ປ.ປູຕິນ ແລະ ປ.ທຣຳ ພົບປະຫາລືນອກຮອບການປະຊຸມ G-20 ໃນບັນຍາກາດທີ່ເຄັ່ງຕຶງ - ອິດສະຫຼະ

ປ.ປູຕິນ ແລະ ປ.ທຣຳ ພົບປະຫາລືນອກຮອບການປະຊຸມ G-20 ໃນບັນຍາກາດທີ່ເຄັ່ງຕຶງ



ສຳນັກຂ່າວຕ່າງປະເທດລາຍງານ 8 ກໍລະກົດ 2017 ວ່າ: ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດອາເມຣິກາ ແລະ ທ່ານ ປູຕິນ ປະທານປະເທດລັເຊຍ ພົບປະຫາລືກັນ ໂດຍມີທ່ານ ເຣັກ ທິວເລສັນ ລັດຖະມົນຕີກະຊວງການຕ່າງປະເທດ ສ.ອາເມຣິກາ ແລະ ທ່ານ ເຊເກ ລາວາຣົບ ລັດຖະມົນຕີກະຊວງການຕ່າງປະເທດລັດເຊຍ ເຂົ້າຮ່ວມນຳ ໂດຍ ປ.ທຣຳ ໄດ້ເປີດການສົນທະນາດ້ວຍການຍົກບັນຫາຄວາມບໍ່ສະບາຍໃຈຂອງປະຊາຊົນອາເມຣິກາ ກ່ຽວກັບການແຊກແຊງຂອງລັດເຊຍໃນການເລືອກຕັ້ງປະທານປະເທດ ສ.ອາເມຣິກາ 2016 ທີ່ຜ່ານມາ ເຊິ່ງ ປ.ປູຕິນ ໄດ້ກ່າວຢືນຢັນວ່າ ລັດເຊຍບໍ່ມີສ່ວນກ່ຽວຂ້ອງຕໍ່ບັນຫາດັ່ງກ່າວ.

ການຕັດສິນໃຈຂອງ ປ.ທຣຳ ທີ່ຈະປະເຊີນໜ້າໂດຍກົງກັບ ປ.ປູຕິນ ໃນບັນຫາການແຊກແຊງການເລືອກຕັ້ງ ເປັນຜົນມາຈາກສຽງຮຽກຮ້ອງ ແລະ ແຮງກົດດັນຈາກສະມາຊິກສະພາ ທັງພັກຣີພັບລິກັນ ແລະ ພັກເດໂມແຄຼດ ທີ່ບໍ່ຕ້ອງການໃຫ້ ປ.ທຣຳ ຫຼີກລ້ຽງບັນຫາດັ່ງກ່າວ ໃນລະຫວ່າງການພົບປະກັບ ປ.ປູຕິນ ໂດຍກ່ອນໜ້າທີ່ ປ.ທຣຳ ຫຼີກລ້ຽງທີ່ຈະລະບຸຊັດເຈນວ່າ ລັດເຊຍແຊກແຊງ ເຖິງແມ່ນວ່າການສືບສວນຈະເຂົ້າສູ່ຈຸດທີ່ມີການພິຈາລະນາວ່າ ທີມຫາສຽງຂອງ ປ.ທຣຳ ສົມຮູ້ຮ່ວມຄິດກັບຊາວລັດເຊຍທີ່ພະຍາຍາມຊ່ວຍໃຫ້ ປ.ທຣຳ ຊະນະການເລືອກຕັ້ງ.

ແຕ່ໂດຍລວມແລ້ວທັງ ປ.ທຣຳ ແລະ ປ.ປູຕິນ ຕ່າງກໍ່ບໍ່ຕ້ອງການໃຫ້ເລື່ອງນີ້ເປັນອຸປະສັກຕໍ່ການຮ່ວມມືໃນອະນາຄົດ, ເຖິງຢ່າງໃດກໍ່ຕາມທ່ານ ລາວາຣົບ ແລະ ທ່ານ ທິວເລີສັນ ໄດ້ໃຫ້ສຳພາດກັບສື່ມວນຊົນຕ່າງກັນ ກ່ຽວກັບ ປ.ທຣຳ ແລະ ປ.ປູຕິນ ທີ່ໃຊ້ເວລາພົບປະກວ່າ 2 ຊົ່ວໂມງ ໂດຍທ່ານ ລາວາຣົບ ກ່າວວ່າ ປ.ທຣຳ ຍອມຮັບການປະຕິເສດຂອງ ປ.ປູຕິນ ວ່າລັດເຊຍບໍ່ໄດ້ຫຍຸ້ງກ່ຽວກັບການເລືອກຕັ້ງຂອງ ສ.ອາເມຣິກາ ແຕ່ທ່ານ ທິວເລີສັນ ກ່າວວ່າ ຝ່າຍລັດເຊຍໄດ້ຮ້ອງຂໍ "ຂໍ້ພິສູດ ແລະ ຫຼັກຖານ" ການກ່ຽວພັນຂອງລັດເຊຍ.

ທ່ານ ທິວເລີສັນ ເປີດເຜີຍຕໍ່ສື່ມວນຊົນອີກວ່າ ລະຫວ່າງການປຶກສາຫາລື ຜູ້ນຳ ສ.ອາເມຣິກາ ແລະ ຜູ້ນຳລັດເຊຍມີມຸມມອງທີ່ຕ່າງກັນ ກ່ຽວກັບວິທີການແກ້ໄຂບັນຫາໂຄງການອາວຸດຂອງເກົາຫຼີເໜືອ ແຕ່ລັດຖະບານ ສ.ອາເມຣິກາ ຈະເດີນໜ້າກົດດັນລັດຖະບານລັດເຊຍຕໍ່ໄປ ເພື່ອໃຫ້ເພີ່ມຄວາມພະຍາຍາມຢຸດຢັ້ງກິດຈະກຳຂອງລັດຖະບານເກົາຫຼີເໜືອ.

ທາງດ້ານຂອງ ປ.ປູຕິນ ໄດ້ກ່າວຕໍ່ສື່ມວນຊົນຫຼາຍສຳນັກຂອງລັດເຊຍ ພາຍຫຼັງສຳເລັດການປຶກສາຫາລືກັບ ປ.ທຣຳ ວ່າ: ທ່ານ ແລະ ປ.ທຣຳ ໄດ້ຫາລືກັນໃນຫຼາຍບັນຫາ ລວມເຖິງບັນຫາຢູ່ອູແກຣນ, ຊີຣີ, ການກໍ່ການຮ້າຍ ແລະ ຄວາມໝັ້ນຄົງ Cyber. ການປຶກສາຫາລືໃຊ້ເວລາດົນກວ່າ 2 ຊົ່ວໂມງ ເຮັດໃຫ້ ປ.ປູຕິນ ຕ້ອງກ່າວຂໍອະໄພ ທີ່ຊັກຊ້າໃນການພົບປະຫາລືກັບທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີຂອງຍີ່ປຸ່ນ ເປັນລາຍຕໍ່ໄປ.


No comments

Powered by Blogger.