ທາງການແຂວງອັດຕະປືລາຍງານວ່າ ຜູ້ສູນຫາຍບໍ່ຮູ້ຂ່າວຄາວມີ 123 ຄົນ ຈາກໄພພິບັດເຂື່ອນແຕກ - ອິດສະຫຼະ

ທາງການແຂວງອັດຕະປືລາຍງານວ່າ ຜູ້ສູນຫາຍບໍ່ຮູ້ຂ່າວຄາວມີ 123 ຄົນ ຈາກໄພພິບັດເຂື່ອນແຕກ



ລາຍງານ 28 ກໍລະກົດ 2018, ອີງຕາມບົດລາຍງານຈາກຫ້ອງວ່າການແຂວງອັດຕະປື ເຖິງທ່ານ ລັດຖະມົນຕີ ເລື່ອງສະພາບນ້ຳຖ້ວມ ແລະ ຕົວເລກຜູ້ເສຍຊີວິດຢູ່ 13 ບ້ານ ຂອງເມືອງສະໜາມໄຊ ແຂວງອັດຕະປື: ຕົວເລກຜູ້ເສຍຊີວິດມາຮອດວັນທີ 28 ກໍລະກົດ 2018 ມີ 8 ຄົນ, ສູນຫາຍບໍ່ຮູ້ຂ່າວຄາດ 123 ຄົນ.

ສະພາບການຊອກຄົ້ນຫາຂອງໜ່ວຍກູ້ໄພຍັງພົບອຸປະສັກຫຍຸ້ງຍາກສົມຄວນ ເພາະເນື້ອທີ່ໆຖືກນ້ຳຖ້ວມພາຍຫຼັງນ້ຳຫຼຸດລົງແລ້ວ ແຕ່ຍັງມີຂີ້ຕົມສູງປະມານ 50 ຊັງຕີແມັດຂຶ້ນໄປ.


ສະພາບປະຊາຊົນທີ່ປະສົບໄພ ທາງຄະນະນຳແຂວງອັດຕະປື ພ້ອມດ້ວຍຄະນະນຳຂອງເມືອງ ກໍ່ໄດ້ລົງຕິດຕາມຢ້ຽມຢາມປະຊາຊົນຜູ້ອົບພະຍົບຕາມຈຸດຕ່າງໆເປັນປົກກະຕິ ພ້ອມທັງໄດ້ຈັດແພດ-ໝໍຕິດຕາມປະຈຳຢູ່ແຕ່ລະຈຸດ ເພື່ອເບິ່ງແຍງສຸຂະພາບຢ່າງໃກ້ຊິດ, ນອກນີ້ ຍັງມີພີ່ນ້ອງຮ່ວມຊາດຈາກຕ່າງແຂວງໃນທົ່ວປະເທດຫຼັ່ງໄຫຼມາມອບເຄື່ອງອຸປະໂພກ-ບໍລິໂພກ ແກ່ຜູ້ປະສົບໄພ ຢ່າງບໍ່ຂາດສາຍເຮັດໃຫ້ປະຊາຊົນມີກຳລັງໃຈດີຂຶ້ນເປັນກ້າວໆ ແລະ ໃນມື້ນີ້ແຂວງກໍ່ຍັງສືບຕໍ່ມອບເງິນຊ່ວຍເຫຼືອໃຫ້ຄອບຄົວລະ 5 ແສນກີບ (ຖືວ່າເປັນການບັນເທົາທຸກໃນເບື້ອງຕົ້ນ).

ສ່ວນການຊ່ວຍເຫຼືອ ແມ່ນໄດ້ຮັບການຊ່ວຍເຫຼືອຈາກພາກສ່ວນຕ່າງໆທັງໝົດ 1,009 ພາກສ່ວນ ມາຮອດວັນທີ 28 ກໍລະກົດນີ້ ຈຳນວນຕົວເລກບໍລິຈາກທັງໝົດມີ 30.4 ຕື້ກວ່າກີບ (ຖືວ່າເພີ່ມຈາກມື້ວານ 8 ຕື້ກວ່າກີບ) ໃນນີ້ເປັນເງິນສົດ 12 ຕື້ກວ່າກີບ, ເຂົ້າສານ 286 ໂຕນ, ເຄື່ອງອຸປະໂພກບໍລິໂພກ ຄິດເປັນມູນຄ່າ 18 ຕື້ກວ່າກີບ.

No comments

Powered by Blogger.