ພໍ່ຂອງລູກ ໃນຄວາມຕ້ອງການຂອງຜູ້ຍິງ ກັບ 5 ເລື່ອງລາວດີໆທີ່ຜູ້ຊາຍຄວນຊ່ວຍຜູ້ຍິງລ້ຽງລູກ - ອິດສະຫຼະ

ພໍ່ຂອງລູກ ໃນຄວາມຕ້ອງການຂອງຜູ້ຍິງ ກັບ 5 ເລື່ອງລາວດີໆທີ່ຜູ້ຊາຍຄວນຊ່ວຍຜູ້ຍິງລ້ຽງລູກ



ບໍ່ຮູ້ວ່າໃຜເປັນຜູ້ບັນຍັດເອົາໄວ້ວ່າ ການລ້ຽງລູກ ຖືເປັນໜ້າທີ່ຂອງຄົນທີ່ເປັນແມ່ເທົ່ານັ້ນ ທັງທີ່ຄວາມຈິງແລ້ວ ການທີ່ຜົວເມຍຊ່ວຍກັນລ້ຽງລູກ ມີຂໍ້ດີຕ່າງໆນາໆ ອ່ານຈົບແລ້ວຢ່າປ່ອຍໃຫ້ເມຍລ້ຽງລູກຂອງທ່ານຈົນຊຸດຈົນໂຊມຜູ້ຝ່າຍດຽວ:

1. ສານສຳພັນໃນຄອບຄົວ: ການຊ່ວຍລ້ຽງລູກ ເປັນອີກໜຶ່ງກິດຈະກຳສຳຄັນ ທີ່ເມື່ອຕົກລົງຕັດສິນໃຈໃຊ້ຊີວິດຄູ່ດ້ວຍກັນແລ້ວ ຄວນຈະຕ້ອງເຮັດ ແລະ ໂດຍສະເພາະແມ່ນການທີ່ຜົວເຂົ້າໄປໃຫ້ກຳລັງໃຈເມຍໃນຫ້ອງເກີດລູກ ຈະຍິ່ງເຮັດໃຫ້ຜົວເຫັນເຖິງຄວາມເຈັບປວດທໍລະມານ ແລະ ເຂົ້າໃຈເຖິງຄວາມເສຍສະຫຼະຂອງເມຍໄດ້ຫຼາຍຂຶ້ນຕື່ມ, ສ່ວນເມຍເອງກໍ່ຮູ້ສຶກອົບອຸ່ນໃຈ ທີ່ມີຜົຍມາຄຽງຂ້າງຢູ່ໃກ້ໆ.

2. ແມ່ຂອງລູກມີນ້ຳນົມໃຫ້ລູກເຮົາຫຼາຍຂຶ້ນ: ທີ່ຕ້ອງບອກແບບນີ້ກໍ່ເພາະວ່າ ຖ້າເມຍມີເວລາພັກຜ່ອນຫຼາຍຂຶ້ນ ຈະເຮັດໃຫ້ສາມາດປ້ຳນົມໄດ້ງ່າຍຂຶ້ນ ສຸຂະພາບຂອງເດັກລວມໄປເຖິງພູມຕ້ານທານຕ່າງໆກໍ່ຈະດີກວ່າເດັກທີ່ກິນນົມຜົງ ດັ່ງທີ່ໝໍແນະນຳວ່າ "ອາຫານຊະນິດດຽວທີ່ດີທີ່ສຸດໃນໂລກສຳລັບລູກນ້ອຍ ກໍ່ຄືນົມແມ່" ໂດຍມີສານອາຫານຄົບຖ້ວນ ເໝາະສົມຕໍ່ກາຍຍ່ອຍ ແລະ ຕໍ່ການດູດຊຶມຂອງລູກເຮັດໃຫ້ການຈະເລີນເຕີບໃຫຍ່ ແລະ ພັດທະນາການຂອງລູກສົມບູນ.

3. ເຫັນພັດທະນາການຂອງລູກໄປພ້ອມໆກັນ: ການຈະເລີນເຕີບໃຫຍ່ຂອງຮ່າງກາຍມະນຸດ ເປັນເລື່ອງທີ່ມະຫັດສະຈັນ ເມື່ອເວລາຜ່ານໄປລູກນ້ອຍຂອງທ່ານ ກໍ່ຈະເລີ່ມມີການປ່ຽນແປງ ລວມໄປເຖິງພັດທະນາການທາງດ້ານສະໝອງ, ຖ້າພໍ່ໄດ້ຢູ່ຮ່ວມໃນຊ່ວງເວລາທີ່ດີແບບນີ້ບໍ່ວ່າຈະເປັນລູກຂວໍ້າໜ້າໄດ້ຄັ້ງທຳອິດ, ລູກຮຽຄານໄດ້ຄັ້ງທຳອິດ ຫຼື ແຂ້ວນ້ຳນົມລູກຂຶ້ນເຫຼັ້ມທຳອິດ ຯລຯ

4. ສາມາດລ້ຽງລູກແທນໄດ້ ເມື່ອແມ່ຂອງລູກບໍ່ຢູ່: ເຖິງວ່າເມຍຈະເປັນແມ່ລູກອ່ອນກໍ່ຈິງ ແຕ່ກໍ່ຕ້ອງມີສິ່ງທີ່ຕ້ອງເຮັດໄດ້ ບາງຄົນກໍ່ຕ້ອງຢູ່ໄຟ ເພື່ອໃຫ້ບາດແຜເຊົາໄວ ຊ່ວງໄລຍະເວລາທີ່ແມ່ຂອງລູກບໍ່ວ່າງນັ້ນ ຖ້າຜູ້ເປັນພໍ່ສາມາດຊ່ວຍລ້ຽງລູກຕັ້ງງແຕ່ເກີດທຳອິດ ກໍ່ຈະຊ່ວຍເບົາແຮງເມຍໄປໄດ້ຫຼາຍ ບໍ່ຕ້ອງມາເປັນຫ່ວງວ່າຈະບໍ່ມີໃຜມາເບິ່ງລູກ.

5. ສາມາດເຊົາເຫຼົ່າເຊົາເບຍ, ຢາສູບ ໄດ້ໂດຍອັດຕະໂນມັດ: ກໍລະນີນີ້ໃຊ້ສຳລັບບັນດາພໍ່ບ້ານທັງຫຼາຍທີ່ດື່ມສິ່ງມຶນເມົາ, ສູບຢາ ຄືກັບທີ່ຮູ້ກັນດີຢູ່ແລ້ວ່າ ເດັກເກີດໃໝ່ ພູມຄຸ້ມກັນຈະຍັງບໍ່ແຂງແຮງດີປານໃດ ສະນັ້ນ, ຖ້າລູກໄດ້ກິ່ນເຫຼົ້າກິ່ນເບຍ, ກິ່ນຢາສູບ ກໍ່ຈະເຮັດໃຫ້ລູກບໍ່ສະບາຍໄດ້.

No comments

Powered by Blogger.