ້ຢ່າງຊັດເຈນດ້ານດີ, ດ້ານອ່ອນ ແລະ ບົດຮຽນກທີ່ຖອດຖອນໄດ້.

1.4.7 ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສະຫຼຸບສະພາບການພັດທະນາສີມືແຮງງານ; ການສ້າງວຽກເຮັດງານທຳ ແລະ ການສົ່ງເສີມອາຊີບ. ຕີລາຄາໃຫ້ໄດ້ເຖິງຊ່ອງຫວ່າງຄວາມຕ້ອງການແຮງງານ ແລະ ການສະໜອງແຮງງານທັງປະລິມານ ແລະ ຄຸນນະພາບ; ໃຫ້ຕີລາຄາສະພາບການອອກແຮງງານລາວຢູ່ຕ່າງປະເທດ ແລະ ການຄຸ້ມຄອງແຮງງານຕ່າງປະເທດທີ່ເຂົ້າມາ ສປປ.ລາວ ໂດຍໃຫ້ເຫັນຈະແຈ້ງດ້ານດີ ແລະ ຜົນກະທົບຕໍ່ສັງຄົມພ້ອມທັງສະເໜີມາດຕະການແກ້ໄຂ. ການປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານຕໍ່ປະເທດຊາດ, ການປະຕິບັດວຽກງານເກັບກູ້ລະເບີດບໍ່ທັນແຕກ ໂດຍສະແດງໃຫ້ເຫັນຄວາມຄືບໜ້າ ແລະ ຂໍ້ຄົງຄ້າງແນວໃດ ເພື່ອເຮັດໃຫ້ປະຊາຊົນບັນດາເຜົ່າໄດ້ດຳລົງຊີວິດທີ່ປອດໄພ

1.4.8 ໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສະຫຼຸບຕີລາຄາສະພາບການພັດທະນາວຽກງານຖະແຫຼງຂ່າວສື່ມວນຊົນ ໂດຍສະເພາະແມ່ນຕ້ອງສ່ອງແສງໃຫ້ເຫັນການພັດທະນາດ້ານຄຸນນະພາບຂອງສື່ມວນຊົນ ເພື່ອສືບຕໍ່ເສີມຂະຫຍາຍ  ແລະ ຊອກຫາທາງປັບປຸງແກ້ໄຂຈຸດອ່ອນຂໍ້ຄົງຄ້າໃນຕໍ່ໜ້າ ທີ່ສຳຄັນແມ່ນຕ້ອງຕີລາຄາໃຫ້ໄດ້ຢ່າງຈະແຈ້ງກ່ຽວກັບປັດໄຈ ແລະ ສິ່ງເອື້ອອຳນວຍໃນການດຶງດູດນັກທ່ອງທ່ຽວເຂົ້າມາ ສປປ.ລາວ ເພື່ອສາມາດດຶງດູດເອົານັກທ່ອງທ່ຽວທີ່ມີຄຸນນະພາບຫຼາຍຂຶ້ນ, ທັງເປັນການອະນຸລັກຮັກສາ ແລະ ສົ່ງເສີມຮີດຄອງປະເພນີ ວັດທະນະທຳ ແລະ ສະພາບແວດລ້ອມຢູ່ ສປປ.ລາວ

1.4.9 ໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສະຫຼຸບສະພາບການຄຸ້ມຄອງການນຳໃຊ້ທີ່ດິນ, ການສຳຫຼວດ ແລະ ອອກໃບຕາດິນ; ການຄຸ້ມຄອງໂຄງການສຳປະທານ, ການປະເມີນສິ່ງແວດລ້ອມ,​ ການຄຸ້ມຄອງຊັບພະຍາກອນນ້ຳ ແລະ ວຽກງານອື່ນໆໂດຍຕີລາຄາໃຫ້ເຫັນຂໍ້ຄົງຄ້າງ, ສະເໜີມາດຕະການ ແລະ ວິທີການແກ້ໄຂ ເພື່ອໃຫ້ການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມມີປະສິດທິຜົນ ແລະ ມີຄວາມຍືນຍົງ

1.5 ໃຫ້ກະຊວງວິທະຍາສາດ ແລະ ເຕັກໂນໂລຊີຕີລາຄາຢ່າງພາວະວິໄສກ່ຽວກັບການຄຸ້ມຄອງ, ນຳໃຊ້ເຕັກນິກ ແລະ ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການຊຸກຍູ້ສົ່ງເສີມ ແລະ ຍົກສະມັດຕະພາບການຜະລິດ ແລະ ການດຳເນີນທຸລະກິດ ແລະ ເສດຖະກິດພູມປັນຍາ ໂດຍຍົກໃຫ້ເຫັນຜົນສຳເລັດ, ຂໍ້ຄົງຄ້າງ, ສາເຫດ ແລະ ມາດຕະການແກ້ໄຂໃນຕໍ່ໜ້າ

1.6 ສຳລັບບັນດາແຂວງໃຫ້ຕີລາຄາສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໄລຍະ 6 ເດືອນຕົ້ນປີ 2017 ຢ່າງລະອຽດ ແລະ ແທດເໝາະກັບຕົວຈິງ, ສ່ອງແສງໃຫ້ເຫັນສະພາບການຜະລິດພາຍໃນແຂວງ, ທ່າແຮງຂອງແຂວງໃນການຊຸກຍູ້ການພັດທະນາ, ສະພາບການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆທັງຂອງລັດ (ການລົງທຶນຈາກງົບປະມານລັດ, ການຊ່ວຍເຫຼືອລ້າ ແລະ ກູ້ຢືມຈາກຕ່າງປະເທດ) ແລະ ເອກະຊົນ, ໃຫ້ເຫັນຜົນສຳເລັດໃນໜ້າວຽກຕ່າງໆ ແລະ ຂໍ້ຄົງຄ້າງທີ່ຕ້ອງການແກ້ໄຂ ພ້ອມທັງມາດຕະການລະອຽດ.

