ຄຸນແມ່ເໜືອຟ້າລົ້ນແຜ່ນດິນ ແມ່ອາຍຸ 69 ເກ່ຍລູກສາວພິການໄປຮັບເງິນບຳນານທຸກໆເດືອນ - ອິດສະຫຼະ

ຄຸນແມ່ເໜືອຟ້າລົ້ນແຜ່ນດິນ ແມ່ອາຍຸ 69 ເກ່ຍລູກສາວພິການໄປຮັບເງິນບຳນານທຸກໆເດືອນ



ຈູລຽນຕາ ລໍເຣນໂຊ ແມ່ຊາວຟິລິບປິນອາຍຸ 69 ປີ ຕ້ອງໄດ້ເກ່ຍລູກສາວພິການອາຍຸ 30 ປີ ມາຮັບເງິນບຳນານທີ່ທະນາຄານ ເຊິ່ງຫຼັງຈາກວິດີໂອນີ້ໄດ້ເຜີຍແຜ່ໄປໃນໂລກອອນລາຍທຸກຄົນຕ່າງກໍ່ສະແດງຄວາມເຫັນອົກເຫັນໃຈເປັນຈຳນວນຫຼາຍ

ເຈົ້າຂອງຜູ້ໂພສໄດ້ໃຫ້ຮູ້ວ່າ ຈູລຽນຕາ ແລະ ລູກສາວຂອງລາວຈະເດີນທາງມາທີ່ທະນາຄານແຫ່ງນີ້ທຸກໆເດືອນເພື່ອມາຮັບເງິນບຳນານ ເຖິງຈະພຽງແຕ່ 40$ຕໍ່ເດືອນກໍ່ຕາມ ແຕ່ມັນສາມາດເປັນຄ່າອາຫານຫຼາຍມື້ສຳລັບເຂົາເຈົ້າ ເຊິ່ງຜູ້ໂພສໆດ້ວຍຄວາມຫວັງວ່າອາດຈະມີຄົນທີ່ພ້ອມຈະຊ່ວຍເຫຼືອສອງແມ່ລູກດັ່ງກ່າວໄດ້ ແລະ ເມື່ອເຜີຍແຜ່ອອກໄປກໍ່ໄດ້ຮັບຄວາມສົນໃຈຈາກສື່ໃນປະເທດເປັນຈຳນວນຫຼາຍ.

ຕາມການລາຍງານ ຈູລຽນຕາ ລໍເຣນໂຊ ໄດ້ເບິ່ງແຍງລູກສາວທີ່ພິການມາເກືອບຕະຫຼອດ 30 ປີທີ່ຜ່ານມາ ເພາະລູກເວົ້າບໍ່ໄດ້ ແລະ ກິນເຂົ້າເອງບໍ່ໄດ້ຄືກັບເດັກນ້ອຍຄົນອື່ນໆຕັ້ງແຕ່ອາຍຸໄດ້ 3 ປີ ດັ່ງນັ້ນ, ຈູລຽນຕາ ຈຶ່ງໄດ້ເບິ່ງແຍງຢ່າງໃກ້ຊິດພາໄປທຸກບ່ອນທີ່ລາວໄປ ເພາະລາວເປັນຫ່ວງລູກສາວຫຼາຍກໍ່ກ້າປ່ອຍໄວ້ເຮືອນຢ້ານຖືກທຳລາຍ ແລະ ລ່ວງລະເມີດ


No comments

Powered by Blogger.