ກຸ່ມປະເທດມະຫາອຳນາດ G-20 ຈະຮ່ວມກັນຕໍ່ຕ້ານ ແລະ ຕັດທໍ່ນ້ຳລ້ຽງຂະບວນການກໍ່ການຮ້າຍ - ອິດສະຫຼະ

ກຸ່ມປະເທດມະຫາອຳນາດ G-20 ຈະຮ່ວມກັນຕໍ່ຕ້ານ ແລະ ຕັດທໍ່ນ້ຳລ້ຽງຂະບວນການກໍ່ການຮ້າຍ



ສຳນັກຂ່າວຕ່າງປະເທດລາຍງານ 8 ກໍລະກົດ 2017 ວ່າ: ກຸ່ມ G-20 ອອກຖະແຫຼງການຮ່ວມກັນວ່າ ຜູ້ນຳຂອງປະເທດໃນກຸ່ມ G-20 ເຊິ່ງປະກອບໄປດ້ວຍປະເທດອຸດສາຫະກຳຂະໜາດໃຫຍ່ ແລະ ປະເທດກຳລັງພັດທະນາ ທີ່ມີອັດຕາສ່ວນເສດຖະກິດລວມກັນສູງເຖິງ 85% ຂອງ GDP ໂລກ, ຢືນຢັນວ່າ ຈະຮ່ວມມືກັນບັງຄັບໃຊ້ມາດຕະການທຸກຢ່າງທີ່ຈຳເປັນ ເພື່ອຕໍ່ຕ້ານກຸ່ມກໍ່ການຮ້າຍ ໂດຍການບັງຄັບໃຊ້ມາດຕະການດັ່ງກ່າວເປັນໄປຕາມກົດບັດຂອງສະຫະປະຊາຊາດ ແລະ ກົດໝາຍລະຫວ່າງປເທດ.

ນອກຈາກນີ້ ຜູ້ນຳກຸ່ມ G-20 ຍັງເຫັນດີໃຫ້ມີການແລກປ່ຽນຂໍ້ມູນຮ່ວມກັນຫຼາຍຂຶ້ນ ລວມທັງການໃຊ້ກົນໄກການແບ່ງປັນຂໍ້ມູນຢ່າງເຕັມຮູບແບບ ແລະ ເປັນລະບົບ ໂດຍສະເພາະຢ່າງຍິງລະບົບການແບ່ງປັນຂໍ້ມູນຂອງອິນເຕີໂພ (INTERPOL)

ສ່ວນບັນຫາແຫຼ່ງເງິນທີ່ສະໜັບສະໜູນກໍ່ການຮ້າຍ ຜູ້ນຳ G-20 ໃຫ້ຄຳໝັ້ນທີ່ຈະສະກັດກັ້ນແຫຼ່ງການເງິນ, ເຕັກໂນໂລຊີ ແລະ ຊ່ອງທາງທັງໝົດທີ່ຈະສະໜັບສະໜູນກໍ່ການຮ້າຍ ພ້ອມກັບຮຽກຮ້ອງທຸກປະເທດທົ່ວໂລກໃຫ້ຢຶດໝັ້ນໃນມະຕິຂອອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ແລະ ດຳເນີນການຕາມມາດຕະຖານຂອງຄະນະປະຕິບັດໜ້າທີ່ເພື່ອດຳເນີນມາດຕະການທາງການເງິນ (Financial Action Task Force) ຫຼື FATF ລວມທັງໃຊ້ມາດຕະການທີ່ເຂັ້ມງວດໃນການຕັດເສັ້ນທາງການເງິນທີ່ຈະຖ່າຍໂອນໄປຍັງອົງການກໍ່ການຮ້າຍຂ້າມຊາດ.

ນອກເໜືອຈາກບັນຫາກໍ່ການຮ້າຍ ການປະຊຸມ G-20 ມື້ອຳທິດຍັງມີການປຶກສາຫາລືໃນບັນຫາເສດຖະກິດໂລກ, ບັນຫາການຄ້າ ແລະ ບັນຫາໂລກຮ້ອນອີກດ້ວຍ.

No comments

Powered by Blogger.