ງົດເພື່ອ "ຕັບ" ເພື່ອຊີວິດຂອງທ່ານເອງ ໃນຊ່ວງເຂົ້າພັນສານີ້ - ອິດສະຫຼະ

ງົດເພື່ອ "ຕັບ" ເພື່ອຊີວິດຂອງທ່ານເອງ ໃນຊ່ວງເຂົ້າພັນສານີ້



ອົງການອະນາໄມໂລກ ໄດ້ອອກມາລາຍງານວ່າເຄື່ອງດື່ມມຶນເມົາເປັນປັດໄຈສົ່ງຜົນຕໍ່ໂລກ ແລະ ການບາດເຈັບທັງຮ່າງກາຍ ແລະ ຈິດໃຈ ເມື່ອເວົ້າເຖິງເລື່ອງການດື່ມເຫຼົ້າ, ດື່ມເບຍ ແລະ ສິ່ງມຶນເມົາອື່ນໆ ອະໄວຍະວະໃນຮ່າງກາຍທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຄື "ຕັບ" ເພາະຕັບປຽບດັ່ງໂຮງງານກຳຈັດຂອງເສຍໃນຮ່າງກາຍ ໂດຍພົບວ່າ: ເມື່ອຕັບຮັບສານມຶນເມົາເຂົ້າໄປຫຼາຍເກີນກວ່າຈະຟອກໄດ້ ສິ່ງມຶນເມົາຈຶ່ງເຂົ້າໄປສະສົມຢູ່ໃນຮ່າງກາຍ ທີ່ຕ້ອງລໍຖ້າຈົນກວ່າຕັບຈະຟອກອອກໝົດ ຍິ່ງເວລາຜ່ານໄປດົນເທົ່າໃດ ແທນທີ່ຕັບຈະສາມາດກຳຈັດສິ່ງມຶນເມົາ, ສານເຄມີຈາກສິ່ງມຶນເມົາກໍ່ຈະທຳລາຍເນື້ອຕັບແທນ ແລະ ມີຜົນເຮັດໃຫ້ເກີດໄຂມັນແຊກຕັບ, ຕັບອັກເສບ, ໂລກຕັບແຂງ ຫຼື ພັດທະນາໄປເປັນມະເຮັງຕັບ ເປັນຕົ້ນ.




No comments

Powered by Blogger.