ຮູ້ແລ້ວຢ່າເຮັດ 5 ຄວາມເຫັນແກ່ຕົວ ທີ່ອາດທຳລາຍຊີວິດຄູ່ - ອິດສະຫຼະ

ຮູ້ແລ້ວຢ່າເຮັດ 5 ຄວາມເຫັນແກ່ຕົວ ທີ່ອາດທຳລາຍຊີວິດຄູ່



ກວ່າຈະໄດ້ແຕ່ງດອງຢູ່ຮ່ວມກັນບໍ່ແມ່ນເລື່ອງງາຍ ເພາະສະນັ້ນ, ເມື່ອທ່ານຢູ່ຮ່ວມກັນແລ້ວ ກໍ່ຢ່າທຳລາຍມັນດ້ວຍຄວາມເຫັນແກ່ຕົວເລີຍ ເພາະມັນຈະສົ່ງຜົນກະທົບໃນດ້ານທີ່ບໍ່ດີຕໍ່ຊີວິດຄູ່ຢ່າງແນ່ນອນ ຖ້າທ່ານບໍ່ຢາກໃຫ້ຊີວິດຄູ່ຈົບລົງ ລອງມາຮຽນຮູ້ບັນດາພຶດຕິກຳທີ່ເຮັດແກ່ຕົວເຫຼົ່ານີ້ນຳກັນ:

1. ຂະນທີ່ທີ່ຜິດຖຽງກັນຄວນຟັງອີກຝ່າຍໜຶ່ງໃຫ້ຫຼາຍຂຶ້ນ ແລະ ທົບທວນຄວາມຄິດຂອງຕົວເອງ: ນີ້ຖືເປັນບັນຫາອັບດັບ 1 ຂອງຄູ່ຮັກຫຼາຍຄູ່ເລີຍກໍ່ວ່າໄດ້ ເຊິ່ງຄູ່ຮັກສ່ວນໃຫຍ່ມັກຈະລະເບີດອາລົມໃສ່ກັນ ຈົນບໍ່ຟັງລາຍລະອຽດຂອງອີກຝ່າຍ ແລະ ປ່ອຍຄຳຫຍາບອອກມາໂດຍບໍ່ຮູ້ຕົວ ເຮັດໃຫ້ການໂຕ້ຖຽງນັ້ນຮຸນແຮງຂຶ້ນ ບາງຄັ້ງກໍ່ສ້າງກຳແພງຂຶ້ນມາທັນທີ ແລະ ສະແດງທ່າທີຕໍ່ຕ້ານເມື່ອຮູ້ສຶກບໍ່ພໍໃຈໃນອາລົມ ດັ່ງນັ້ນ, ຄວນໃຈເຢັນໆລອງເຝິກຫັດຕົນເອງໃຫ້ຮູ້ຈັກຟັງ ແລະ ທຳຄວາມເຂົ້າໃຈກັບສິ່ງທີ່ເຂົາເຈົ້າກຳລັງພະຍາຍາມສື່ສານ ໂດຍຫຼີກລ້ຽງການປະຊົດປະຊັນ ຫຼື ເວົ້າຄຳຫຍາບ.

2. ບໍ່ຍອມເລົ່າບັນຫາທີ່ເກີດຂຶ້ນໃຫ້ອີກຝ່າຍໜຶ່ງຟັງ: ບໍ່ມີມະນຸດຄົນໃດໃນໂລກນີ້ ສາມາດອ່ານໃຈຂອງຄົນອື່ນໄດ້ທຸກເລື່ອງ.. ຄູ່ຂອງທ່ານກໍ່ເຊັ່ນກັນ, ການຄິດເອງວ່າ ອີກຝ່າຍໜ້າຈະຮູ້ວ່າເຮົາບໍ່ພໍໃຈເລື່ອງໃດເລື່ອງໜຶ່ງ ຫຼື ເຂົາເຈົ້າຄວນວາງຕົວເອງແບບໃດ, ການທີ່ບໍ່ບອກໃຫ້ເຂົາເຈົ້າຮູ້ ກໍ່ຖືເປັນຄວາມເຫັນແກ່ຕົວຢ່າງໜຶ່ງ ທັງເລື່ອງຄວາມຄຽດຈາກບ່ອນເຮັດວຽກ, ຄວາມເປັນຫ່ວງເລື່ອງເງິນໆຄຳໆ ຫຼື ພຶດຕິກຳຂອງເຂົາເຈົ້າທີ່ເຮົາບໍ່ມັກ ສິ່ງເຫຼົ່ານີ້ຖ້າບໍ່ເວົ້າກັນ ບັນຫາກໍ່ຈະສະສົມຄາລາຄາຊັງຈົນບັ່ນທອນຊີວິດຄູ່ໄດ້ ເຊິ່ງຄວາມຈິງແລ້ວການລະບາຍຄວາມຄຽດໃຫ້ເຂົາເຈົ້າຟັງ ຫຼື ນັ່ງລົມກັນກໍ່ເປັນເລື່ອງທີ່ດີ ເຊິ່ງທ່ານທັງຄູ່ຈະໄດ້ຮັບຮູ້ເຖິງບັນຫາຂອງອີກຝ່າຍ ແລະ ຊ່ວຍກັນແກ້ໄຂບັນຫາ ລວມທັງຊ່ວຍບັນເທົາຄວາມທຸກຂອງກັນແລະກັນໄດ້ ແຕ່ຂໍຢ່າງດຽວຢ່າໃຊ້ອາລົມ.