ນອກຈາກບັນດາກະຊວງທີ່ກ່າວມາຂ້າງເທິງນັ້ນ ໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນຕ່າງໆ ຖືເອົາມະຕິນອງສະພາແຫ່ງຊາດສະບັບເລກທີ 16/ສພຊ, ລົງວັນທີ 24 ພະຈິກ 2016; ມະຕິຂອງສະພາບປະຊາຊົນທ້ອງຖິ່ນ; ດຳລັດສະບັບເລກທີ 445/ນຍ, ລົງວັນທີ 24 ພະຈິກ 2016; ມະຕິຂອງສະພາປະຊາຊົນທ້ອງຖິ່ນ; ດຳລັດ ສະບັບເລກທີ 445/ນຍ, ລົງວັນທີ 19 ທັນວາ 2016 ທີ່ໄດ້ມອບໝາຍວຽກງານລະອຽດໃຫ້ແຕ່ລະພາກສ່ວນມາເປັນບ່ອນອີງ ເພື່ອສົມທຽບໃສ່ການສະຫຼຸບຕີລາຄາຜົນສຳເລັດ ໃນໄລຍະ 6 ເດືອນຕົ້ນປີ, ບົດຮຽນທີ່ຖອດຖອນໄດ້, ຄາດໝາຍ ແລະ ຕົວຊີ້ວັດຂອງຂະແໜງການຕົນວ່າອັນໃດເຮັດໄດ້, ອັນໃດເຮັດບໍ່ໄດ້ ແລະ ຂໍ້ຄົງຄ້າງ. ໃນນີ້ຕ້ອງໄດ້ອະທິບາຍຊີ້ແຈງສາເຫດທີ່ພາໃຫ້ມີຜົນສຳເລັດ ແລະ ມີຂໍ້ຄົງຄ້າງ ພ້ອມທັງສະເໜີມາດຕະການແກ້ໄຂໃນຕໍ່ໜ້າ ແລ້ວສົ່ງບົດລາຍງານໃຫ້ກະຊວງແຜນການ ແລະ ການລົງທຶນ ເພື່ອສັງລວມລາຍລງານລັດຖະບານໃຫ້ທັນຕນາມກຳນົດເວລາ.

II. ວຽກງານຈຸດສຸມໃນໄລຍະ 6 ເດືອນທ້າຍປີ 2017
1.​ ສືບຕໍ່ຕິດຕາມ ແລະ ຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ ແລະ ໝັ້ນທ່ຽວ, ໂດຍການຍູ້ແຮງການຜະລິດສິນຄ້າ ແລະ ການບໍລິການ; ສົ່ງເສີມການລົງທຶນ ແລະ ວຽກງານວິສາຫະກິດຂະໜາດນ້ອຍ ແລະ ກາງ, ການທ່ອງທ່ຽວ, ຍົກສະມັດຕະພາບຂອງງານ ແລະ ການຄຸ້ມຄອງຂອງລັດໃຫ້ມີປະສິດທິພາບສູງຂຶ້ນ; ຕິດຕາມວຽກງານໂຍທາທິການ ແລະ ຂົນສົ່ງ ໂດຍສຸມໃສ່ວຽກງານບໍລິການຂົນສົ່ງ ແລະ ໂລຈິສຕິກ. ຊຸກຍູ້ສົ່ງເສີມການຮຽນຮູ້ ແລະ ນຳໃຊ້ຄວາມຮູ້ເຕັກນິກ ແລະ ເຕັກໂນໂລຊີທີ່ທັນສະໄໝ; ຍົກລະດັບຄວາມອາດສາມາດຂອງທຸລະກິດພາຍໃນ ໃນການຄຸ້ມຄອງ ແລະ ບໍລິຫານທຸລະກິດ ໃຫ້ສາມາດແຂ່ງຂັນໃນເງື່ອນໄຂແຫ່ງການເປັນປະຊາຄົມອາຊຽນ; ຄຸ້ມຄອງການເຄື່ອນໄຫວຂອງຜູ້ປະກອບການໃຫ້ເຂົ້າສູ່ກົດໝາຍ ແລະ ລະບຽບການຢ່າງເຄັງຄັດ ແລະ ເປັນເອກະພາບ ເພື່ອຮັບປະກັນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບບໍ່ຫຼຸດ 7%. ຄົ້ນຄວ້າວິທີ ແລະ ມາດຕະການແກ້ໄຂໜີ້ 3 ແຈ ສະເໜີລັດຖະບານພິຈາລະນາ

2. ສືບຕໍ່ປັບປຸງການຄຸ້ມຄອງລະບົບການເງິນ-ງົບປະມານຢ່າງແຂງແຮງ ດ້ວຍການປະຕິຮູບກົນໄກການເກັບລາຍຮັບໃຫ້ເຂົ້າສູ່ລະບົບທັນສະໄໝ ແລະ ໂປ່ງໃສ, ເກັບກຳຂໍ້ມູນສະຖິຕິທາງການກ່ຽວກັບຖານລາຍຮັບແຫ່ງຊາດ ເພື່ອເກັບລາຍຮັບງົບປະມານໃຫ້ຄົບຖ້ວນ ເພື່ອເສີມສ້າງຖານລາຍຮັບໃຫ້ໝັ້ນຄົງ, ກວ້າງຂວາງ ພ້ອມທັງການຕິດຕາມ-ກວດກາ ແລະ ປັບປຸງກົນໄກປະຕິບັດແຜນງົບປະມານ ແລະ ແຜນລາຍຈ່າຍໃຫ້ມີປະສິດທິຜົນສູງ, ເອົາໃຈໃສ່ວຽກງານກວດສອບ ແລະ ອີງໃສ່ຜົນການກວດສອບ ເພື່ອກຳນົດທິດທາງ ແລະ ປະຕິບັດງົບປະມານເກັບກູ້ງົບປະມານ ທີ່ຕົກເຮ່ຍໃຫ້ເຂົ້າສູ່ລະບົບ ແລະ ໃຫ້ຈັດຕັ້ງປະຕິບັດຄຳສັ່ງວ່າດ້ວຍການປະຢັດລາຍຈ່າຍງົບປະມານຂອງລັດ ສະບັບເລກທີ 09/ນຍ, ລົງວັນທີ 19 ພຶດສະພາ 2017 ເຂົ້າສູ່ວຽກງານຂອງຕົນເອງໃຫ້ເປັນຮູບປະທຳໂດຍໄວ

3. ຄຸ້ມຄອງເງິນຕາໃຫ້ມີສະຖຽນລະພາບ ແລະ ເງິນກູ້ຂອງທະນາຄານທຸລະກິດໃຫ້ເໝາະສົມ. ຊຸກຍູ້ໃຫ້ຕະຫຼາດລະຫວ່າງທະນາຄານ ແລະ ຕະຫຼາດເປີດ ແລະ ຕະຫຼາດພັນທະບັດ ເຄື່ອນໄຫວຢ່າງແຂງແຮງ ແລະ ມີປະສິດທິພາບ, ຄຸ້ມຄອງອັດຕາແລກປ່ຽນໃຫ້ຢູ່ໃນເກນທີ່ໄດ້ກຳນົດໄວ້

