10 ນິໄສ ທີ່ຄົນເປັນແຟນກັນ "ຊັງທີ່ສຸດ" - ອິດສະຫຼະ

10 ນິໄສ ທີ່ຄົນເປັນແຟນກັນ "ຊັງທີ່ສຸດ"



ບໍ່ມີໃຜດີພ້ອມໄປໝົດທຸກຢ່າງ ບາງຄັ້ງການເປັນ "ຄົນດີຢູ່ຄົນດຽວ" ກໍ່ບໍ່ມີຄວາມໝາຍ ສະນັ້ນ, ຈົ່ງເປັນເຈົ້າຂອງນິໄສທີ່ດີຄຽງຂ້າງກັນຕະຫຼອດໄປຈະດີກວ່າ.

ອັນດັບ 10: ເອົາແຕ່ໃຈຕົວເອງ: ບໍ່ມີໃຜດອກທີ່ຈະເອົາແຕ່ໃຈຄົນອື່ນຢູ່ຝ່າຍດຽວ ແຕ່ການເອົາໃຈຕົວເອງກໍ່ຄວນມີຂີດຈຳກັດ ຖ້າບໍ່ເຊັ່ນນັ້ນຊີວິດຮັກຄົງໄປໄດ້ອີກບໍ່ດົນ.

ອັນດັບ 9: ຕ້ອງການເປັນເຈົ້າຂອງຫຼາຍເກີນໄປ: ເຂົ້າໃຈວ່າທ່ານຢາກຢູ່ກັບຄົນທີ່ຮັກຕະຫຼອດເວລາ ໄປໃສໄປນຳກັນ ແຕ່ຄວາມຈິງແລ້ວທ່ານອາດຫຼົງລືມໄປວ່າ ຄົນທຸກຄົນຕ້ອງການເວລາສ່ວນຕົວທັງນັ້ນ.

ອັນດັບ 8: ຫຶງເກີນຂອບເຂດ: ຄວາມຫຶງຫ້າມກັນບໍ່ໄດ້ ແລະ ບາງຄົນຫຶງຈົນບໍ່ຢາກໃຫ້ແຟນໄປກັບໝູ່ ໂທນຳຕະຫຼອດ ຖ້າເປັນແບບນີ້ເຂົາເອີ້ນວ່າຫຶງຈົນໜ້າລຳຄານ.

ອັນດັບ 7: ເຊື່ອໝູ່ຫຼາຍເກີນໄປ: ຄວາມຫວັງດີຂອງໝູ່ ອາດເປັນພຽງການປອບໃຈ ແຕ່ຄົນທີ່ຮູ້ບັນຫາ "ວົງໃນ" ແທ້ໆກໍ່ຄືຕົວທ່ານເອງບໍ່ແມ່ນບໍ່? ອາດດ້ວຍອາລົມບາງຢ່າງພຽງເສັ້ນຜົມມາບັງກໍ່ເຮັດໃຫ້ຕັນແປດດ້ານ ລອງໃຈເຢັນໆເບິ່ງ.

ອັນດັບ 6: ນັດບໍ່ເປັນນັດ: ການລໍຖ້າມັນເປັນສິ່ງໜຶ່ງທີ່ທໍລະມານ ຖ້າຫາກນັດບໍ່ເປັນນັດຈະເຮັດໃຫ້ອີກຝ່າຍໜຶ່ງເສຍຄວາມຮູ້ສຶກຢ່າງແຮງ ຈົນນຳໄປສູ່ການເກີດບັນຫາຕ່າງໆ ອາດເຖິງຂັ້ນເລີກລາກັນໄດ້.

ອັນດັບ 5: ເວົ້າຂົ່ມຕໍ່ໜ້າຄົນອື່ນ: ຂໍ້ນີ້ສ່ວນໃຫຍ່ຜູ້ຊາຍມັກຈະເປັນຜູ້ກະທຳຫຼາຍກວ່າຝ່າຍຍິງ ເພາະຜູ້ຊາຍມັກເຕີບໃຫຍ່ມາກັບຄວາມເຊື່ອທີ່ວ່າ "ຜູ້ຊາຍເຂັ້ມແຂງກວ່າ" ແຕ່ຖ້າຝ່າຍຍິງໂບກມືລາ ແລ້ວປ່ອຍໃຫ້ເຂັ້ມແຂງຢູ່ຝ່າຍດຽວເດຈະເປັນແນວໃດ ຫຼື ວ່າມັກແບບນັ້ນ.

