ອົງການນິລະໂທດສະກຳສາກົນ (AI) ອອກຖະແຫຼງປະນາມສະຫະລັດອາເມຣິກາ ແລະ ອັງກິດ ທີ່ສົ່ງອາວຸດໃຫ້ຊາອູດິດນຳໄປໃຊ້ເຮັດສົງຄາມໃນເຢເມນ - ອິດສະຫຼະ

ອົງການນິລະໂທດສະກຳສາກົນ (AI) ອອກຖະແຫຼງປະນາມສະຫະລັດອາເມຣິກາ ແລະ ອັງກິດ ທີ່ສົ່ງອາວຸດໃຫ້ຊາອູດິດນຳໄປໃຊ້ເຮັດສົງຄາມໃນເຢເມນ



ສຳນັກຂ່າວຕ່າງປະເທດລາຍງານ 24 ມີນາ 2017 ວ່າ:​ ຖະແຫຼງການຂອງ AI ປະຈຳນະຄອນຫຼວງລອນດອນ ປະເທດອັງກິດ ກ່າວວ່າ: ສະຫະລັດ ແລະ ອັງກິດຮ່ວມກັນສົ່ງອາວຸດຍຸດໂທປະກອນ ລວມມູນຄ່າຫຼາຍກວ່າ 5,000 ລ້ານໂດລາສະຫະລັດ ໃຫ້ອາຣັບບີ ຊາອູດິດ ນັບຕັ້ງແຕ່ກອງກຳລັງພັນທະມິດອາຣັບທີ່ນຳໂດຍຊາອູດິດ ເລີ່ມເຂົ້າແຊກແຊງທາງການທະຫານໃນເຢເມນ ເມື່ອເດືອນ ມີນາ 2015 ເຊິ່ງມູນຄ່າອາວຸດດັ່ງກ່າວຫຼາຍກວ່າ 10 ເທົ່າ ຂອງຄວາມຊ່ວຍເຫຼືອດ້ານມະນຸດ ທີ່ສະຫະລັດ ແລະ ອັງກິດມອບໃຫ້ເຢເມນໃນໄລຍະເວລາດຽວກັນ.

ເດືອນມີນາ 2015 ຊາອູດິດ ແລະ ກຸ່ມປະເທດພັນທະມິດຮອບອ່າວເປີເຊຍ ເປີດສາກການໂຈມຕີທາງອາກາດໃນເຢເມນ ເພື່ອສະໜັບສະໜູນປະທານາທິບໍດີອັບດຸນ ຣັບບູ ມານຊູ ຮາດີ ທີ່ຖືກກຸ່ມກະບົດຮູຕີຂອງຊາວນິກາຍຊີວະຂັບໄລ່ ຈາກນະຄອນຫຼາວຊານາລົງໄປປັກຫຼັກຢູ່ເມືອງທ່າເອເດນທາງພາກໃຕ້ ແລະ ກະບົດຮູຕີຢຶດຄອງພື້ນທີ່ພາກເໜືອ ແລະ ພາກກາງເຢເມນຈົນເຖິງປັດຈຸບັນ.


ຈາກຂໍ້ມູນຂອງອົງການສະຫະປະຊາຊາດ ການສູ້ຮົບນັບຕັ້ງແຕ່ເດືອນ ມີນາ 2015 ຈົນເຖິງປັດຈຸບັນ ເຮັດໃຫ້ປະຊາຊົນເສຍຊີວິດກວ່າ 7,700 ຄົນ, ບາດເຈັບປະມານ 40,000 ຄົນ ແລະ ຊາວເຢເມນປະມານ 7 ລ້ານຄົນກຳລັງພົບກັບໄພອຶດຫິວຢ່າງຮ້າຍແຮງໃນຂະນະນີ້.

ສະຫະລັດເຂົ້າໄປກ່ຽວພັນກັບຄວາມຂັດແຍ່ງໃນເຢເມນຫຼາຍຂຶ້ນ ນັບຕັ້ງແຕ່ປະທານາທິບໍດີໂດໂນ ທຣຳ ສາບານຕົນເຂົ້າຮັບຕຳແໜ່ງເປັນຜູ້ນຳຄົນໃໝ່ຂອງສະຫະລັດ ເມື່ອວັນທີ 20 ມັງກອນ ທີ່ຜ່ານມາ ໂດຍກະຊວງປ້ອງກັນປະເທດສະຫະລັດເປີດເຜີຍວ່າ ສະຫະລັດໂຈມຕີທາງອາກາດຕໍ່ເປົ້າໝາຍກຸ່ມອັນ-ກໍອິດະໃນຄາບສະໝຸດອາຣັບ 40 ຄັ້ງໃນເດືອນນີ້.

ກອງກຳລັງພັນທະມິດອາຣັບນຳໂດຍຊາອູດິດ ຖືກວິຈານໜັກຈາກຄວາມສູນເສຍຕໍ່ປະຊາຊົນໃນເຢເມນ ຕົ້ນເດືອນນີ້ AI ກ່າວຫາກກອງກຳລັງພັນທະມິດໃຊ້ອາວຸດຕ້ອງຫ້າມ, ລະເບີດດາວກະຈາຍໃນການໂຈມຕີເຂດທີ່ຢູ່ອາໄສ ໂດຍລະເບີດດາວກະຈາຍເຊິ່ງຜະລິດໃນບຣາຊິນ ຖືກໃຊ້ໃນການໂຈມຕີຫຼາຍຄັ້ງ ນັບຕັ້ງແຕ່ເດືອນ ຕຸລາ 2015 ແລະ ຄັ້ງຫຼ້າສຸດເມື່ອເດືອນທີ່ຜ່ານມາ ໃນເຂດຊາອາດະ ທາງພາກເໜືອ ຂອງເຢເມນ ເຊິ່ງຢູ່ໃນກາບຄວບຄຸມຂອງກະບົດຮູຕີ.

ເດືອນທັນວາ ປີທີ່ຜ່ານມາ ກອງກຳລັງພັນທະມິດຍອມຮັບວ່າໄດ້ໃຊ້ລະເບີດດາວກະຈາຍຜະລິດໃນອັງກິດທີ່ອ້າງວ່າມີຄວາມແມ້ນຢຳ ແລະ ບໍ່ເຄີຍຈົງໃຈໂຈມຕີເປົ້າໝາຍທີ່ເປັນປະຊາຊົນ.

No comments

Powered by Blogger.