ມຽນມາ ກຳລັງພິຈາລະນາແກ້ໄຂກົດໝາຍ ທີ່ເປັນໄພຂົ່ມຂູ່ຕໍ່ເສລີພາບຂອງສື່ມວນຊົນ - ອິດສະຫຼະ

ມຽນມາ ກຳລັງພິຈາລະນາແກ້ໄຂກົດໝາຍ ທີ່ເປັນໄພຂົ່ມຂູ່ຕໍ່ເສລີພາບຂອງສື່ມວນຊົນ



ສຳນັກຂ່າວຕ່າງປະເທດລາຍງານ 8 ກໍລະກົດ 2017 ວ່າ: ທ່ານນາງ ອອງຊາຍ ຊູຈີ ຜູ້ນຳລັດຖະບານມຽນມາຖະແຫຼງເມື່ອວັນທີ 6 ກໍລະກົດ 2017 ທີ່ຜ່ານມາຢູ່ນະຄອນຫຼວງເນປີດໍວ່າ: ລັດຖະບານກຳລັງພິຈາລະນາແກ້ໄຂກົດໝາຍກ່ຽວກັບເສລີພາບໃນການສະແດງຄວາມຄິດເຫັນ ເຊິ່ງເປັນກົດໝາຍທີ່ອອກໂດຍລັດຖະບານທະຫານຊຸດກ່ອນໜ້ານີ້ ເຊິ່ງເມື່ອບໍ່ດົນມານີ້ ມີຜູ້ສື່ຂ່າວບາງລາຍຖືກຈັບຄຸມ ແລະ ຂົ່ມຂູ່ຈາກກົດໝາຍດັ່ງກ່າວ ເຖິງຢ່າງໃດກໍ່ຕາມທ່ານນາງ ຊູຈີ ບໍ່ໄດ້ກ່າວເຖິງລາຍລະອຽດໃນການແກ້ໄຂກົດໝາຍດັ່ງກ່າວ.

ເຊິ່ງຍັງມີແຮງກົດດັນຈາກສະມາຊິກອາວຸໂສໃນພັກ NLD ຂອງທ່ານນາງ ຊູຈີ ທີ່ບໍ່ເຫັນດີ ເນື່ອງຈາກວ່າກົດໝາຍດັ່ງກ່າວ ຖືວ່າເປັນເຄື່ອງມືໃນການຄວບຄຸມການໃຊ້ຖ້ອຍຄຳສ້າງຄວາມກຽດຊັງ ແລະ ສ້າງຂ່າວປອມທີ່ກຳລັງແຜ່ຫຼາຍໃນໂລກອອນລາຍຂອງມຽນມາ.

ເຊິ່ງສື່ມວນຊົນຫຼາຍລາຍຂອງມຽນມາຖືກຂົ່ມຂູ່ຈາກກົດໝາຍດັ່ງກ່າວ ສົ່ງຜົນໃຫ້ສະຫະລັດອາເມຣິກາ ແລະ ສະຫະພາບເອີຣົບ ໄດ້ອອກມາສະແດງຄວາມເປັນຫ່ວງຕໍ່ສະຖານະການດ້ານເສລີພາບໃນມຽນມາ, ເຖິງແມ່ນວ່າລັດຖະບານຂອງທ່ານນາງ ຊູຈີ ຈະມາຈາກປະຊາຊົນກໍ່ຕາມ ແຕ່ກໍ່ຍັງມີການຂົ່ມຂູ່ດ້ານເສລີພາບຫຼາຍຂຶ້ນ.

No comments

Powered by Blogger.