ສ.ອາເມຣິກາ ແລະ ລັດເຊຍ ບັນລຸຂໍ້ຕົກລົງຢຸດຍິງໃນສົງຄາມກາງເມືອງ ທີ່ປະເທດຊີຣີ - ອິດສະຫຼະ

ສ.ອາເມຣິກາ ແລະ ລັດເຊຍ ບັນລຸຂໍ້ຕົກລົງຢຸດຍິງໃນສົງຄາມກາງເມືອງ ທີ່ປະເທດຊີຣີ



ສຳນັກຂ່າວຕ່າງປະເທດລາຍງານ 7 ກໍລະກົດ 2017 ທີ່ຜ່ານມາວ່າ: ສະຫະລັດອາເມຣິກາ ແລະ ລັດເຊຍບັນລຸຂໍ້ຕົກລົງຢຸດຍິງ ໃນພາກຕາເວັນຕົກສຽງໃຕ້ຂອງຊີຣີ ໂດຍຈະເລີ່ມມີຜົນຕັ້ງແຕ່ວັນທີ 09/07/2017 ເປັນຕົ້ນໄປ ຂໍ້ຕົກລົງຖືເປັນລະດັບໃໝ່ຂອງຄວາມກ່ຽວພັນສຳລັບ ສ.ອາເມຣິກາ ທີ່ພະຍາຍາມແກ້ໄຂບັນຫາສົງຄາມກາງເມືອງຊີຣີ ເຖິງຢ່າງໃດກໍ່ຕາມລາຍລະອຽດຂອງຂໍ້ຕົກລົງ ລວມທັງວິທີດຳເນີນການເບື້ອງຕົ້ນຍັງບໍ່ຊັດເຈນ ການຢຸດຍິງຈະເລີ່ມີຜົນຕັ້ງແຕ່ຕອນທ່ຽງວັນອາທິດທີ່ຈະມາເຖິງນີ້ ຕາມເວລາທ້ອງຖິ່ນ.

ຂໍ້ຕົກລົງສະບັບນີ້ແຍກຕ່າງຫາກຈາກ "ເຂດປອດໄພ" ທີ່ກໍ່ຕັ້ງຂຶ້ນພາຍໃຕ້ຂໍ້ຕົກລົງທີ່ລັດເຊຍ, ຕວັກກີ ແລະ ອີຣານ ເປັນຄົນກາງປະສານເມື່ອຕົ້ນປີນີ້ ແລະ ສ.ອາເມຣິກາ ບໍ່ມີສ່ວນຮ່ວມໃນຂໍ້ຕົກລົງເຂດປອດໄພ ແຕ່ການເຈລະຈາທີ່ກາຊັກສະຖານໃນອາທິດນີ້ ຈະເປັນການສະຫຼຸບການຢຸດຍິງໃນເຂດປອດໄພ ທີ່ບໍ່ສາມາດບັນລຸຂໍ້ຕົກລົງກັນໄດ້.

ສ.ອາເມຣິກາ ແລະ ລັດເຊຍສະໜັບສະໜູນຄູ່ຂັດແຍ່ງຄົນລະຝ່າຍໃນສົງຄາມກາງເມືອງຊີຣີ ໂດຍລັດຖະບານລັດເຊຍສະໜັບສະໜູນລັດຖະບານຊີຣີ ທີ່ນຳໂດຍທ່ານ ບາຊາ ແອວ-ອັສຊາດ, ສ່ວນ ສ.ອາເມຣິກາ ສະໜັບສະໜູນກຸ່ມກະບົດຫຼາຍກຸ່ມ ທີ່ຕໍ່ສູ້ເພື່ອໂຄ່ນລົ້ມອຳນາດທ່ານ ອັສຊາດ ແຕ່ທັງ ສ.ອາເມຣິກາ ແລະ ລັດເຊຍ ຕ່າງກໍ່ຕໍ່ຕ້ານກຸ່ມ IS ໃນຊີຣີ.

No comments

Powered by Blogger.