3. ຄິດເອງເອີເອງ: ເມື່ອໃດທີ່ຄົນເຮົາຄຽດບໍ່ວ່າຈະເລື່ອງຄວາມສຳພັນ ຫຼື ເລື່ອງອື່ນໆ ເຮົາກໍ່ມັກຈະສະແດງກິລິຍາທີ່ບໍ່ເປັນຜົນດີຕໍ່ຄວາມສຳພັນອອກມາເຊັ່ນ: ເຮັດໜ້າຕາບູດບຶ້ງ, ບໍ່ເວົ້າບໍ່ວ່າຫຍັງ ເຊິ່ງກໍ່ມີຫຼາຍຄັ້ງທີ່ສະແດງອາລົມຮຸນຮງກັບຄົນຮັກ ຈົນອີກຝ່າຍເລີ່ມໃຈຮ້າຍ ແລະ ມີປະຕິກິລິຍາຕອບໂຕ້ກັບໄປ ເຮັດໃຫ້ເປັນເລື່ອງຜິດຖຽງກັນ ດັ່ງນັ້ນ, ເມື່ອຝ່າຍໃດຝ່າຍໜຶ່ງມີອາການຄຽດ ທ່ານຄວນເປີດໃຈລົມກັນເຖິງບັນຫາ ແລະ ຄວາມຮູ້ສຶກຕ່າງໆທີ່ເກີດຂຶ້ນ ຢ່າຄິດເອົາເອງວ່າເຂົາເຫັນເຮົາເປັນພຽງບ່ອນລະບາຍ ແລະ ຄວນເຕືອນຕົວເອງວ່າ ເຂົາຍັງເປັນຄົນທີ່ເຮົາເລືອກ ແລະ ຮັກຢູ່.

4. ເປັນຫ່ວງກ່ຽວກັບຄວາມຕ້ອງການທາງເພດຈົນລະເລີຍເຂົາເຈົ້າ: ເພດສຳພັນຄື ອົງປະກອບສຳຄັນຢ່າງໜຶ່ງຂອງຊີວິດຄູ່ ແລະ ມັກເປັນບັນຫາທີ່ເຮັດໃຫ້ຊີວິດຄູ່ຕ້ອງສັ່ນຄອນ ນັ້ນກໍ່ຄືການທີ່ທັງຄູ່ມີຄວາມຕ້ອງການ ແລະ ຄວາມຄາດຫວັງທີ່ຕ່າງກັນ ດັ່ງນັ້ນ, ການໂອ້ລົມກັນກ່ຽວກັບບັນຫານີ້ ຈຶ່ງເປັນເລື່ອງສຳຄັນຫຼາຍ ເຊິ່ງມັນບໍ່ແມ່ນເລື່ອງແປກເລີຍທີ່ເຮົາຈະບອກເຂົາເຈົ້າວ່າ ເຮົາມັກແບບໃດ ແຕ່ຖ້າຫາກມື້ໃດບໍ່ພ້ອມກໍ່ຄວນບອກກັນ ແຕ່ຢ່າຫັກຫານຫົວໃຈກັນຫຼາຍເກີນໄປໂອກາດກໍ່ບໍ່ພ້ອມ ແລ້ວອີກຝ່າຍຈະຫາເລື່ອງອອກໄປຫາຂອງນອກບ້ານແທນ.

5. ມັກປະຊົດປະຊັນກັນ ແລະ ແກ້ແຄ້ນ: ຮູ້ບໍ່? ເມື່ອທ່ານປະຊົດປະຊັນເຂົາເຈົ້າ ເວລາທີ່ທ່ານຮູ້ສຶກບໍ່ພໍໃຈໃນສິ່ງທີ່ເຂົາເຈົ້າເຮັດແລ້ວເວົ້າວ່າ "ແຕ່ທີ່ເຈົ້າກໍ່ຍັງເຮັດ" ເປັນຄຳເວົ້າທີ່ຍຸຍົງໃຫ້ເກີດຄວາມໃຈຮ້າຍ ເຊິ່ງຈະເຮັດໃຫ້ເກີດການປະຊົດປະຊັນກັນແບບບໍ່ສິ້ນສຸດ ແລະ ສະແດງວ່າທ່ານບໍ່ຢາກຊ່ວຍກັນແກ້ໄຂບັນຫາ ຖ້າຫາກທ່ານກຳລັງເຮັດຢູ່ກໍ່ໃຫ້ເຊົາສາ ຄວນໃຫ້ຄວາມສຳຄັນກັບເຂົາເຈົ້າໃຫ້ຫຼາຍ ເພາະທ່ານບໍ່ໄດ້ໃຊ້ຊີວິດໂສດອີກຕໍ່ໄປ ຄຳວ່າຊີວິດຄູ່ນັ້ນ ຄູ່ຂອງເຮົາຄວນທີ່ຈະມາກ່ອນສິ່ງອື່ນສະເໝີ.

No comments

Powered by Blogger.