ສ.ອາເມຣິກາ ສົ່ງຍົນຖິ້ມລະເບີດ B-1B ເຝິກຊ້ອມກັບເກົາຫຼີໃຕ້ ບິນເຂົ້າສຽດສິວກັບຊາຍແດນເກົາຫຼີເໜືອ - ອິດສະຫຼະ

ສ.ອາເມຣິກາ ສົ່ງຍົນຖິ້ມລະເບີດ B-1B ເຝິກຊ້ອມກັບເກົາຫຼີໃຕ້ ບິນເຂົ້າສຽດສິວກັບຊາຍແດນເກົາຫຼີເໜືອ



ສຳນັກຂ່າວຕ່າງປະເທດລາຍງານ 8 ກໍລະກົດ 2017 ວ່າ: ກອງທັບເກົາຫຼີໃຕ້ລາຍງານໃນມື້ນີ້ວ່າ: ຍົນຖິ້ມລະເບີດຄວາມໄວເໜືອສຽງ B-1B ຂອງກອງທັບສະຫະລັດອາເມຣິກາ 2 ລຳ ເດີນທາງຈາກຖານທັບຢູ່ເກາະກວມມາຍັງແຫຼມເກົາຫຼີ ເມື່ອຊ່ວງເຊົ້າຂອງວັນເສົາຕາມເວລາທ້ອງຖິ່ນ ເພື່ອເຝິກຊ້ອມຮົບຮ່ວມກັນກອງທັບອາກາດເກົາຫຼີໃຕ້ ໂດຍເປັນການຈຳລອງການໃຊ້ຍຸດທະວິທີໂຈມຕີເປົ້າໝາຍຖານຍິງຂີປະນາວຸດ ແລະ ອຸໂມງໃຕ້ດິນຂອງຝ່າຍສັດຕູ ເຊິ່ງຍົນຮົບຂອງ ສ.ອາເມຣິກາ ທັງ 2 ລຳໃຊ້ກະສຸນຈິງໃນການເຝິກຊ້ອມຢູ່ໃນເຂດຂອງແຂວງກັງວອນ ຢູ່ທາງພາກຕາເວັນອອກຂອງເກົາຫຼີໃຕ້ ແລະ ມີຊາຍແດນຕິດກັບເກົາຫຼີເໜືອ.



ເຖິງຢ່າງກໍ່ຕາມ ສຳນັກຂ່າວ YTN ຂອງເກົາຫຼີໃຕ້ລາຍງານວ່າ: ພາຍຫຼັງສຳເລັດພາລະກິດຊ້ອມຮົບຮ່ວມກັບເກົາຫຼີໃຕ້ ຍົນຖິ້ມລະເບີດທັງ 2 ລຳ ບິນອອກໄປທາງຕາເວັນຕົກ ສຽດສິວກັບເສັ້ນແບ່ງນ່ານຟ້າບໍລິເວນເຂດປອດທະຫານ (DMC) ຢູ່ແຫຼມເກົາຫຼີອີກດ້ວຍ ກ່ອນບິນກັບຖານທັບທີ່ເກາະກວມ ເຊິ່ງການເຄື່ອນໄຫວດັ່ງກ່າວເກີດຂຶ້ນພຽງບໍ່ພໍເທົ່າໃດວັນ ພາຍຫຼັງທີ່ເກົາຫຼີເໜືອປະກາດຄວາມສຳເລັດເປັນຄັ້ງທຳອິດ ໃນການທົດລອງຂີປະນາວຸດຂ້າມທະວີບ (ICBM) ໃນຊື່ Hwasong-14 (ດາວອັງຄານ-14) ທີ່ໃນທາງທິດສະດີມີໄລຍະການຍິງໄດ້ໄກເຖິງລັດອະແລສກາຂອງ ສ.ອາເມຣິກາ.


No comments

Powered by Blogger.