ຍອດບໍລິຈາກຊ່ວຍຜູ້ປະສົບໄພນ້ຳຖ້ວມ 2018 ຜ່ານກະຊວງແຮງງານ 5 ວັນຜ່ານມາມີ 11 ຕື້ກວ່າກີບ - ອິດສະຫຼະ

ຍອດບໍລິຈາກຊ່ວຍຜູ້ປະສົບໄພນ້ຳຖ້ວມ 2018 ຜ່ານກະຊວງແຮງງານ 5 ວັນຜ່ານມາມີ 11 ຕື້ກວ່າກີບ



ຈາກການລາຍງານຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ, 28 ກໍລະກົດ 2018 ສະຫຼຸບຍອດເງິນບໍລິຈາກຊ່ວຍຜູ້ປະສົບໄພນ້ຳຖ້ວມປີ 2018 ຜ່ານທາງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຕ່ວັນທີ 24-28 ລວມຍອດບໍລິຈາກທັງໝົດມີ 11,399,337,856 ກີບ ໃນນັ້ນປະກອບມີ:

- ເງິນກີບ 9,696,855,156 ກີບ,
- ເງິນບາດ 2,301,120 ບາດ (593,688,960 ກີບ ອັດຕາແລກປ່ຽນ 258 ກີບ/1 ບາດ),
- ເງິນໂດລາ 130,004 ໂດລາ (1,096,583,740 ກີບ ອັດຕາແລກປ່ຽນ 8,435 ກີບ/1 ໂດລາ),
- ເງິນຢວນ 10,000 ຢວນ (12,210,000 ກີບ ອັດຕາແລກປ່ຽນ 1,221 ກີບ/1 ຢວນ).







No comments

Powered by Blogger.