5 ປະໂຫຍກໃຫ້ກຳລັງໃຈ ທີ່ຄວນເວົ້າກັບຄົນຮັກເລື້ອຍໆ ເພື່ອທະວີຄວາມສຳພັນ - ອິດສະຫຼະ

5 ປະໂຫຍກໃຫ້ກຳລັງໃຈ ທີ່ຄວນເວົ້າກັບຄົນຮັກເລື້ອຍໆ ເພື່ອທະວີຄວາມສຳພັນ



ໃຜຄິດວ່າຄຳເວົ້າພຽງເລັກໆນ້ອຍໆ ພຽງບໍ່ທໍເທົ່າໃດຄຳ ຈະສາມາດສ້າງຄວາມສຸກໄດ້ແບບບໍ່ໜ້າເຊື່ອ ແຖມການເວົ້າບາງປະໂຫຍກຊ້ຳໆ ກໍ່ຍັງຊ່ວຍເສີມຄວາມສຳພັນ ໃຫ້ກຳລັງໃຈ ສ້າງຄວາມໃກ້ຊິດກັບຄົນຮັກໄດ້ອີກດ້ວຍ ແລະ ນີ້ຄື 5 ປະໂຫຍກໃຫ້ກຳລັງໃຈ ທີ່ທ່ານຄວນເວົ້າຢູ່ເລື້ອຍໆກັບຄົນທີ່ຮັກ ເພື່ອເຕີມຄວາມຮັກຄວາມຫ່ວງໃຍໃຫ້ກັນແລະກັນ.

1. ເຮົາຈະຕ້ອງຜ່ານມັນໄປໄດ້: ມີການສຶກສາພົບວ່າ ຄວາມສຸກໃນຊີວິດຄູ່ຄຳວ່າ "ເຮົາ" ເປັນຄຳທີ່ຟັງແລ້ວຮູ້ສຶກດີ ແລະ ສະແດງເຖິງຄວາມເປັນທີມດຽວກັນ ເຊິ່ງຊ່ວຍໃຫ້ມະນຸດເຮົາສາມາດປະເຊີນໜ້າກັບບັນຫາຕ່າງໆໃນແຕ່ລະມື້ໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ ບໍ່ວ່າຈະເປັນເລື່ອງການຮ່ວມມືກັນແກ້ໄຂບັນຫາ ຜົນລັບທີ່ໄດ້ຄື ຄູ່ຮັກຈະຜິດຖຽງກັນໜ້ອຍລົງ ແລະ ຍັງຄືນດີກັນໄວ້ຂຶ້ນອີກດ້ວຍ.

2. ຂ້ອຍກຳລັງຟັງສິງທີ່ເຈົ້າເວົ້າຢູ່: ມະນຸດເຮົາລ້ວນຕ້ອງການຄົນທີ່ຮັບຟັງ, ໃຫ້ກຳລັງໃຈ ແລະ ເຂົ້າໃຈກັນ ແລະ ກັນທັງນັ້ນ, ໂດຍສະເພາະຄວາມສຳພັນຂອງຄູ່ຮັກ ທີ່ທ່ານຈະຕ້ອງ "ຟັງກັນ" ຕັ້ງໃຈຟັງ ແລະ ໃສ່ໃຈກັບສິ່ງທີ່ອີກຝ່າຍເວົ້າໃຫ້ຫຼາຍ ແລະ ເວົ້າຕອບເມື່ອສົມຄວນຈະເວົ້າ ເຊິ່ງອາດຈະບໍ່ເຫັນດີນຳກັບສິ່ງທີ່ຝ່າຍກົງຂ້າມເວົ້າອອກມາກໍ່ໄດ້ ແຕ່ຈະລົມກັນດ້ວຍຫຼັກການຂອງເຫດຜົນ ນັ້ນກໍ່ສະແດງໃຫ້ເຂົາເຈົ້າເຫັນວ່າທ່ານເປີດໃຈ ແລະ ເຂົາເຈົ້າກໍ່ຈະກ້າເປີດເຜີຍຄວາມຮູ້ສຶກກັບທ່ານຫຼາຍຂຶ້ນ.

