ສປປ.ລາວ ບໍ່ຖິ້ມຄວາມພະຍາຍາມທີ່ຈະເປັນໝໍ້ໄຟແຫ່ງອາຊຽນ ໃນຂະນະທີ່ຄ່າຊົມໃຊ້ໄຟຟ້າພາຍໃນຍັງສູງຢູ່ ໂດຍໃນປີ 2020 ຈະມີເຖິງ 100 ເຂື່ອນ - ອິດສະຫຼະ

ສປປ.ລາວ ບໍ່ຖິ້ມຄວາມພະຍາຍາມທີ່ຈະເປັນໝໍ້ໄຟແຫ່ງອາຊຽນ ໃນຂະນະທີ່ຄ່າຊົມໃຊ້ໄຟຟ້າພາຍໃນຍັງສູງຢູ່ ໂດຍໃນປີ 2020 ຈະມີເຖິງ 100 ເຂື່ອນ



ສຳນັກຂ່າວສານປະເທດລາວລາຍງານວ່າ: ກະຊວງພະລັງງານ ແລະ ບໍ່ແຮ່ໄດ້ຈັດກອງປະຊຸມລະດົມຄວາມຄິດໃສ່ຮ່າງນະໂຍບາຍແຜນພະລັງງານຂອງ ສປປ.ລາວ ໃນວັນທີ 4 ກໍລະກົດ 2017 ທີ່ຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ໂດຍໃຫ້ກຽດເປັນປະທານຂອງທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ມີຜູ້ຕາງໜ້າພະແນກພະລັງງານ ແລະ ບໍ່ແຮ່ ຈາກບັນດາແຂວງ ແລະ ພວກສ່ວນກ່ຽວຂ້ອງເຂົ້າຮ່ວມຫຼາຍຮ້ອຍຄົນ ເຊິ່ງການປະຊຸມດັ່ງກ່າວມີຈຸດປະສົງຮຽກເອີ້ນ ແລະ ລະດົມຄວາມຄິດຄັ້ງໃຫຍ່ ເພື່ອປະກອບເນື້ອໃນອັນອຸດົມສົມບູນ ໃສ່ຮ່າງນະໂຍບາຍແຜນພະລັງງານໄຟຟ້າຂອງ ສປປ.ລາວ.

ໃນລະຫວ່າງການປະຊຸມຄັ້ງນີ້ ກໍ່ໄດ້ມີການລາຍງານລວມໆໂດຍມີເນື້ອໃນວ່າ: ຮອດປີ 2020 ສປປ.ລາວ ຈະມີແຫຼ່ງພະລັງງານໄຟຟ້າເຖິງ 100 ແຫ່ງ ກັບຂີດຄວາມສາມາດກຳລັງຕິດຕັ້ງ 13,000 ກວ່າເມກາວັດ ແຕ່ປັດຈຸບັນມີເຂື່ອນຜະລິດພະລັງງານໄຟຟ້າ 46 ແຫ່ງ ກັບກຳລັງຕິດຕັ້ງ 6,000 ກວ່າເມກາວັດ, ສ່ວນລະບົບສາຍສົ່ງ ແລະ ສະຖານີໄຟຟ້າກໍ່ມີການພັດທະນາຢ່າງວ່ອງໄວສາມາດຂະຫຍາຍໄຟຟ້າ ໄປສູ່ຊົນນະບົດຢ່າງທົ່ວເຖິງ ແນວໃດກໍ່ດີເຈົ້າໜ້າທີ່ຈາກະຊວງພະລັງງານ ແລະ ບໍ່ແຮ່ໄດ້ເປີດເຜີຍວ່າ ສປປ.ລາວ ກໍ່ມີຄວາມຫວັງຕັ້ງໄວ້ ແລະ ມີຄວາມທະເຍີທະຍານຈະບືນຕົວເອງໃຫ້ເປັນໝໍ້ໄຟແຫ່ງອາຊຽນໃນອະນາຄົດ ເພາະວ່າປະເທດລາວມີຄວາມອຸດົມສົມບູນດ້ານຊັບພະຍາກອນນ້ຳ, ຊັບພະຍາກອນບໍ່ແຮ່ ແລະ ມີເນື້ອທີ່ກວ້າງຂວາງ ເຊິ່ງຈະເອື້ອອຳນວຍໃຫ້ແກ່ການພັດທະນາພະລັງງານໄຟຟ້າດ້ວຍພະລັງງານນ້ຳ, ພະລັງງານລົມ, ພະລັງງານຄວາມຮ້ອນ, ພະລັງງານແສງຕາເວັນ ແລະ ອື່ນໆ. ແນວໃດກໍ່ດີນັກວິຊາການບາງທ່ານຍັງເປີດເຜີຍວ່າ ຄ່າຊົມໃຊ້ໄຟຟ້າ ໃນຄອບຄົວຍັງມີລັກສະນະຂ້ອນຂ້າງແພງ ຖ້າສົມທຽບກັບລາຍຮັບ ແລະ ຊີວິດການເປັນຢູ່ຂອງປະຊາຊົນໂດຍລວມ ແຕ່ອາດເປັນເພາະບາງເຫດຜົນຂອງການພັດທະນາ ໃນນັ້ນອາດເປັນຍ້ອນການລົງທຶນຂອງຕ່າງປະເທດ 100% ຫຼື ເປັນຍ້ອນເຫດຜົນອື່ນໆ.

