ສ.ອາເມຣິກາ ສົ່ງຍົນຖິ້ມລະເບີດ B-1B ເຂົ້າມາໃນທະເລຈີນໃຕ້ ສ້າງຄວາມບໍ່ພໍໃຈຢ່າງຍິງໃຫ້ແກ່ທາງການຈີນ - ອິດສະຫຼະ

ສ.ອາເມຣິກາ ສົ່ງຍົນຖິ້ມລະເບີດ B-1B ເຂົ້າມາໃນທະເລຈີນໃຕ້ ສ້າງຄວາມບໍ່ພໍໃຈຢ່າງຍິງໃຫ້ແກ່ທາງການຈີນ



ສຳນັກຂ່າວຕ່າງປະເທດລາຍງານ 8 ກໍລະກົດ 2017 ວ່າ: ຖະແຫຼງການຂອງກອງທັບເຮືອປາຊີຟິກ ກອງທັບເຮືອ ສ.ອາເມຣິກາ ເມື່ອວັນທີ 07/07/2017 ກ່າວວ່າ ຍົນຖິ້ມລະເບີດ B-1B 2 ລຳ ພ້ອມດ້ວຍຍົນຮົບ F-15 ອີກ 2 ລຳຂອງກອງກຳລັງປ້ອງກັນຕົນເອງທາງອາກາດຍີ່ປຸ່ນ ບິນອອກຈາກຖານທັບອາກາດແອນເດີສັນຂອງ ສ.ອາເມຣິກາ ຢູ່ເກາະກວມ ແລະ ບິນເໜືອທະເລຈີນຕາເວັນອອກ ເມື່ອຄືນວັນພະຫັດທີ່ຜ່ານມາ ແລະ ເມື່ອປະຕິບັດການຮ່ວມກາງຄືນເປັນຄັ້ງທຳອິດກັບຍົນຮົບຂອງກອງກຳລັງປ້ອງກັນຕົນເອງທາງອາກາດຍີ່ປຸ່ນສິ້ນສຸດລົງ ຍົນຖິ້ມລະເບີດ B-1B ທັງ 2 ລຳໄດ້ບິນຕໍ່ໄປຍັງທະເລຈີນໃຕ້ ກ່ອນຈະກັບຄືນສູ່ຖານທັບອາກາດແອນເດີສັນໃນເວລາຕໍ່ມາ.

ຖະແຫຼງການກ່າວອີກວ່າ ພາລະກິດຂອງ B-1B ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ ສ.ອາເມຣິກາ ທີ່ຈະເດີນໜ້າໃຊ້ສິດທິເສລີພາບຂອງການເດີນເຮືອ ໃນທຸກນ່ານນ້ຳຂອງໂລກທີ່ກົດໝາຍລະຫວ່າງປະເທດອະນຸຍາດ.

ຈີນອ້າງກຳມະສິດເໜືອດິນແດນເກືອບທັງໝົດໃນທະເລຈີນໃຕ້ ສ່ວນຫຼາຍປະເທດເພື່ອນບ້ານອ້າງພຽງບາງສ່ວນເຊັ່ນ: ຟິລິບປິນ, ຫວຽດນາມ, ມາເລເຊຍ ແລະ ໄຕ້ຫວັນ.

ໃນດ້ານຂອງກະຊວງປ້ອງກັນປະເທດຈີນອອກຖະແຫຼງການສັ້ນໆວ່າ ກອງທັບຈີນພ້ອມທີ່ຈະປົກປ້ອງອະທິປະໄຕ ແລະ ຄວາມໝັ້ນຄົງຂອງປະເທດຢ່າງເດັດດຽວ.

ປະຕິບັດການ B-1B ເກີດຂຶ້ນຂະນະທີ່ທ່ານ ໂດໂນ ທຣຳ ປະທານປະເທດ ສ.ອາເມຣິກາ ແລະ ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ກຽມພົບປະຫາລື ນອກຮອບການປະຊຸມສຸດຍອດຜູ້ນຳປະເທດເສດຖະກິດຂະໜາດໃຫຍ່ G-20 ທີ່ປະເທດເຢຍລະມັນ ໂດຍຄາດວ່າຜູ້ນຳທັງສອງຈະຫາລືກັນກ່ຽວກັບສິ່ງທີ່ຈີນສາມາດເຮັດໄດ້ ໃນການຄວບຄຸມໂຄງການຂີປະນາວຸດ ແລະ ອາວຸດນິວເຄຼຍຂອງເກົາຫຼີເໜືອ.

No comments

Powered by Blogger.