ແມ່ໃຈໂຫດ ລູກຍ່ຽວໃສ່ໂສ້ງ ຕີຈົນເລືອດອາບ (ວິດີໂອ...!) - ອິດສະຫຼະ

ແມ່ໃຈໂຫດ ລູກຍ່ຽວໃສ່ໂສ້ງ ຕີຈົນເລືອດອາບ (ວິດີໂອ...!)



ເມື່ອວັນທີ 22 ມີນາ ຜ່ານມາ: ສື່ຈີນຫຼາຍແຫ່ງເຜີຍແຜ່ວິດີໂອ ແມ່ສຸດໂຫດລົງໂທດລູກສາວອາຍຸພຽງ 7 ປີຂອງຕົນຢ່າງຮຸນແຮງ ໂດຍການຟາດດ້ວຍໄມ້ແສ້ໜ້າໂຮງຮຽນມັດທະຍົມແຫ່ງໜຶ່ງໃນເມືອງຊູໂຈ  ມົນທົນຈຽງຊູ ປະເທດຈີນ ເຫດການດັ່ງກ່າວເກີນຂຶ້ນລະຫວ່າງພັກທ່ຽງ ເຊິ່ງເດັກນ້ອຍຄົນດັ່ງກ່າວໄດ້ຍ່ຽວໃສ່ໂສ້ງຂອງຕົນເອງ ທາງໂຮງຮຽນຈຶ່ງໂທລະສັບຮຽກຜູ້ເປັນແມ່ມາເພື່ອໃຫ້ປ່ຽນເຄື່ອງນຸ່ງໃຫ້ກັບລູກ ເມື່ອແມ່ມາເຖິງກໍ່ໃຈຮ້າຍເນື່ອງຈາກຕ້ອງໄດ້ຢຸດວຽກ ເພື່ອມາປ່ຽນເຄື່ອງໃຫ້ລູກ ດ້ວຍຄວາມໃຈຮ້າຍຈຶ່ງໄດ້ຫັກເອົາກິ່ງໄມ້ບໍລິເວນໃກ້ຄຽງມາຟາດລູກແບບບໍ່ປານີ ຂະນະທີ່ເດັກຄົນດັ່ງກ່າວກໍ່ຮ້ອງດ້ວຍຄວາມເຈັບປວດ. ເພື່ອເລື່ອງດັ່ງກ່າວຖືກເຜີຍແຜ່ໃນໂລກອອນລາຍເຈົ້າໜ້າທີ່ກໍ່ໄດ້ເດີນທາມາໂຮງຮຽນດັ່ງກ່າວເພື່ອດຳເນີນການສືບສວນແລ້ວ.


No comments

Powered by Blogger.