ລັດເຊຍ ບໍ່ເຫັນດີກັບຮ່າງມະຕິຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ໃນການປະນາມເກົາຫຼີເໜືອຍິງຂີປະນາວຸດ - ອິດສະຫຼະ

ລັດເຊຍ ບໍ່ເຫັນດີກັບຮ່າງມະຕິຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ໃນການປະນາມເກົາຫຼີເໜືອຍິງຂີປະນາວຸດ



ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 6 ກໍລະກົດ 2017 ທີ່ຜ່ານມາວ່າ: ຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ທັງ 15 ປະເທດບໍ່ສາມາດອອກຖະແຫຼງການຮ່ວມກັນຕາມການສະເໜີຂອງສະຫະລັດອາເມຣິກາ ເພື່ອປະນາມການທົດລອງຂີປະນາວຸດຂ້າມທະວີບ (ICBM) ຂອງເກົາຫຼີເໜືອ ເຊິ່ງໄດ້ທົດລອງເມື່ອວັນທີ 04/04/2017 ທີ່ຜ່ານມາ ເນື່ອງຈາກລັດເຊຍ ບໍ່ເຫັນດີນຳ ໂດຍຖະແຫຼງການໃນເວລາຕໍ່ມາຂອງສຳນັກງານຄະນະຜູ້ແທນຖາວອນລັດເຊຍປະຈຳສະຫະປະຊາຊາດລະບຸວ່າ ທ່າທີຂອງລັດເຊຍບໍ່ແມ່ນການຄັດຄ້ານຕໍ່ຮ່າງຖະແຫຼງການທີ່ສະເໝີໂດຍ ສ.ອາເມຣິກາ ພຽງແຕ່ຈາກການປະເມີນຂອງລັດເຊຍເອງຍັງບໍ່ອາດສະຫຼຸບໄດ້ວ່າຂີປະນາວຸດນັ້ນເປັນ ICBM ແທ້ຫຼືບໍ່ ຫຼື ອາດເປັນພຽງຂີປະນາວຸດລະດັບກາງ.


ເຊິ່ງຍັງບໍ່ເປັນທີ່ຊັດເຈນວ່າທ່ານນາງ ນິກກີ ເຮລີ ເອກອັກຄະລັດຖະທູດ ສ.ອາເມຣິກາ ປະຈຳສະຫະປະຊາຊາດ ຈະເຈລະຈາລັບຫຼັງກັບລັດເຊຍເພື່ອຫາທາງປະນີປະນອມໃນເລື່ອງນີ້ຫຼືບໍ່ ແຕ່ທ່ານນາງ ກ່າວວ່າ ຈະສະເໜີຮ່າງຖະແຫຼງການສະບັບໃໝ່ໃນໄວໆນີ້ ຂະນະທີ່ມີລາຍງານຕື່ມອີກວ່າ ທ່ານນາງ ເຮລີ ເຄີຍສະເໜີເພີ່ມມາດຕະການຈຳກັດການເດີນເຮືອ ແລະ ການເດີນອາກາດຕໍ່ເກົາຫຼີເໜືອ ແຕ່ບໍ່ໄດ້ຮັບການຕອບສະໜອງຈາກຈີນ ທີ່ເຫັນດີນຳໃນສະເພາະບາງບັນຫາໃນການເພີ່ມຊື່ບຸກຄົນທຳມະດາ ແລະ ນິຕິບຸກຄົນເຂົ້າສູ່ບັນຊີຂວໍ້າບາດເມື່ອເດືອນ ມິຖຸນາ ທີ່ຜ່ານມາເທົ່ານັ້ນ.



No comments

Powered by Blogger.