UN ຮັບຮອງສົນທິສັນຍາຫ້າມ "ອາວຸດນິວເຄຼຍ" ແຕ່ປະເທດມະຫາອຳນາດ ແລະ ຜູ້ມີຄອບຄອງບໍ່ເຂົ້າຮ່ວມຈັກປະເທດ - ອິດສະຫຼະ

UN ຮັບຮອງສົນທິສັນຍາຫ້າມ "ອາວຸດນິວເຄຼຍ" ແຕ່ປະເທດມະຫາອຳນາດ ແລະ ຜູ້ມີຄອບຄອງບໍ່ເຂົ້າຮ່ວມຈັກປະເທດ



ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 7 ກໍລະກົດ 2017 ທີ່ຜ່ານມາ ວ່າ: ໃນທີ່ປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ (UN) ມີມະຕິສຽງສ່ວນໃຫຍ່ 122 ສຽງ ຮັບຮອງສົນທິສັນຍາວ່າດ້ວຍການຢຸດຢັ້ງການຄອບຄອງອາວຸດນິວເຄຼຍ ຫຼື ສົນທິສັນຍາຫ້າມອາວຸດນິວເຄຼຍ ພາຍຫຼັງເລີ່ມການເຈລະຈາກ່ຽວກັບຂໍ້ຜູກພັນຕາມກົດໝາຍຂອງສົນທິສັນຍາສະບັບດັ່ງກ່າວ ຕາມກອບຂອງສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ (NPT) ເມື່ອເດືອນ ມີນາ ທີ່ຜ່ານມາ ຖືເປັນຂໍ້ຕົກລົງລະດັບໂລກຢ່າງເປັນທາງການສະບັບທຳອິດ ທີ່ຫ້າມການຄອບຄອງອາວຸດນິວເຄຼຍຢ່າງເດັດຂາດ.


ເຖິງຢ່າງໃດກໍ່ຕາມກຸ່ມປະເທດທີ່ມີອາວຸດນິວເຄຼຍຢູ່ໃນຄອບຄອງທັງ 9 ປະເທດໄດ້ແກ່: ສະຫະລັດອາເມຣິກາ, ລັດເຊຍ, ຝຣັ່ງ, ຈີນ, ອັງກິດ, ປາກິດສະຖານ, ອິນເດຍ, ເກົາຫຼີເໜືອ ແລະ ອິດສະຣາແອນ ບໍ່ເຂົ້າຮ່ວມການປະຊຸມໃນຄັ້ງນີ້ ເຊັ່ນດຽວກັນກັບຍີ່ປຸ່ນ ແລະ ສະມາຊິກອົງການສົນທິສັນຍາອາກລັງຕິກເໜືອ (NATO) ເກືອບທັງໝົດບໍ່ເຂົ້າຮ່ວມ, ເຊິ່ງປະເທດໂຮນລັງ ເປັນສະມາຊິກ NATO ພຽງບໍ່ພໍເທົ່າໃດປະເທດທີ່ເຂົ້າຮ່ວມການລົງມະຕິ ແຕ່ອອກສຽງຄັດຄ້ານ ສ່ວນປະເທດສິງກະໂປງົດອອກສຽງ.

ເຖິງຢ່າງໃດກໍ່ຕາມສະພາຂອງຢ່າງໜ້ອຍ 50 ປະເທດທີ່ອອກສຽງສະໜັບສະໜູນຕ້ອງຮ່ວມກັນໃຫ້ສັດຕະຍາບັນພາຍໃນ 90 ວັນ ນັບຈາກນີ້ເປັນຕົ້ນໄປ ເພື່ອໃຫ້ສົນທິສັນຍາສະບັບນີ້ທີ່ມີຄວາມຍາວ 10 ໜ້າ ໄດ້ມີຜົນບັງຄັບໃຊ້ຢ່າງເປັນທາງການ.


ເຊິ່ງ ສ.ອາເມຣິກາໃຫ້ເຫດຜົນຂອງການບໍ່ເຂົ້າຮ່ວມເຈລະຈາຕັ້ງແຕ່ຕົ້ນວ່າ ສະຖານະການຄວາມເຄັ່ງຕຶງຢູ່ແຫຼມເກົາຫຼີ ຖືເປັນສັນຍານເຕືອນໄພສຳລັບອາເມຣິກາ ວ່າຈຳເປັນຕ້ອງຄອບຄອງອາວຸດນິວເຄຼຍ ເພື່ອປ້ອງກັນຕົນເອງ ແລະ ເຖິ່ງຢ່າງໃດກໍ່ຕາມລັດຖະບານ ສ.ອາເມຣິກາ ຢຶດໝັ້ນຕາມກອບຂອງ NPT ສະບັບປີ 1970 ທີ່ຈະຍັງຄົງມີຜົນບັງຄັບໃຊ້ຕໍ່ໄປ ໂດຍລະບຸວ່າການຫ້າມແຜ່ຂະຫຍາຍອາວຸດນິວເຄຼຍ ແຕ່ກຳນົດຄວາມຮັບຜິດຊອບໃຫ້ປະເທດທີ່ຄອບຄອງອາວຸດນິວເຄຼຍຕ້ອງຄ່ອຍໆຫຼຸດຈຳນວນອາວຸດໃນຄັງຂອງຕົວເອງ.


No comments

Powered by Blogger.