ອຸຕຸນິຍົມວິທະຍາໂລກກ່າວວ່າ ປີນີ້ອາດຮ້ອນກວ່າປີທີ່ຜ່ານມາ ແລະ ຈະພົບກັບໄພທຳມະຊາດທີ່ຮຸນແຮງຂຶ້ນ - ອິດສະຫຼະ

ອຸຕຸນິຍົມວິທະຍາໂລກກ່າວວ່າ ປີນີ້ອາດຮ້ອນກວ່າປີທີ່ຜ່ານມາ ແລະ ຈະພົບກັບໄພທຳມະຊາດທີ່ຮຸນແຮງຂຶ້ນ



ສຳນັກຂ່າວຕ່າງປະເທດລາຍງານ 24 ມີນາ 2017 ວ່າ: ອົງການອຸຕຸນິຍົມວິທະຍາໂລກ (WMO) ລະບຸວ່າ ເມື່ອປີ 2016 ອຸນຫະພູມໂລກເພີ່ມສູງຂຶ້ນເປັນປະຫວັດສາດ ແລະ ຄາດວ່າທິດທາງດັ່ງກ່າວຈະດຳເນີນຢ່າງຕໍ່ເນື່ອງໃນປີນີ້ ໝາຍຄວາມວ່າ ສະພາບອາກາດຈະຮ້ອນຂຶ້ນ, ປະລິມານນໍ້າກ້ອນໃນມະຫາສະໝຸດຈະຫຼຸດລົງ ເຊິ່ງຈະນຳໄປສູ່ບັນຫາລະດັບນໍ້າທະເລເພີ່ມສູງຂຶ້ນ.

ນອກຈາກນີ້ຍັງຄາດການວ່າ ຊາວໂລກຈະຕ້ອງພົບກັບໄພທຳມະຊາດຕ່າງໆທີ່ຈະທະວີຄວາມຮຸນແຮງຂຶ້ນເຊັ່ນ: ພາຍຸ, ນໍ້າຖ້ວມ, ໄພແລ້ງ ແລະ ໄຟປ່າ.

No comments

Powered by Blogger.