ສະຫະລັດອາເມຣິກາ-ອັງກິດ ອອກກົດ ຫ້າມນຳອຸປະກອນອິເລັກໂຕນິກ ຂະໜາດໃຫຍ່ກວ່າ Smart Phone ຂຶ້ນເຮືອບິນ - ອິດສະຫຼະ

ສະຫະລັດອາເມຣິກາ-ອັງກິດ ອອກກົດ ຫ້າມນຳອຸປະກອນອິເລັກໂຕນິກ ຂະໜາດໃຫຍ່ກວ່າ Smart Phone ຂຶ້ນເຮືອບິນ



ເມື່ອວັນທີ 21 ມີນາ 2017 ທີ່ຜ່ານມາ ສະຫະລັດ ອາເມຣິກາ ປະກາດໃຊ້ກົດກາຍເດີນທາງເຂົ້າປະເທດ ໂດຍຫ້າມນຳອຸປະກອນອິເລັກໂຕນິກທີ່ມີຂະໜາດໃຫຍ່ກວ່າ Smart Phone ຕິດຕົວຂຶ້ນເຮືອບິນໂດຍເດັດຂາດ ຕ້ອງເອົາລົງໄປໄວ້ຫ້ອງເກັບເຄື່ອງໃຕ້ທ້ອງເຮືອບິນເທົ່ານັ້ນ ເຊິ່ງກົດນີ້ມີຜົນໃຊ້ທັນທີ ແລະ ບໍ່ມີຂໍ້ຍົກເວັ້ນໃດໆ ນອກຈາກນີ້ຍັງບໍ່ມີປະກາດວ່າຈະຍົກເລີກໃຊ້ເມື່ອໃດ

ໂດຍອຸປະກອນອິເລັກໂຕນິກທີ່ຫ້າມນຳຂຶ້ນເຮືອບິນໄດ້ແກ່: Laptop (ຄອມພິວເຕີໂນດບຸກ), Tablet (iPad), ກ້ອງຖ່າຍຮູບ ແລະ ເລນ, ເຄື່ອງຫຼິ້ນ CD DVD ຫຼື ອຸປະກອນອິເລັກໂຕນິກຊະນິດອື່ນທີ່ມີຂະໜາດໃຫຍ່ກວ່າ Smart Phone "ຍົກເວັ້ນອຸປະກອນທາງການແພດທີ່ຈຳເປັນ"

ເຫດຜົນທີ່ ສະຫະລັດ ອາເມຣິກາ ອອກກົດການເດີນທາງນີ້ຢ່າງເຂັ້ມງວດ ກໍ່ເພາະເປັນຫ່ວງເລື່ອງຄວາມປອດໄພຂອງປະເທດ ພັກຮຸນຮານຈາກການກໍ່ການຮ້າຍໃນອຸດສະຫະກຳການບິນ ທີ່ມັກຈະມີຜູ້ກໍ່ການຮ້າຍມັກແອບແຝງລະເບີດໃນອຸປະກອນອິເລັກໂຕນິກຕ່າງໆຈຶ່ງຕ້ອງຮັກສາຄວາມປອດໄພແບບສູງສຸດ.

ແນ່ນ່ອນວ່າກົດການເດີນທາງນີ້ມີຜົນກັບ 8 ປະເທດຕາເວັນອອກກາງໄດ້ແກ່: ຊອກດານີ (Jordan), ເອຢິບ (Egypt), ຕວັກກີ (Turkey), ອາຣັບບີ ຊາອຸດິດ (Saudi Arabia), ກູເວດ (Kuwait), ມາຣົກ (Morocco), ກາຕາ (Qatar), ແລະ ເອເມຣັດ ອາຣັບ (Unitet Arab Emirates)

 ເຊິ່ງກະຊວງຄວາມໝັ້ນຄົງຂອງສະຫະລັດເປີດເຜີຍວ່າ ມີພຽງ 10 ສະໜາມບິນຈາກ 250 ແຫ່ງທີ່ໄດ້ຮັບຜົນກະທົບດັ່ງນີ້: 
 – Queen Alia International Airport (AMM)
 – Cairo International Airport (CAI)
– Ataturk International Airport (IST)
– King Abdul-Aziz International Airport (JED)
– King Khalid International Airport (RUH)
– Kuwait International Airport (KWI)
– Mohammed V Airport (CMN)
– Hamad International Airport (DOH)
– Dubai International Airport (DXB)
– Abu Dhabi International Airport (AUH)

ແລະ ຍັງສົ່ງຜົນກະທົບສາຍການບິນ 9 ສາຍການບິນ ໂດຍສາຍການບິນເຫຼົ່ານີ້ຕ້ອງມີຜົນກະທົບແນ່ນອນ ເພາະຕ້ອງເຮັດຕາມກົດ ຫຼື ພັກປ່ຽນເຮືອບິນທີ່ສະໜາມບິນທີ່ກ່າວມາຂ້າງເທິງກໍ່ຕ້ອງເຮັດຕາມກົດນີ້ເຊັ່ນກັນ:

1. Qatar Airways
2. Emirates
3. Etihad Airways
4. Royal Air Maroc
5. Egypt Air
6. Turkish Airlines
7. Kuwait Airways
8. Royal Jordanian
9. Saudi Arabian Airlines

ເມື່ອທາງການສະຫະລັດ ອາເມຣິກາ ໄດ້ອອກກົດການເດີນທາງດັ່ງກ່າວ ປະເທດອັງກິດ ກໍ່ໄດ້ອອກກົດຕາມມາເຊັ່ນກັນ ໂດຍຫ້າມນຳອຸປະກອນອິເລັກໂຕນິກທີ່ມີຂະໜາດໃຫຍ່ກວ່າ 16 x 9.3 x 1.5 ຊັງຕີແມັດ ຕິດຕົວຂຶ້ນເຮຶອບິນ ເຊິ່ງມີຜົນກະທົບ 10 ປະເທດຄື: 

1. Mohammed V International, Casablanca, Morocco
2. Ataturk Airport, Istanbul, Turkey
3. Cairo International Airport, Egypt
4. Queen Alia International, Amman, Jordan
5. King Abdulaziz International, Jeddah, Saudi Arabia
6. King Khalid International, Riyadh, Saudi Arabia
7. Kuwait International Airport
8. Hamad International, Doha, Qatar
9. Abu Dhabi International, United Arab Emirates
10. Dubai International, United Arab Emirates

ລວມທັງສາຍການບິນອີກ 14 ສາຍການບິນຄື: 

1. British Airways
2. EasyJet
3. Jet2.com
4.​ Monarch
5. Thomas Cook
6. Thomson
7. Turkish Airlines
8. Pegasus Airways
9. Atlas-Global Airlines
10.​ Middle East Airlines
11. Egyptair
12. Royal Jordanian
13. Tunis Air
14. Saudia

No comments

Powered by Blogger.