4. ສຸມໃສ່ການກວດກາ ແລະ ຄຸ້ມຄອງລາຄາສິນຄ້າ ແລະ ບໍລິການ ເພື່ອສາມາດກຳນົດໄດ້ໂຄງສ້າງຂອງລາຄາຢ່າງເໝາະສົມ ພ້ອມທັງການຄົ້ນຄວ້າອອກລະບຽບການເພີ່ມເຕີມ ຫຼື ບົດແນະນຳການຈັດຕັ້ງປະຕິບັດ ໃຫ້ແທດເໝາະກັບຕົວຈິງ ໂດຍການສຶກສາຄົ້ນຄວ້າສະພາບຄວາມຕ້ອງການ ແລະ ຄວາມສາມາດສະໜອງຕົວຈຶງໃນປັດຈຸບັນ. ສືບຕໍ່ສຸມໃສ່ຄົ້ນຄວ້າມາດຕະການສົ່ງເສີມການຜະລິດ ແລະ ການບໍລິການຢູ່ພາຍໃນ ໂດຍເພີ່ມທະວີການປະສານງານກັບພາກສ່ວນທີ່ກ່ຽວຂ້ອງໃຫ້ມີຄວາມສອດຄ່ອງກົມກຽວ ແລະ ມີປະສິດທິຜົນສູງຂຶ້ນ.

5. ຊຸກຍູ້ການຈັດຕັ້ງປະຕິບັດໂຄງການລະດັບຊາດທີ່ລັດຖະບານໄດ້ຕົກລົງບັນຈຸໃນແຜນແລ້ວ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ເພື່ອເປັນກຳລັງແຮງໃນການກະຕຸ້ນເສດຖະກິດໃຫ້ມີການເຕີບໃຫຍ່ຢ່າງຕໍ່ເນື່ອງ ເປັນຕົ້ນແມ່ນ: ໂຄງການທາງລົດໄຟລາວ-ຈີນ ແລະ ບັນດາໂຄງການລົງທຶນຂະໜາດໃຫຍ່ໃນຂົງເຂດພະລັງງານ, ບໍ່ແຮ່, ອຸດສາຫະກຳ, ການບໍລິການ, ເສັ້ນທາງຄົມມະນາຄົມ ແລະ ອື່ນໆ ໃຫ້ເຂົ້າສູ່ວຽກງານຕົວຈິງ ແລະ ນຳໃຊ້ຢ່າງມີປະສິດທິຜົນສູງ

6. ປັບປຸງການບໍລິການພາກລັດ ແລະ ສ້າງສະພາບແວດລ້ອມໃນການດຳເນີນທຸລະກິດ ໂດຍແກ້ໄຂຂັ້ນຕອນ ແລະ ຂອດຕ່າງໆທີ່ບໍ່ສະດວກ, ກົດໜ່ວງ, ສ້າງຄວາມຫຍຸ້ງຍາກ ທັງເປັນການເພີ່ມຕົ້ນທຶນໃຫ້ແກ່ການດຳເນີນທຸລະກິດດ້ວຍການປະຕິບັດກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ (ສະບັບປັບປຸງ 2016) ແລະ ສຸມໃສ່ຜັນຂະຫຍາຍາກົດໝາຍດັ່ງກ່າວ ໃຫ້ເປັນກົນໄກ ແລະ ລະບຽບການບໍລິການລົງທຶນຜ່ານປະຕິດຽວ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນໃຫ້ໄວ ເພື່ອອຳນວຍຄວາມສະດວກໃຫ້ແກ່ການລົງທຶນ, ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ ໄປພ້ອມກັບການສ້າງສະພາບແວດລ້ອມທີ່ດີ ແລະ ສະເໝີຕົ້ນສະເໝີປາຍກັບເພື່ອນມິດສາກົນ, ເສີມຂະຫຍາຍຄວາມເປັນເຈົ້າການໃນການຍາດແຍ່ງ ແລະ ນຳໃຊ້ການຮ່ວມມືສາກົນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ເພື່ອການພັດທະນາປະເທດຊາດ ໃຫ້ຫຼຸດພົ້ນອອກຈາກສະຖານະກາບຄວາມດ້ວຍພັດທະນາຕາມເປົ້າໝາຍທີ່ວາງໄວ້

7. ສືບຕໍ່ສຸມໃສ່ການພັດທະນາທາງດ້ານວັດທະນະທຳ-ສັງຄົມ ແລະ ແກ້ໄຂຄວາມທຸກຍາກ ໂດຍເອົາໃຈໃສ່ຊຸກຍູ້ຂະບວນການຜະລິດລະດູຝົນ ພ້ອມທັງກຽວຄວາມພ້ອມຮັບມືກັບໄພພິບັດທາງທຳມະຊາດ; ຜັນຂະຫຍາຍມະຕິຄຳສັ່ງວ່າດ້ວຍວຽກງານ 3 ສ້າງ ໃຫ້ແທດເຖິງຕົວຈິງ ໂດຍສືບຕໍ່ປະຕິບັດໂຄງການກໍ່ສ້າງພື້ນຖານໂຄງລ່າງທີ່ກຳນົດໃນແຜນຂອງບັນດາເມືອງທຸກຍາກ ແລະ ເຂດທຸກຍາກຂອງ 91 ຈຸດສຸມພັດທະນາ ແລະ 145 ຈຸດສຸມໃນການຈັດສັນພູມລຳເນົາ ແລະ ບ່ອນທຳມາຫາກິນຂອງປະຊາຊົນ; ສືບຕໍ່ປະຕິບັດບັນດາທິດທາງຄາດໝາຍທີ່ຍັງບໍ່ທັນສຳເລັດ ໂດຍສະເພາະແມ່ນສຸມໃສ່ປະຕິບັດບັນດາກິດຈະກຳ ທີ່ສະໜັບສະໜູນ ເພື່ອຍົກຄຸນນະພາບການສຶກສາ ແລະ ສາທາລະນະສຸກ ໃຫ້ທົ່ວເຖິງຮອດເຂດຊົນນະບົດຫ່າງໄກສອກຫຼີກ; ສຸມທຶນຮອນເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງທີ່ຈຳເປັນ ຢູ່ບ່ອນທີ່ຍັງບໍ່ມີ, ຍົກລະດັບຄຸນນະພາບຄູ ແລະ ຫຼັກສູດການຮຽກ-ການສອນ ໃນທຸກຊັ້ນໃຫ້ເຂົ້າສູ່ຫຼັກສຸດໃໝ່ທີ່ມີຄຸນນະພາບສູງຂຶ້ນ; ຍົກລະດັບການບໍລິການທາງດ້ານສາທາລະນະສຸກເປັນຕົ້ນ: ການປິ່ນປົວ, ຈັນຍາບັນຂອງພະນັກງານແພດໝໍ ແລະ ສະໜອງອຸປະກອນທີ່ມີຄຸນນະພາບກວ່າເກົ່າ; ແກ້ໄຂບັນຫາການຂາດແຄນແຮງງານ, ການປັບປຸງຄຸນນະພາບຂອງແຮງງານ ແລະ ສືບຕໍ່ປະຕິບັດນະໂຍບາຍສະຫວັດດີການສັງຄົມໃຫ້ດີຂຶ້ນ ແລະ ອື່ນໆ