ອັນດັບ 4: ບອກເລີກທຸກຄັ້ງທີ່ຜິດຖຽງກັນ: ມັນເປັນການສະແດງເຖິງຄວາມບໍ່ໃສ່ໃຈ, ບໍ່ສົນໃຈ ເພື່ອເຮັດໃຫ້ອີກຝ່າຍໜຶ່ງເສຍໃຈ ຫຼື ເຮັດໄປເພື່ອຮຽກຮ້ອງຄວາມສຳຄັນຂອງຕົວເອງ ວິທີນີ້ຈະໃຊ້ໄດ້ຜົນໃນຊ່ວງທຳອິດເທົ່ານັ້ນ ແຕ່ພໍຫຼາຍທີ່ຫຼາຍເທື່ອ ຜູ້ໃດຊິໄປທົນໄດ້ເພາະອາລົມກັບຄວາມສຳພັນມັນບໍ່ໝັ້ນຄົງເລີຍ ຖ້າຈະເວົ້າແຕ່ຄຳບອກເລີກ.

ອັນດັບ 3: ໃຈຮ້າຍ, ຄຽດແລ້ວບໍ່ປາກບໍ່ເວົ້າ: ຕ່າງຄົນຕ່າງຄິດ ເຂົ້າໃຈຄົນລະທິດຄົນລະທາງ ເລື່ອງນີ້ຈະອັນຕະລາຍທີ່ສຸດ ຈາກຜົນສຳຫຼວດລະບຸວ່າ "ການເກັບກົດ, ການບໍ່ແບ່ງປັນຄວາມຮູ້ສຶກ, ການບໍ່ສື່ສານກັນ" ເປັນເຫດຜົນເຮັດໃຫ້ຄູ່ຮັກເລີກກັນໄດ້ຫຼາຍທີ່ສຸດ ຂໍ້ນີ້ຖ້າຮັກສັກສີຂອງຕົນເອງຫຼາຍ ຫຼື ເອົາແຕ່ໃຈຕົວເອງເປັນຫຼັກ ກໍ່ຈົ່ງຢ່າຢູ່ຮ່ວມກັບຄົນອື່ນເລີຍດີທີ່ສຸດ.

ອັນດັບ 2: ຂີ້ຕົວະ: ການຂີ້ຕົວະບາງຄັ້ງກໍ່ມີຂໍ້ດີຢູ່ ເພາະຄວາມຈິງທີ່ເວົ້າອອກໄປບາງຄັ້ງກໍ່ເປັນຜົນຮ້າຍ ແຕ່ການຂີ້ຕົວະຈົນບໍ່ຮູ້ອັນໃດແທ້ອັນໃດປອມ ໂຕຜູ້ເວົ້າເອງກໍ່ຍັງບໍ່ຈື່ ກໍ່ຈົ່ງຢຸດໄດ້ແລ້ວ ເພາະມັນບໍ່ເປັນຜົນດີກັບໃຜທັງນັ້ນ.

ອັນດັບ 1: ໄປຈຸກຈິກກັບຄົນອື່ນ: ທ່ານອາດຄິດຢາກມ່ວນຢາກຊື່ນ ລອງໃຈກັບຄົນຮັກໃຫ້ຫຶງໃຫ້ຫວງ ຢາກເປັນຄົນມີຄ່າໃນສາຍຕາຝ່າຍກົງຂ້າມ ແຕ່ທ່ານຄວນຮູ້ໄວ້ວ່າ ຈາກເຫດຜົນດຽວກັນນັ້ນກໍ່ຄື ທ່ານບໍ່ສົນໃຈຄວາມຮູ້ສຶກຂອງອີກຝ່າຍໜຶ່ງເລີຍ ແລະ ຖ້າອີກຝ່າຍລອງເຮັດແບບນັ້ນເຊັ່ນກັນ ທ່ານຈະຮູ້ສຶກແບບໃດ.

No comments

Powered by Blogger.