3. ຂ້ອຍຮັກເຈົ້າຫຼາຍ: ເມື່ອີກຝ່າຍມີທ່າທີ່ທີ່ໜ້າຮັກ ຄົນສ່ວນໃຫຍ່ກໍ່ມັກຈະຮູ້ສຶກເຂີນອາຍທີ່ຈະເອີ່ຍຄຳຊົມຄົນຮັກ ຫຼື ເບິ່ງເປັນເລື່ອງປົກກະຕິ ແຕ່ຮູ້ບໍ່ວ່າມັນເປັນການໃຫ້ກຳລັງໃຈຊັ້ນດີ ເພາະໃຜກໍ່ລ້ວນແຕ່ຕ້ອງການຄຳຊົມຈາກຄົນຮັກ (ຊ້ຳແລ້ວຊ້ຳອີກ) ວ່າ ເຂົາເຈົ້າງາມ, ຫຼໍ່, ມີສະເໜ່ ແລະ ມະຫັດສະຈັນປານໃດ ພຽງແຕ່ທ່ານເອີຍຄຳຊື່ນຊົມເທົ່ານັ້ນ ອີກຝ່າຍກໍ່ຮູ້ສຶກໝັ້ນໃຈໄດ້ຕະຫຼອດເວລາແລ້ວ.

4. ໂອ້..! ຂອບໃຈຫຼາຍ: ການກະທຳເລັກໆນ້ອຍໆ ບໍ່ວ່າຈະເປັນການອະນາໄມສິ່ງສ່ວນຕົວໃຫ້, ພາລູກໄປທ່ຽວ, ເອົາເຄື່ອງນຸ່ງໄປຊັກ ຫຼື ເຮັດອາຫານໃຫ້ກິນ ກໍ່ເຮັດໃຫ້ອີກຝ່າຍມີຄວາມສຸກແລ້ວ ແຕ່ຖ້າຄູ່ຮັກເພີ່ມຄຳອຸທານ ໂອ້...! ເຂົ້າໄປໃນປະໂຫຍກສະແດງຄວາມຂອບໃຈເຊັ່ນ: ໂອ້...! ຂອບໃຈເດີ ນີ້ຈະຍິ່ງເຮັດໃຫ້ຄົນຮັກຂອງທ່ານຮູ້ສຶກດີ ແລະ ປື້ມໃຈຂຶ້ນ ເພາະມັນປຽບດັ່ງກັບທ່ານຮູ້ສຶກວ່າປະທັບໃຈ ແລະ ຈິງໃຈກັບຄຳຂອບໃຈນັ້ນແທ້ໆ.

5. ລຸຍເລີຍ: ເຖິງແມ່ນວ່າຈະເປັນຄຳສັ້ນໆ ແຕ່ກໍ່ໃຫ້ກຳລັງໃຈ ອີກຝ່າຍເປັນໄດ້ຢ່າງດີ ເພາະເມື່ອໃດກໍ່ຕາມທີ່ທ່ານແບ່ງປັນຄວາມຄິດ, ຄວາມຫວັງ ແລະ ຄວາມຝັນກັບອີກຝ່າຍດ້ວຍປະໂຫຍດທີ່ວ່າ "ຂ້ອຍຢູ່ຂ້າງເຈົ້າຢູ່ແລ້ວ" ບໍ່ພຽງແຕ່ຈະເຮັດໃຫ້ທ່ານມີມຸມມອງຊີວິດ ແລະ ຄວາມຮັກໃນດ້ານບວກເພີ່ມຂຶ້ນເທົ່ານັ້ນ ແຕ່ຈະເຮັດໃຫ້ທັງຄູ່ມີຄວາມສຸກ ແລະ ຄອງຮັກກັນໄປອີກດົນນານເລີຍ.

No comments

Powered by Blogger.