ກຸ່ມ ISIS ອອກມາກ່າວອ້າງວ່າເປັນຜູ້ຢູ່ເບື້ອງຫຼັງການໂຈມຕີນະຄອນຫຼວງລອນດອນ - ອິດສະຫຼະ

ກຸ່ມ ISIS ອອກມາກ່າວອ້າງວ່າເປັນຜູ້ຢູ່ເບື້ອງຫຼັງການໂຈມຕີນະຄອນຫຼວງລອນດອນ



ສຳນັກຂ່າວຕ່າງປະເທດລາຍງານ 24 ມີນາ 2017 ວ່າ: ກຸ່ມລັດທິອິດສະລາມ (ISIS) ອອກມາອ້າງວ່າຢູ່ເບື້ອງຫຼັງເຫດໂຈມຕີດ້ານນອກອາຄານສະພາໃນນະຄອນຫຼວງລອນດອນ ຂອງອັງກອິດ ມື້ວານນີ້ ເຊິ່ງສົ່ງຜົນໃຫ້ມີຜູ້ເສຍຊີວິດ 4 ຄົນ ລວມເຖິງຜູ້ກໍ່ການຮ້າຍ ແລະ ບາດເຈັບອີກວ່າ 30 ຄົນ ແລະ ຜູ້ກໍ່ເຫດເປັນນັກຮົບຂອງກຸ່ມ ISIS ກ່ອນໜ້າທີ່ ນາຍົກລັດຖະມົນຕີຂອງອັງກິດ ທ່ານນາງ ເທເຣຊາ ເມ ຖະແຫຼງໃນທີ່ປະຊຸມສະພາຢືນຢັນຄົນຮ້າຍທີ່ລົງມືກໍ່ເຫດມີພຽງຄົນດຽວ ເປັນພົນລະເມືອງສັນຊາດອັງກິດ ໜ່ວຍຂ່າວກອງ MI 5 ເຄີຍກວດສອບຜູ້ກໍ່ເຫດມາແລ້ວເມື່ອຫຼາຍປີກ່ອນ ແຕ່ຜູ້ກໍ່ເຫດຄົນດັ່ງກ່າວຜັດຖືປະປ່ອຍບໍ່ໄດ້ກວດສອບຈາກໜ່ວຍງານຂ່າວກອງໃນປັດຈຸບັນ.

No comments

Powered by Blogger.