ປະຊາຊົນເຢຍລະມັນຈຳນວນຫຼາຍປະທ້ວງກອງປະຊຸມ G-20 ປະທະກັບເຈົ້າໜ້າທີ່ເຮັດໃຫ້ທັງສອງຝ່າຍບາດເຈັບຫຼາຍຮ້ອຍຄົນ - ອິດສະຫຼະ

ປະຊາຊົນເຢຍລະມັນຈຳນວນຫຼາຍປະທ້ວງກອງປະຊຸມ G-20 ປະທະກັບເຈົ້າໜ້າທີ່ເຮັດໃຫ້ທັງສອງຝ່າຍບາດເຈັບຫຼາຍຮ້ອຍຄົນ



ສຳນັກຂ່າວຕ່າງປະເທດລຍງານ 8 ກໍລະກົດ 2017 ວ່າ: ທ່ານນາງ ອັງເກລາ ແມເຄີ ກ່າວໃນມື້ວານນີ້ ລະຫວ່າງການປະຊຸມສຸດຍອດຜູ້ນຳກຸ່ມປະເທດເສດຖະກິດຂະໜາດໃຫຍ່ G-20 ເຊິ່ງຈັດຂຶ້ນທີ່ເມືອງຮຳບວກ ທາງພາກເໜືອຂອງປະເທດ ວ່າ: ລັດຖະບານເຢຍລະມັນມີຄວາມເຂົ້າໃຈ ແລະ ຍອມຮັບໃນການຊຸມນຸມປະທ້ວງຢ່າງສັນຕິ ພາຍໃຕ້ກົດໝາຍ ແຕ່ບໍ່ມີທາງຍອມຮັບຢ່າງເດັດຂາດ ຫາກການຊຸມນຸມປະທ້ວງສ້າງງຄວາມເດືອດຮ້ອນໃຫ້ແກ່ຜູ້ອື່ນ ແລະ ສົ່ງຜົົນໃຫ້ຊີວິດ ແລະ ຊັບສິນຂອງບຸກຄົນ ທີ່ລວມເຖິງຂອງກຸ່ມນັກເຄື່ອນໄຫວດ້ວຍກັນເອງຕ້ອງຕົກຢູ່ໃນອັນຕະລາຍ.

ຄຳຖະແຫຼງຂອງຜູ້ນຳເຢຍລະມັນທີ່ເຮັດໜ້າທີ່ເປັນປະທານໝຸນວຽນຂອງກຸ່ມ G-20 ປະຈຳປີນີ້ ເກີດຂຶ້ນພາຍຫຼັງທີ່ສຳນັກງານຕຳຫຼາດເມືອງຮຳບວກ ຂໍຄວາມຊ່ວຍເຫຼືອຈາກສຳນັກງານຕຳຫຼວດແຫ່ງຊາດໃນນະຄອນຫຼວງແບັກແລັງ ໃນການລະດົມກຳລັງເຈົ້າໜ້າທີ່ຈາກທົ່ວປະເທດເພີ່ມອີກຫຼາຍກວ່າ 900 ຄົນ ເສີມກຳລັງຮ່ວມກັບຕຳຫຼວດທີ່ປະຕິບັດໜ້າທີ່ຢູ່ແລ້ວຫຼາຍກວ່າ 20,000 ຄົນ ໃນການຄວບຄຸມສະຖານະການຊຸມນຸມປະທ້ວງຂອງກຸ່ມນັກກິດຈະກຳທາງການເມືອງຫຼາຍກວ່າ 10,000 ຄົນ ເຊິ່ງລວມຕົວກັນຕາມເສັ້ນທາງເກືອບທຸກສາຍໃນເຂດທຸລະກິດຂອງເມືອງຮຳບວກ ຕັ້ງແຕ່ວັນພະຫັດທີ່່ຜ່ານມາ ເພື່ອສະແດງຈຸດຢືນຕໍ່ຕ້ານການເປັນໂລກາພິວັດ ແລະ ລະບົບເສດຖະກິດທຶນນິຍົມ.

ການປະທະກັນຢ່າງດຸເດືອດລະຫວ່າງສອຝ່າຍເປັນເຫດໃຫ້ເຈົ້າໜ້າທີ່ໄດ້ຮັບບາດເຈັບຢ່າງໜ້ອຍ 196 ຄົນ ເຊັ່ນດຽວກັນກັບກຸ່ມຜູ້ຊຸມນຸມປະທ້ວງກໍ່ໄດ້ປະບາດເຈັບຫຼາຍກວ່າ 100 ຄົນ, ຂະນະທີ່ຕຳຫຼວດຈັບກຸມຜູ້ກໍ່ຄວາມຮຸນແຮງຢ່າງໜ້ອຍ 83 ຄົນ ໃນເວລາດຽວກັນກອງບັງຄັບການຕຳຫຼວດນ້ຳສົ່ງນັກປະດານ້ຳ ແລະ ເຮືອໄວສະກັດຂະບວນເຮືອປະທ້ວງຂອງກຸ່ມກຣີນພີສ ໃນແມ່ນ້ຳເອວເບ ທີ່ພະຍາຍາມມຸ່ງໜ້າໄປຍັງໂຮງລະຄອນ ເຊິ່ງເປັນສະຖານທີ່ຈັດງານລ້ຽງອາຫານຄ່ຳ ແລະ ການສະແດງຮັບຮອງຜູ້ນຳກຸ່ມ G-20 ແລະ ຄູ່ສົມລົດ.











No comments

Powered by Blogger.