ຜູ້ຍິງ 10 ປະເພດ ທີ່ຜູ້ຊາຍ ເບື່ອໜ່າຍທີ່ສຸດ ລອງອ່ານເບິ່ງວ່າມີຜູ້ຍິງປະເພດໃດແດ່ - ອິດສະຫຼະ

ຜູ້ຍິງ 10 ປະເພດ ທີ່ຜູ້ຊາຍ ເບື່ອໜ່າຍທີ່ສຸດ ລອງອ່ານເບິ່ງວ່າມີຜູ້ຍິງປະເພດໃດແດ່



ບໍ່ວ່າສາວໆຄົນໃດກໍ່ຢາກຮູ້ໃຈຜູ້ຊາຍກັນທັງນັ້ນ ໂດຍສະເພາະກັບຄົນທີ່ເຮົາແອບມັກ ເຮົາຄົງບໍ່ຢາກຈະເປັນຜູ້ຍິງທີ່ໜ້າເບື່ອໜ່າຍໃນສາຍຕາຂອງຜູ້ຊາຍຄົນນັ້ນ ລອງມາເບິ່ງນຳກັນວ່າ 10 ຜູ້ຍິງ ປະເພດໃດແດ່ ທີ່ຜູ້ຊາຍບໍ່ມັກ:

1. ແຕ່ງໜ້າຈັດເກີນໄປ: ເບິ່ງບາດທຳອິດກໍ່ງາມຢູ່ດອກ ແຕ່ເບິ່ງດົນໆແລ້ວມັນໜ້າເບື່ອ ແລະ ອຶດອັດ ເຫັນແລ້ວໜັກໜ້າແທນ ຄຳຖາມຫຼັງຈາກທີ່ເຫັນພວກຜູ້ຍິງແຕ່ງໜ້າຈັດໆ ແຕ່ງໜ້າໜາໆຄື "ໜ້າສົດຈະເປັນແບບໃດ?" ຈະງາມຄືກັບຕອນແຕ່ງບໍ່?

2. ມັກເວົ້ານິນທາ: ບໍ່ແມ່ນວ່າ ຜູ້ຊາຍຈະມັກສະເພາະຜູ້ຍິງທີ່ຄິດບວກດອກ ແຕ່ຈະໃຫ້ມັກຜູ້ຍິງທີ່ຄິດລົບຢ່າງດຽວ ນິນທາທຸກຢ່າງໄປໝົດມັນກໍ່ບໍ່ແມ່ນ ເພາະຢູ່ນຳແລ້ວມັນບໍ່ສະບາຍໃຈຕ່າງຫາກທີ່ເປັນບັນຫາ

3. ໝັ້ນໃຈເກີນເຫດ: ຄວາມໝັ້ນໃຈເປັນສິ່ງທີ່ດີ ແຕ່ໝັ້ນໃຈຫຼາຍເກີນໄປກໍ່ບໍ່ດີ ຜູ້ຊາຍຈະຮູ້ສຶກວ່າຜູ້ຍິງທີ່ມີຄວາມໝັ້ນໃຈຫຼາຍເກີນໄປວ່າເປັນພວກດື້ດານ, ບໍ່ຟັງໃຜ ແລະ ຍາກທີ່ຜູ້ຊາຍຈະເຂົ້າໄປພັດທະນາຄວາມສຳພັນນຳ

4. ມັກເວົ້າໃຫ້ແຟນເກົ່າໃນທາງລົບ: ບໍ່ມີຜູ້ຊາຍຄົນໃດທີ່ມັກຜູ້ຍິງແບບນີ້ດອກ ຄິດເບິ່ງວ່າຂະໜາດແຟນເກົ່າ, ຄົນເຄີຍຮັກ ເຂົາເຈົ້າຍັງເວົ້າໃຫ້ແບບເສຍໆຫາຍໆໄດ້ ມັນຈະເຮັດໃຫ້ພາບລັກຂອງຜູ້ຍິງຕິດລົບໃນສາຍຕາຂອງຜູ້ຊາຍຄົນໃໝ່

5. ເກາະຂາເກາະແຂນຕະຫຼາດເວລາ: ກໍ່ຮູ້ຢູ່ວ່າຮັກ ແຕ່ຈະຮັກອີ່ຫຍັງຂະໜາດນີ້ ບໍ່ວ່າຈະໄປໃສ ກໍ່ໄປນຳຕະຫຼອດ ບໍ່ວ່າຈະເຮັດຫຍັງກໍ່ເຮັດນຳຕະຫຼອດ ແບບນີ້ມັນໜ້າລຳຄານຮູ້ບໍ່ ເວັ້ນຊ່ອງວ່າງໃຫ້ແນ່...!