8. ຄົ້ນຄວ້າຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເປົ້າໝາຍພັດທະນາແບບຍືນຍົງ (SDGs) ໃຫ້ເປັນຄາດໝາຍ, ເປັນແຜນການ ແລະ ເປັນໂຄງການລະອຽດຂອງແຕ່ລະຂະແໜງການ ເພື່ອຮັບປະກັນການຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ

9. ຍົກປະສິດທິພາບ ແລະ ປະສິດທິຜົນຂອງການບໍລິຫານລັດ ໂດຍສືບຕໍ່ປັບປຸງກົງຈັກການຈັດຕັ້ງ, ບຸກຄະລາກອນ, ແບບແຜນວິທີເຮັດວຽກ ແລະ ລະບອບ-ກົນໄກການເຄື່ອນໄຫວວຽກງານຂອງກະຊວງ ແລະ ອົງການທຽບເທົ່າທີ່ຂຶ້ນກັບລັດຖະບານໃຫ້ສຳເລັດໂດຍໄວ ຕາມທິດກະທັດຮັດ, ສົມເຫດສົມຜົນ, ແທດຕົວຈິງ ແລະ ຍົກສູງປະສິດທິພາບ-ປະສິດທິຜົນ ໃນການເຄື່ອນໄຫວ ແລະ ປະຕິບັດພາລະບົດບາດທີ່ໄດ້ຮັບມອບໝາຍ

10. ເອົາໃຈໃສ່ຊີ້ນຳອົງການກວດກາຂອງລັດຖະບານ ໃຫ້ປະສານສົມທົບແໜ້ນກັບອົງການກວດສອບແຫ່ງລັດ, ສືບຕໍ່ກວດກາ ແລະ ກວດສອບການປະຕິບັດພາລະບົດບາດ, ການປະຕິບັດວິໄນແຜນການ-ການເງິນ, ການຫັນຊັບສິນ ແລະ ທີ່ດິນເປັນທຶນ ແລະ ການເຄື່ອນໄວເສດຖະກິດ-ສັງຄົມອື່ນໆ ທີ່ບໍ່ຖືກຕ້ອງ, ບໍ່ສອດຄ່ອງກັບກົດໝາຍ, ລະບຽບການ, ຄວາມບໍ່ໂປ່ງໃສໃນການປະຕິບັດໜ້າທີ່ ແລະ ສິດຂອງບັນດາອົງການຈັດຕັ້ງຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ເພື່ອສະກັດກັ້ນ ແລະ ການສໍ້ລາດບັງຫຼວງທຸກຮູບແບບ, ຕ້ານປະກົດການຫຍໍ້ທໍ້, ພະຍາດອາດຍາສິດໃຫ້ເປັນຮູບປະທຳ

11. ຄົ້ນຄວ້າສ້າງ ແລະ ນຳສະເໜີປັບປຸບບັນດາກົດໝາຍ ແລະ ນິຕິກຳທີ່ບໍ່ສອດຄ່ອງ ຫຼື ກົດໜ່ວງດຶງການພັດທະນາໃຫ້ທັນສະພາບການ ແລະ ແນ່ໃສ່ຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ແລະ ຊຸກຍູ້ການພັດທະນາ ເປັນຕົ້ນແມ່ນດຳລັດວ່າດ້ວຍຖານຂໍ້ມູນຂອງລັດຖະກອນ, ດຳລັດວ່າດ້ວຍຈັນຍາບັນຂອງພະນັກງານລັດຖະກອນແຫ່ງ ສປປ.ລາວ ແລະ ອື່ນໆ. ພ້ອມກັນນີ້ກໍ່ໃຫ້ເພີ່ມທະວີການຕິດຕາມ, ຊຸກຍູ້, ກວດກາ ແລະ ປະເມີນການປະຕິບັດກົດໝາຍ ແລະ ນິຕິກຳລຸ່ມກົດໝາຍ ແນ່ໃສ່ເຮັດໃຫ້ການປະຕິບັດມີຄວາມສັກສິດ ແລະ ເຂັ້ມງວດ

ນອກຈາກນັ້ນ, ໃຫ້ຂະແໜງການ, ອົງການຈັດຕັ້ງມະຫາຊົນ ແລະ ທ້ອງຖິ່ນ ຄາດຄະເນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໝົດປີ 2017 ໂດຍຖືເອົາບັນດາທິດທາງໜ້າທີ່ ແລະ ຄາດໝາຍສູ້ຊົນ ແລະ ຜົນສຳເລັດຂອງການຈັດຕັ້ງປະຕິບັດໃນໄລຍະ 6 ເດືອນຕົ້ນປີ ເພື່ອເປັນບ່ອນອີງ ໂດຍໃຫ້ກວດເບິ່ງຄວາມອາດສາມາດ ແລະ ເງື່ອນໄຂຕົວຈິງໃນການຈັດຕັ້ງປະຕິບັດ, ບັນດາປັດໄຈທັງພາຍໃນ ແລະ ສາກົນ ທີ່ອາດຈະກະທົບໃສ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນ 6 ເດືອນທ້າຍປີ. ພ້ອມດຽວກັນນັ້ນ, ໃຫ້ຂະແໜງການ ແລະ ທ້ອງຖິ່ນ ກຳນົດວຽກຈຸດສຸມ ແລະ ບັນດາມາດຕະການຂອງຂະແໜງການ ແລະ ທ້ອງຖິ່ນຕົນ ທີ່ຈະຈັດຕັ້ງປະຕິບັດໃນ 6 ເດືອນທ້າຍປີຢ່າງລະອຽດ ເພື່ອສືບຕໍ່ຜັນຂະຫຍາຍຜົນສຳເລັດໃນໄລຍະຜ່ານມາ ແລະ ແກ້ໄຂບັນດາຂໍ້ຄົງຄ້າງຕ່າງໆໃຫ້ຕົກໄປ ໂດຍສະເພາະຕົວຊີ້ວັດທີ່ເຫັນວ່າມີຄວາມສ່ຽງຈະບໍ່ບັນລຸໄດ້ຕາມແຜນການ ເພື່ອສະເໜີລັດຖະບານ ພິຈາລະນາເປັນມາດຕະການໃນການຈັດຕັ້ງປະຕິບັດບັນດາຄາດໝາຍຕ່າງໆໃຫ້ບັນລຸ.