ທ່ານ ຄຳມະລີ ອິນທິລາດໄດ້ລາຍງານວ່າ: ສປປ.ລາວ ໄດ້ຮັບຜົນສຳເລັດການພັດທະນາອຸດສາຫະກຳພະລັງງານໄຟຟ້າ ໂດຍສະເພາະແມ່ນໄລຍະ 10 ກວ່າປີຜ່ານມາ ໄດ້ຂະຫຍາຍຢ່າງກະໂດດ, ໃນປີ 2005 ສປປ.ລາວ ມີເຂື່ອນທີ່ຜະລິດພະລັງງານໄຟຟ້າພຽງແຕ່ 9 ແຫ່ງ, ມີກຳລັງຕິດຕັ້ງປະມານ 679 ເມກາວັດເທົ່ານັ້ນ, ແຕ່ມາຮອດປັດຈຸບັນມີເຂື່ອນຜະລິດພະລັງງານໄຟຟ້າເຖິງ 46 ແຫ່ງ ດ້ວຍກຳລັງຕິດຕັ້ງ 6,444 ເມກາວັດ ເຊິ່ງເປັນການຂະຫຍາຍຕົວແບບກ້າວກະໂດດທີ່ບໍ່ເຄີຍມີມາກອ່ນ ພ້ອມນີ້ຍັງມີ 54 ໂຄງການທີ່ກຳລັງດຳເນີນການກໍ່ສ້າງ ແລະ ກຳລັງຈະລົງມືກໍ່ສ້າງຄາດວ່າຮອດປີ 2020 ຈະໃຫ້ສຳເລັດທັງໝົດ ແລະ ມີກຳລັງຕິດຕັ້ງປະມານ 13,000 ກວ່າເມກາວັດ ໃນນັ້ນ 85% ແມ່ນສົ່ງອອກໄປຕ່າງປະເທດ. ນອກຈາກນັ້ນ ຍັງໄດ້ເອົາໃຈໃສ່ ພັດທະນາລະບົບສາຍສົ່ງ ແລະ ສະຖານີເຊິ່ງມີການຂະຫຍາຍຕົວຢ່າງວ່ອງໄວ ສະເພາະປີ 2006 ສປປ.ລາວ ມີລະບົບສາຍສົ່ງພຽງແຕ່ 10,000 ກວ່າກິໂລແມັດ ແລະ ມີສະຖານີພຽງແຕ່ 15 ແຫ່ງ ແຕ່ມາຮອດປັດຈຸບັນມີລະບົບສາຍສົ່ງແຮງສູງ, ແຮງກາງ ແລະ ແຮງຕ່ຳມີຄວາມຍາວ 53,000 ກິໂລແມັດ, ມີສະຖານນີໄຟຟ້າ 60 ແຫ່ງ, ຈຳນວນບ້ານທີ່ໄດ້ຊົມໃຊ້ໄຟຟ້າແລ້ວ ກວມເອົາ 86.6% ຂອງຈຳນວນບ້ານທັງໝົດ ແລະ ມີຄອບຄົວທີ່ມີໄຟຟ້າໃຊ້ແລ້ວກວມເອົາ 92% ຂອງຈຳນວນຄອບຄົວທັງໝົດ, ທຽບໃສ່ປີ 2005 ມີພຽງ 45% ເທົ່ານັ້ນ. ສ່ວນການສົ່ງອອກພະລັງງານໄຟຟ້າໄປຕ່າງປະເທດປະກອບມີ: ໄທ, ຫວຽດນາມ, ກຳປູເຈຍ ແລະ ມຽນມາ ເພີ່ມຂຶ້ນ 4 ເທົ່າທຽບໃສ່ປີ 2010 ແລະ ຍັງມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ.

ຜົນສຳເລັດດັ່ງກ່າວໄດ້ນຳຜົນປະໂຫຍດອັນສຳຄັນມາສູ່ ສປປ.ລາວ, ໃນນັ້ນ ຜົນປະໂຫຍດ້ານການເງິນ ທີ່ໄດ້ຈາກໂຄງການໂດຍກົງ ເຊິ່ງໄລຍະສຳປະທານແມ່ນຈະໄດ້ຮັບຈາກຄ່າພາກຫຼວງ, ອາກອນ ແລະ ເງິນປັນຝົນ (ສຳລັບໂຄງການທີ່ລັດຖະບານຖືຮຸ້ນນຳ) ແລະ ຫຼັງຈາກທີ່ໝົດອາຍຸສຳປະທານແລ້ວຊັບສິນ ແລະ ການດຳເນີນທຸລະກິດທັງໝົດຈະຕົກເປັນຂອງລັດຖະບານ 100%.

ສະນັ້ນ, ຮ່າງນະໂຍບາຍແຜນພະລັງງານສະບັບນີ້ ໄດ້ກຳນົດເອົາທຸກບາດກ້າວຂອງອະນາຄົດພະລັງງານ ແລະ ທຸກແຫຼ່ງພະລັງງານທີ່ເປັນທ່າແຮງຢູ່ ສປປ.ລາວ ບົນພື້ນຖານຕາມກົນໄກການຕະຫຼາດດ້ານພະລັງງານ ລວມທັງຮັບປະກັນຄວາມໝັ້ນຄົງທາງດ້ານພະລັງງານ ເພື່ອສະໜອງໃຫ້ທຸກຄວາມຕ້ອງການຢ່າງມີສະຖຽນລະພາບທັງພາຍໃນ ແລະ ສົ່ງອອກໄປຕ່າງປະເທດ.

No comments

Powered by Blogger.