ອົດສະຕຣາລີ ໃຫ້ການຊ່ວຍເຫຼືອມູນຄ່າ 800,000$ ແລະ ພ້ອມຄຽງຂ້າງໃນການຟື້ນຟູໄພພິບັດສະໜາມໄຊ - ອິດສະຫຼະ

ອົດສະຕຣາລີ ໃຫ້ການຊ່ວຍເຫຼືອມູນຄ່າ 800,000$ ແລະ ພ້ອມຄຽງຂ້າງໃນການຟື້ນຟູໄພພິບັດສະໜາມໄຊ



ລາຍງານ 28 ກໍລະກົດ 2018, ກະຊວງການຕ່າງປະເທດອົດສະຕຣາລີໃຫ້ຮູ້ວ່າ: ລັດຖະບານອົດສະຕຣາລີ ໄດ້ໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳ ໃນການສະໜັບສະໜູນລັດຖະບານ ສປປ.ລາວ ເພື່ອແກ້ໄຂບັນຫາໄພພິບັດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ທີ່ເມືອງສະໜາມໄຊ ແຂວງອັດຕະປື, ເຊິ່ງທາງການອົດສະຕຣາລີຢືນຢັນທີ່ຈະຢູ່ຄຽງຂ້າງປະຊາຊົນລາວໃຫ້ກ້າວຜ່ານອຸປະສັກຄັ້ງນີ້ໄປໄດ້.

ໂດຍອີງຕາມການຮ້ອງຂໍຂອງລັດຖະບານລາວ ອົດສະຕຣາລີໄດ້ຈັດສັນອຸປະກອນບັນເທົາທຸກເປັນເງິນມູນຄ່າ 800,000 ໂດລາສະຫະລັດ ທີ່ປະກອບດ້ວຍເຕັ້ນ, ເຄື່ອງກອງນ້ຳ ແລະ ອະນາໄມພັນ ເຊິ່ງໄດ້ຈັດສົ່ງໂດຍຍົນ C-17A Globemaster ຂອງກອງທັບອາກາດອົດສະຕຣາ ພາຍໃຕ້ການຮ່ວມມືກັບໜ່ວຍງານຂອງອົງການສະຫະປະຊາຊາດ ສົ່ງເຖິງ ສປປ.ລາວ ແລ້ວແຕ່ວັນທີ 27 ກໍລະກົດ ທີ່ຜ່ານມາ, ນອກຈາກນີ້ ຍັງມີທີມຊ່ວຍເຫຼືອຈາກອົດສະຕຣາລີ ເພື່ອໃຫ້ການຊ່ວຍເຫຼືອ ແລະ ຟື້ນຟູສະຖານະການຈາກໄພພິບັດ.

ອົດສະຕຣາລີໄດ້ປະຕິບັດງານຢ່າງໃກ້ຊິດກັບລັດຖະບານຂອງ ສປປ.ລາວ ແລະ ພ້ອມໃຫ້ການຊ່ວຍເຫຼືອເພີ່ມເຕີມຫາກຈຳເປັນ, ເຊິ່ງ ສປປ.ລາວ ແລະ ອົດສະຕຣາລີ ໄດ້ສ້າງຕັ້ງສາຍພົວພັນອັນສະໜິດແໜ້ນລະຫວ່າງກັນມາຢ່າງຍາວນານເຖິງ 66 ປີແລ້ວ, ຈາກຊ່ວຍພົວພັນດັ່ງກ່າວອົດສະຕຣາລີໄດ້ກາຍເປັນຄູ່ຮ່ວມຍຸດທະສາດທີ່ເຂັ້ມແຂງ ແລະ ໃຫ້ການຊ່ວຍເຫຼືອ ສປປ.ລາວ ມາໂດຍຕະຫຼອດປະມານ 42 ລ້ານໂດລາສະຫະລັດຕໍ່ປີ.






No comments

Powered by Blogger.