III. ການສ້າງແຜນ ປະຈຳປີ 2018 
ທິດທາງ, ໜ້າທີ່ ແລະ ຄາດໝາຍລວມຂອງແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2018 ແມ່ນສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກຄັ້ງທີ X ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020). ສະນັ້ນ, ເພື່ອບັນລຸເປົ້າໝາຍ ບັນດາຂະແໜງການ ແລະ ທ້ອງຖິ່ນຕ້ອງສຸມໃສ່ສ້າງແຜນພັດທະນາເສດຖະກິດ-ສັງຄົມຂອງຕົນ ໃຫ້ສອດຄ່ອງກັບທ່າແຮງ, ຄວາມອາດສາມາດ ແລະ ແທດເໝາະກັບສະພາບຕົວຈິງຂອງຂະແໜງການ ແລະ ທ້ອງຖິ່ນຕົນ ໂດຍສຸມໃສ່ເນື້ອໃນຕົ້ນຕໍ່ດັ່ງນີ້:

1. ທິດທາງ ແລະ ໜ້າທີ່ຂອງແຜນພັດທະນາເສດຖະກິດ-ສັງຄົມ ປີ 2018 ສຸ່ມໃສ່:
(1) ຮັກສາສະຖຽນລະພາບຂອງເສດຖະກິດມະຫາພາກ ໃຫ້ມີຄວາມໝັ້ນທ່ຽງ ແລະ ສົມດຸນ ຕາມທິດສີຂຽນ ແລະ ຍືນຍົງ

(2) ການພັດທະນາຊັບພະຍາກອນມະນຸດ ເປັນປັດໄຈຕົ້ນຕໍ່ຂອງການບັນລຸທິດທາງ, ຄາດໝາຍຂອງການພັດທະນາລວມທັງບັນລຸເງື່ອນໄຂການຫຼຸດພົ້ນອອກຈາກສະຖານະກາບຄວາມດ້ອຍພັດທະນາ (LDC) ພ້ອມທັງຄວາມຮຽກຮ້ອງຕ້ອງການກຳລັງແຮງງານທີ່ມີສີມື ເພື່ອເຂົ້າສູ່ຕະຫຼາດແຮງງານ

(3) ການພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກ ຍັງຖືເປັນເປົ້າໝາຍບູລິມະສິດທີ່ຕ້ອງໄດ້ເອົາໃຈໃສ່ເປັນຕົ້ນ: ເຂດຫ່າງໄກສອກຫຼີກ ແລະ ທຸລະກິດກັນດານ ແລະ ຍົກສູງວຽກງານ 3 ສ້າງ ໃຫ້ເຂົ້າສູ່ຄຸນນະພາບຫຼາຍຂຶ້ນ

(4) ການເຊື່ອມສານເປົ້າໝາຍການພັດທະນາແບບຍືນຍົງ (SDGs) ເຂົ້າໃນວາລະການພັດທະນາຂອງຊາດ, ຂະແໜງການ ແລະ ທ້ອງຖິ່ນຢ່າງເປັນລະບົບ

(5) ວຽກງານສົ່ງເສີມການຜະລິດ ໃຫ້ມີຄວາມຫຼາກຫຼາຍ ແລະ ສ້າງຕ່ອງໂສ້ຂອງການຜະລິດ, ການຈຳໜ່າຍ ໃຫ້ບັນດາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ເປັນຕົວແກ່ດຶງການພັດທະນາຂອງປະເທດ

(6) ຍົກສູງປະສິດທິພາບການຄຸ້ມຄອງ ແລະ ບໍລິຫານລັດ ໃຫ້ມີຄວາມກະທັດຮັດ, ໂປ່ງໃສ ແລະ ຍຸດຕິທຳ, ເພີ່ມທະວີການປະສານງານ, ຍົກສູງພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຂະແໜງການ ແລະ ທ້ອງຖິ່ນໃຫ້ດີຂຶ້ນ

(7) ຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆທາງສັງຄົມ, ປະຕິບັດນະໂຍບາຍການຕ່າງປະເທດສະເໝີຕົ້ນສະເໝີປາຍ, ເປັນເຈົ້າການໃນການຮ່ວມມືກັບພາກພື້ນ ແລະ ສາກົນຢ່າງແຂງແຮງ

2. ຄາດໝາຍສູ້ຊົນດ້ານມະຫາພາກ
- ສູ້ຊົນເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ເພີ່ມຂຶ້ນ 7%, ຄຸ້ມເງິນເຟີ້ໃຫ້ຢູ່ໃນລະດັບທີ່ເໝາະສົມ, ຮັກສາອັດຕາແລກປ່ຽນໃຫ້ມີຄວາມສະຫງົບປົກກະຕິ ແລະ ເໜັງຕີງໃນກອບ +-5% ທຽບໃສ່ເງິນຕາຕ່າງປະເທດສະກຸນຫຼັກ