6. ຫຼິ້ນຕົວ: ກໍ່ແມ່ນຢູ່ທີ່ຜູ້ຊາຍບໍ່ມັກຜູ້ຍິງງ່າຍໆພຽງບາຍກໍ່ງາຍທ້ອງປ່າງງ່າງ ແຕ່ຜູ້ຍິງທີ່ຍາກຫຼາຍ ມັນກໍ່ໜ້າເບື່ອຄືກັນ ຈະຫຼິ້ນຕົວກໍ່ຫຼິ້ນໃນລັກສະນະທີ່ພໍດີພໍງາມ ບໍ່ໃຫ້ໜ້າກຽດເກີນໄປ.

7. ທຸກໃຈຕະຫຼອດເວລາ: ພໍ້ກັນບາດໃດກໍ່ຄຽດ, ຮ້ອງໄຫ້ຕະຫຼອດ ກໍ່ຮູ້ຢູ່ວ່າຄົນເຮົາຕ້ອງມີຄວາມທຸກຄວາມໂສກ, ມີເລື່ອງໃຫ້ຄຽດກັນທັງນັ້ນ ແຕ່ມັນກໍ່ບໍ່ແມ່ນຕະຫຼອດເວລາ ບໍ່ແມ່ນທຸກຄັ້ງທີ່ພົບກັນ? ຢູ່ກັບຄົນຄຽດໆ, ຄົນເສົ້າໆ ຖາມຕົວເອງເບິ່ງວ່າ ເປັນເຈົ້າຈະບໍ່ເບື່ອໜ່າຍບໍ່?

8. ເຮັດຊົງຜົມປະຫຼາດແປກໆ: ເລື່ອງຊົງຜົມນີ້ຟັງແລ້ວອາດບໍ່ກ່ຽວກັບຄວາມສຳພັນ ແຕ່ຜູ້ຊາຍຖືເພາະເຈົ້າຄືຄູ່ຂອງເຂົາເຈົ້າ ມີການວິໄຈເປີດເຜີຍວ່າ ຜູ້ຊາຍມັກຜູ້ຍິງທີ່ເຮັດຊົງຜົມແບບທຳມະດາ ແລະ ເບິ່ງເປັນທຳມະຊາດ ຫຼາຍກວ່າຜູ້ຍິງທີ່ເຮັດຊົງຜົມວືວາເກີນງາມ.

9. ສາວໆສາຍປາຕີ້: ເລື່ອງປາຕີ້ກໍ່ຕ້ອງມີກັນທຸກຄົນ ແຕ່ບໍ່ແມ່ນທຸກຄືນ, ເປັນປົກກະຕິຢູ່ແລ້ວທີ່ຜູ້ຊາຍໄປທ່ຽວກາງຄືນ ຈະຈີບຜູ້ຍິງໃນຜັບໃນບາ ແຕ່ສ່ວນໃຫຍ່ກໍ່ພຽງແຕ່ຈີບຫຼິ້ນແບບ One Night Stand ເທົ່ານັ້ນ, ຖ້າຈະໃຫ້ສານສຳພັນຕໍ່ຄົງເປັນໄປບໍ່ໄດ້ ຖ້າເວົ້າແບບກົງໆ, ນັ້ນກໍ່ເພາະວ່າ ຜູ້ຍິງໃນຜັບໃນບາຖ້າໃຫ້ One Night Stand ມັນງ່າຍເກີນໄປ ບໍ່ເໝາະສົມທີ່ຈະເອົາມາເປັນແມ່ພັນຂອງລູກ.

10. ຄິດເອງບໍ່ເປັນ: ຂໍ້ນີ້ເປັນສິ່ງທີ່ໜ້າເບື່ອທີ່ສຸດ ເພາະຄືຄົນບໍ່ມີສະໜອງ ຜູ້ຊາຍເວົ້າຫຍັງກໍ່ວ່າ ແມ່ນ, ຄິດຫຍັງກໍ່ວ່າ ຖືກ, ມັນບໍ່ແມ່ນສຳລັບຄວາມສຳພັນລະຫວ່າງຄູ່ຮັກ ແຕ່ມັນຄືກັບຜູ້ຊາຍນັ່ງຫຼິ້ນຕຸກກະຕາບໍ່ມີຊີວິດຊີວາວ່າແບບໃດກໍ່ແບບນັ້ນ.

No comments

Powered by Blogger.