- ຄວບຄຸມປະລິມານເງິນ (M2) ເພີ່ມຂຶ້ນສະເລ່ຍ ບໍ່ໃຫ້ເກີນ 24% ຕໍ່ປີ

- ສູ້ຊົນເພີ່ມຄັງສຳຮອງເງິນຕາຕ່າງປະເທດໃຫ້ກຸ່ມການນຳເຂົ້າໃຫ້ໄດ້ 5 ເດືອນຂຶ້ນໄປ

3. ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs) ແລະ ເປົ້າໝາຍຫຼຸດພົ້ນອອກຈາກສະຖານະກາບຄວາມດ້ອຍພັດທະນາ (LDC)
- ມອບໃຫ້ກະຊວງແຜນການ ແລະ ການລົງທຶນ, ກະຊວງການຕ່າງປະເທດ ເປັນໃຈກາງປະສານສົມທົບກັບຂະແໜງການ ແລະ ທ້ອງຖິ່ນ ສືບຕໍ່ຄົ້ນຄວ້ານະໂຍບາຍ, ມາດຕະການ, ກຳນົດຕົວຊີ້ວັດຕ່າງໆ, ວິທີຄິດໄລ່ ແລະ ການເກັບກຳຂໍ້ມູນ ແລະ ການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs); ເຜີຍແຜ່ ແລະ ເຊື່ອມສານເປົ້າໝາຍ SDGs ເຂົ້າໃນແຜນພັດທະນາປະຈຳປີຂອງຂະແໜງການ ແລະ ທ້ອງຖິ່ນ ເພື່ອໃຫ້ສາມາດປະເມີນ ແລະ ລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນປີ 2018

- ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງການຕ່າງປະເທດ ເປັນໃຈກາງປະສານສົມທົບກັບຂະແໜງການ ແລະ ທ້ອງຖິ່ນ ໃນການຄົ້ນຄວ້າບັນດານະໂຍບາຍ, ມາດຕະການໃນການສຸມໃສ່ຈັດຕັ້ງປະຕິບັດບັນດາເງື່ອນໄຂທີ່ຈະບັນລຸເປົ້າໝາຍຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາ ເພື່ອໃຫ້ສາມາດຜ່ານການປະເມີນຈາກຄະນະກຳມະການສາກົນ ທີ່ຈະມາປະເມີນໃນກາງປີ 2018 ນີ້.

- ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນໃຈກາງປະສານສົມທົບກັບຂະແໜງການ ແລະ ທ້ອງຖິ່ນໃນການຕິດຕາມການຈັດຕັ້ງປະຕິບັດຂອບນະໂຍບາຍການເຕີບໂຕສີຂຽວ ທີ່ກຳລັງຈັດຕັ້ງປະຕິບັດໃຫ້ທັນກຳນົດເວລາ ແລະ ມີປະສິດທິພາບສູງ.

4. ການສ້າງແຜນງົບປະມານແຫ່ງລັດ ປະຈຳປີ 2018
(1) ໃຫ້ກະຊວງການເງິນ ສົມທົບກັບຂະແໜງການ ແລະ ທ້ອງຖິ່ນ ສ້າງແຜນງົບປະມານແຫ່ງລັດ ໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍງົບປະມານແຫ່ງລັດ ຢ່າງເຂັ້ມງວດ

(2) ຄາດໝາຍແຜນລາຍຮັບງົບປະມານ ຕ້ອງສ້າງຂຶ້ນບົນຈິດໃຈບຸກບືນ ແລະ ສູ້ຊົນສູງ ເຮັດໃຫ້ແຜນລາຍຮັບມີທ່າອ່ຽງເພີ່ມຂຶ້ນ ຕາມການຂະຫຍາຍຕົວຂອງເສດຖະກິດ

(3) ການສ້າງແຜນລາຍຈ່າຍງົນປະມານແຫ່ງລັດ ໃຫ້ອີງໃສ່ຄວາມອາດສາມາດເກັບລາຍຮັບຕົວຈິງ, ຈັດສັນແຜນລາຍຈ່າຍງົນປະມານໃຫ້ໄປຕາມແຜນວຽກບູລິມະນິດຂອງແຕ່ລະແໜງການ ດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍຢ່າງເຄັ່ງຄັດ ເພື່ອໃຫ້ມີສ່ວນສະສົມແຮໄວ້, ຮັບປະກັນລາຍຈ່າຍເງິນເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍໃຫ້ພຽງພໍ, ລາຍຈ່າຍບໍລິຫານຕ້ອງຮັບປະກັນການເຄື່ອນໄຫວວຽກງານຂອງກົງຈັກລັດໃຫ້ເປັນປົກກະຕິ, ຈຳກັດລາຍຈ່າຍຊື້ໃໝ່, ລາຍຈ່າຍດັດສົມ ແລະ ສົ່ງເສີມຕ້ອງໄປຕາມແຜນວຽກ, ແຜນງານຢ່າງມີຈຸດສຸມ, ລາຍຈ່າຍເງິນແຮງລັດຖະບານ ແລະ ເງິນແຮທ້ອງຖິ່ນ ໃຫ້ນຳໃຊ້ເຂົ້າໃນລາຍຈ່າຍບັງເອີນ ແລະ ຮີບດ່ວນເປັນຕົ້ນ: ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ໄພທຳມະຊາດ, ພະຍາດລະບາດ

5. ແຜນການລົງທຶນລວມທັງໝົດໃນປີ 2018
ເພື່ອຮັບປະກັນໃຫ້ເສດຖະກິດຂະຫຍາຍຕົວຢ່າງໜ້ອຍ 7% ມີຄວາມຕ້ອງການລົງທຶນລວມທັງໝົດໃນການພັດທະນາເສດຖະກິດ-ສັງຄົມ ປີ 2018 ໃຫ້ຢູ່ໃນລະດັບ 28-30% ຂອງ GDP, ສ່ວນລາຍລະອຽດໃຫ້ກະຊວງແຜນການ ແລະ ການລົງທຶນ ສົມທົບກັບກະຊວງການເງິນ ແລະ ທະນາຄານແຫ່ງ ສປປ.ລາວ ຄົ້ນຄວ້າທ່າແຮງຕາມ 4 ແຫຼ່ງທຶນຄື: ການລົງທຶນຂອງລັດ (ງົບປະມານພາຍໃນ ແລະ ທຶນຊ່ວຍເຫຼືອລ້າ), ການລົງທຶນເອກະຊົນ ແລະ ການລົງທຶນຈາກລະບົບເງິນຕາ

5.1 ແຜນການລົງທຶນຂອງລັດປະຈຳປີ 2018
5.1.1 ໃຫ້ກະຊວງແຜນການ ແລະ ການລົງທຶນ ສົບທົບກັບກະຊວງການເງິນ ຄົ້ນຄວ້າເພດານງົບປະມານການລົງທຶນຂອງລັດໃຫ້ມີຄວາມສອດຄ່ອງ, ມີທ່າບຸກບືນ ແລະ ສາມາດເປັນເປັນກຳລັງແຮງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ; ສົມທັບກັບພາກສ່ວນກ່ຽວຂ້ອງຄົ້ນຄວ້າໂຄງປະກອບການລົງທຶນຂອງລັດ ແລະ ເພດານທຶນພາຍໃນໃຫ້ກະຊວງ, ອົງການ ແລະ ແຂວງສຸມໃສ່ສົມທົບທຶນກັບຕ່າງປະເທດ, ການແກ້ໄຂໜີ້ສິນໂຄງການລົງທຶນຂອງລັດທີ່ສຳເລັດ 100% ໃຫ້ຫຼຸດລົງ ແລະ ໂຄງການສືບຕໍ່ໃຫ້ສຳເລັດ

5.1.2 ການຈັດສັນທຶນໃສ່ໂຄງການລົງທຶນຂອງັລດ ຕ້ອງສຸມໃສ່ເພື່ອປະຕິບັດເປົ້າໝາຍບູລິມະນຸດຂອງແຜນການ 5 ປີ ຄັ້ງທີ VIII ຄື: (1) ການແກ້ໄຂຄວາມທຸກຍາກຂອງປະຊາຊົນ; (2) ການພັດທະນາຊັບພະຍາກອນມະນຸດ; (3) ພັດທະນາພື້ນຖານໂຄງລ່າງທີ່ຈຳເປັນ; ແລະ 4) ການຄົ້ນຄວ້າ ແລະ ນຳໃຊ້ວິທະຍາສາດເຕັກໂນໂລຊີ ເປັນຕົ້ນ ສຸມໃສ່ວຽກງານການສົ່ງເສີມການຜະລິດ, ການຄົ້ນຄວ້າເສດຖະກິດພູມປັນຍາທີ່ນຳໃຊ້ເຕັກໂນໂລຊີ ເພື່ອເພີ່ມມູນຄ່າໃຫ້ສູງຂຶ້ນ

5.1.3 ການຊຳລະໜີ້ສິງໂຄງການລົງທຶນຂອງລັດ ໃຫ້ກະຊວງແຜນການ ແລະ ການລົງທຶນເປັນເຈົ້າການຮ່ວມກັນບັນດາກະຊວງ-ອົງການ, ນະຄອນຫຼວງ ແລະ ແຂວງປະຕິບັດຕາມລະບຽບການທີ່ກ່ຽວຂ້ອງ ໂດຍໃຫ້ຈັດສັນງົບປະມານທີ່ໄດ້ຮັບໃນແຕ່ລະປີຊຳລະໃຫ້ໂຄງການໜີ້ສິນບໍ່ໃຫ້ລຸດ 35%; ໂດຍໃຫ້ມີກົນໄກຄຸ້ມຄອງ ແລະ ຮັບຜິດຊອບຄັກແນ່ ເພື່ອຮັບປະກັນຈຳກັດການສ້າງໜີ້ເພີ່ມ ແລະ ເຮັດໃຫ້ໜີ້ສິນຫຼຸດລົງເທື່ອລະກ້າວ

5.1.4 ການສະເໜີໂຄງການໃໝ່ຂອງກະຊວງ, ອົງການ ແລະ ແຂວງຕ້ອງສຸມໃສ່ວຽກງານແກ້ໄຂຄວາມທຸກຍາກ, ເຂດຈຸດສຸມ, ບ້ານທຸກຍາກ, ເຂດພື້ນຖານການປະຕິວັດ, ຊຸກຍູ້ການຜະລິດ, ສ້າງວຽງເຮັດງານທຳ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນ, ໂຄງການທີ່ໃຫ້ຜົນຕອບແທນສູງ ແລະ ດຶງດູດການລົງທຶນ, ບໍ່ອະນຸຍາດການປຸກສ້າງສຳນັກງານອົງການໃໝ່ ຍົກເວັ້ນກໍລະນີທີ່ຈຳເປັນ ແຕ່ຕ້ອງໄດ້ສະເໜີລັດຖະບານພິຈາລະນາເປັນອັນສະເພາະ

5.1.5 ພາຍຫຼັງທີ່ໄດ້ຮັບແຈ້ງເພດານທຶນຈາກກະຊວງແຜນການ ແລະ ການລົງທຶນແລ້ວ ໃຫ້ນະຄອນຫຼວງ ແລະ ບັນດາແຂວງ ປະຕິບັດການຈັດສັນທຶນໃຫ້ໂຄງການຂອບບັນດາພະແນກການ, ອົງການລັດທຽບເທົ່າພະແນກ ແລະ ບັນດາເມືອງໄປຕາມການກຳນົດຢູ່ໃນຂໍ້ 5.1.2, ຂໍ້ 5.1.3 ແລະ ຂໍ້ 5.1.4 ຂ້າງເທິງນີ້.

5.1.6 ສຳລັບໂຄງການປະເພດ V ທີ່ມີມູນຄ່າຕ່ຳກວ່າ 20 ຕື້ກີບຂອງແຂວງ ແລະ ນະຄອນຫຼວງ ແມ່ນພະແນກແຜນການ ແລະ ການລົງທຶນແຂວງ, ນະຄອນຫຼວງ ຄົ້ນຄວ້າຕາມກົດໝາຍວ່າດ້ວຍການລົງທຶນຂອງລັດ ເພື່ອລາຍງານເຈົ້າແຂວງ, ເຈົ້າຄອງນະຄອນເປັນຜູ້ລົງລາຍເຊັນ ແລ້ວນຳສະເໜີຕໍ່ສະພາປະຊາຊົນຂັ້ນແຂວງພິຈາລະນາຮັບຮອງ ແຕ່ກ່ອນນຳສະເໜີສະພາປະຊາຊົນຂັ້ນແຂວງຮັບຮອງ ຕ້ອງສົ່ງຮ່າງແຜນພັດທະນາ ແລະ ແຜນລົງທຶນ ໃຫ້ກະຊວງແຜນການ ແລະ ການລົງທຶນ ເພື່ອຄົ້ນຄວ້າມີຄຳເຫັນກ່ຽວກັບຄວາມສອດຄ່ອງທາງດ້ານນະໂຍບາຍການພັດທະນາ ແລະ ກົດໝາຍວ່າດ້ວຍການລົງທຶນຂອງລັດ ຕາມພາລະບົດບາດ

5.1.7 ການສະເໜີໂຄງການໃໝ່ເຂົ້າໃນແຜນທຶນຂອງລັດ ປະຈຳປີ 2018 ຂອງຂະແໜງການ ແລະ ທ້ອງຖິ່ນຕ້ອງປະຕິບັດຕາມກົດໝາຍວ່າດ້ວຍການລົງທຶນຂອງລັດ (ສະບັບປັບປຸງ) ຢ່າງເຄັ່ງຄັດ ແລະ ປະຕິບັດຕາມກຳນົດເວລາສະເໜີ ຫຼື ນຳສົ່ງ ແລະ ເວລາປິດຮັບການສ້າງແຜນລົງທຶນ

IV ມາດຕະການຈັດຕັ້ງປະຕິບັດ
1.​ພາຍຫຼັງໄດ້ຮັບຄຳສັ່ງສະບັບນີ້ແລ້ວ, ໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ຈົ່ງຮີບຮ້ອນຈັດຕັ້ງຜັນຂະຫຍາຍ ແລະ ເຜີຍແຜ່ເນື້ອໃນຄຳສັ່ງນີ້ໃຫ້ກົມກອງ, ພະແນກ ແລະ ພາກສ່ວນຕ່າງໆທີ່ຂຶ້ນກັບຕົນ ເພື່ອພ້ອມກັນຈັດຕັ້ງປະຕິບັດ ດ້ວຍຄວາມຮັບຜິດຊອບສູງ.

2. ໃຫ້ຂະແໜງການ ແລະ ທ້ອງຖິ່ນ ສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນການລົງທຶນຂອງລັດ 6 ເດືອນຕົ້ນປີ, ຄາດຄະເນໝົດປີ 2017 ແລະ ສ້າງແຜນການປະຈຳປີ 2018 ຂອງຕົນ ແລ້ວສົ່ງໃຫ້ກະຊວງແຜນການ ແລະ ການລົງທຶນ ກ່ອນວັນທີ 15 ກໍລະກົດ 2017, ຖ້າກາຍກຳນົດເວລາດັ່ງກ່າວ ຈະບໍ່ພິຈາລະນາເຂົ້າແຜນປະຈຳປີ 2018. ຈາກນັ້ນ, ກະຊວງແຜນການ ແລະ ການລົງທຶນ ລາຍງານຕໍ່ກອງປະຊຸມລັດຖະບານໃນເດືອນສິງຫາ 2017, ລັດຖະບານລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII ໃນເດືອນຕຸລາ 2017 ເພື່ອພິຈາລະນາຮັບຮອງ. ສຳລັບແຜນການລົງທຶນຂັ້ນແຂວງ (ໂຄງການທີ່ມີມູນຄ່າບໍ່ເກີນ 20 ຕື້ກີບ) ທີ່ໄດ້ຜ່ານການຮັບຮອງຈາກສະພາປະຊາຊົນຂັ້ນແຂວງແລ້ວ ຕ້ອງສົ່ງໃຫ້ກະຊວງແຜນການ ແລະ ການລົງທຶນ ເພື່ອສັງລວມແຜນການລົງທຶນຂອງລັດທົ່ວປະເທດ ພາຍໃນເດືອນພະຈິກ 2017.

3. ໃຫ້ຂະແໜງການ ແລະ ທ້ອງຖິ່ນສະຫຼຸບໝົດປີ 2017 (12 ເດືອນ) ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົນປະມານແຫ່ງລັດ, ແຜນເງິນຕາ ແລະ ແຜນການລົງທຶນຂອງລັດ ສົ່ງໃຫ້ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ ແລະ ທະນາຄານແຫ່ງ ສປປ.ລາວ ຢ່າງເປັນທາງກາຍ ພາຍໃນເດືອນທັນວາ 2017 ເພື່ອສັງລວມລາຍງານລັດຖະບານ ແລະ ລາຍງານຕໍ່ກອງປະຊຸມສະພາແຫ່ງຊາດ.

4. ພາຍຫຼັງແຜນປີ 2018 ຮັບຮອງຈາກສະພາແຫ່ງຊາດແລ້ວ ມອບໃຫ້ຂະແໜງການ ແລະ ທ້ອງຖິ່ນຕ້ອງໄດ້ສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນການລົງທຶນຂອງລັດຂອງຕົນ (ປີປະຕິທິນ) ສົ່ງໃຫ້ກະຊວງແຜນການ ແລະ ການລົງທຶນ. ກຳນົດເວລາການສະຫຼຸບລາຍງານງວດ I (3 ເດືອນ) ສະບັນສົມບູນ ໃຫ້ສຳເລັດກ່ອນວັນທີ 10 ເມສາ 2018, ງວດ II (6 ເດືອນ) ກ່ອນວັນທີ 15 ກໍລະກົດ 2018, ງວດ III (9 ເດືອນ) ກ່ອນວັນທີ 15 ຕຸລາ 2018 ແລະ ສະຫຼຸບໝົດປີ 2018 ໃຫ້ສຳເລັດໃນເດືອນມີນາ 2019.

5. ມອບໃຫ້ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ທະນາຄານແຫ່ງ ສປປ.ລາວ ແລະ ບັນດາກະຊວງ, ອົງການລັດທຽບເທົ່າກະຊວງຄົ້ນຄວ້າ ແລະ ອອກບົດແນະນຳລະອຽດ ເພື່ອຜັນຂະຫຍາຍຄຳສັ່ງສະບັບນີ້ເປັນຂອງຂະແໜງການຕົນເອງ ແລ້ວຈັດຕັ້ງເຜີຍແຜ່ໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນຕ່າງໆຈັດຕັ້ງປະຕິບັດຄຳສັ່ງສະບັບນີ້ ໃຫ້ມີຜົນສຳເລັດຕາມກຳນົດເວລາ, ຮັບປະກັນຈຸດປະສົງ ແລະ ເນື້ອໃນຄຳສັ່ງສະບັບນີ້ຢ່າງຄົບຖ້ວນ.

6. ລັດຖະບານ ອອກດຳລັດຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ,ແຜນງົນປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2018 ໃນເດືອນທັນວາ 2017.

V. ຄຳສັ່ງສະບັບນີ້ ມີຜົນສັກກິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ
ນາຍົກລັດຖະມົນຕີ
ທອງລຸນ ສີສຸລິດ

No comments

Powered by Blogger.