ທ່ານນາຍົກກ່າວ, ລັດຖະບານຈະຢູ່ຄຽງຂ້າງປະຊາຊົນ, ຈະຊ່ວຍຟື້ນຟູຢ່າງເຖິງທີ່ສຸດ ແລະ ຈະກວດສອບຄວາມໂປ່ງໃສທຸກໜ່ວຍງານທີ່ກ່ຽວຂ້ອງກັບເຂື່ອນເປຊຽນ-ເຊນ້ຳນ້ອຍແຕກ - ອິດສະຫຼະ

ທ່ານນາຍົກກ່າວ, ລັດຖະບານຈະຢູ່ຄຽງຂ້າງປະຊາຊົນ, ຈະຊ່ວຍຟື້ນຟູຢ່າງເຖິງທີ່ສຸດ ແລະ ຈະກວດສອບຄວາມໂປ່ງໃສທຸກໜ່ວຍງານທີ່ກ່ຽວຂ້ອງກັບເຂື່ອນເປຊຽນ-ເຊນ້ຳນ້ອຍແຕກ



ລາຍງານ 29 ກໍລະກົດ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຢ້ຽມຢາມສູນບໍລິຈາກເຄື່ອງຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ 2018 ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທ່ານນາຍົກລັດຖະມົນຕີໄດ້ໂອ້ລົມຕໍ່ກັບສື່ມວນຊົນວ່າ: “ໝົດອາທິດທີ່ຜ່ານມາ ປະຊາຊົນລາວຂອງພວກເຮົາ ຕົກຢູ່ໃນຄວາມຕື່ນກັງວົນ ຄວາມຫຍຸ້ງຍາກທາງດ້ານຈິດໃຈ ແຕ່ວ່າຜ່ານໄລຍະ 4-5 ມານີ້ສະພາບຈິດໃຈດັ່ງກ່າວນັ້ນໄດ້ກໍ່ເຈືອປົນໄປດ້ວຍຄວາມຊາບຊຶງ ເຖິງຄວາມມີນ້ຳໃຈ ຄວາມໂອບເອື້ອອາລີຂອງປະຊາຊົນລາວເຮົາທົ່ວປະເທດ ຂ້າພະເຈົ້າໄດ້ຕິດຕາມຢ່າງໃກ້ຊິດເຖິງການບໍລິຈາກຂອງປະຊາຊົນລາວ ແລະ ຕ່າງປະເທດ ທີ່ຊ່ວຍໃຫ້ການຊ່ວຍເຫຼືອທາງດ້ານເງິນຄຳ-ວັດຖຸ ແລະ ອາຫານການກິນຕາມສູນບໍລິຈາກຕ່າງໆທັງໃນນະຄອນຫຼວງວຽງຈັນ, ອັດຕະປື ແລະ ບ່ອນອື່ນໆ ເພື່ອຊ່ວຍເຫຼືອປະຊາຊົນຜູ້ໄດ້ຮັບຜົນກະທົບຢ່າງຮ້າຍແຮງຈາກໄພພິບັດໃນຄັ້ງນີ້ ໂດຍສາເຫດຕົ້ນຕໍ່ແມ່ນ ເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ”.

“ຂ້າພະເຈົ້າຄິດວ່າ ມະຫັນຕະໄພຄັ້ງນີ້ ມັນເປັນຜົນກະທົບຢ່າງຮ້າຍແຮງຕໍ່ປະຊາຊົນເມືອງສະໜາມໄຊ ເຮັດໃຫ້ບໍ່ມີທີ່ຢູ່ອາໄສ ແລະ ຫາຍສາບສູນໄປເປັນຈຳນວນຫຼວງຫຼາຍ ຍັງໄດ້ກະທົບເຖິງໄຮ່ນາຕາກ້າ, ເຮືອນຊານຂອງປະຊາຊົນຢ່າງຮ້າຍແຮງ, ຂ້າພະເຈົ້າຄິດວ່າເຫດການນີ້ເກີດຂຶ້ນ ໂດຍບໍ່ມີໃຜເພິ່ງປາດຖະໜາ ເມື່ອມັນເກີດແລ້ວພວກເຮົາຕ້ອງຮ່ວມແຮງຮ່ວມໃຈກັນຊ່ວຍເຊິ່ງກັນ ແລະ ກັນ ໂດຍນ້ຳໃຈທີ່ໄດ້ມາຈາກການສະໜັບສະໜູນການແບ່ງປັນຂອງປະຊາຊົນລາວທົ່ວປະເທດນັ້ນ ມີຈຳນວນຫຼວງຫຼາຍທີ່ສຸດ”.

“ໃນຂະນະດຽວກັນນັ້ນພວກເຮົາກໍ່ໄດ້ຮັບການຊ່ວຍເຫຼືອສະໜັບສະໜູນຈາກປະເທດເພື່ອນມິດ ທີ່ໄດ້ສົ່ງທັງແຮງໃຈ-ແຮງວັດຖຸສິ່ງຂອງ ແລະ ເງິນຄຳມາໃຫ້ປະຊາຊົນລາວຂອງພວກເຮົາ ໂດຍສະເພາະປະຊາຊົນທີ່ກຳລັງຖືກຜົນກະທົບຢູ່ແຂວງອັດຕະປື ຢ່າງບໍ່ຂາດສາຍ ແລະ ເປັນຈຳນວນທີ່ໃຫຍ່ຫຼວງທີ່ສຸດ ຂ້າພະເຈົ້າຄິດວ່າການຊ່ວຍເຫຼືອດັ່ງກ່າວ ລວມທັງການໃຫ້ກຳລັງໃຈຕໍ່ປະຊາຊົນລາວຂອງພວກເຮົາທີ່ໄດ້ຖືກຜົນກະທົບນັ້ນ ແມ່ນບໍ່ສາມາດປະເມີນຄ່າໄດ້ ເພາະມັນມີຄຸນຄ່າທີ່ສູງຊົງທີ່ສຸດ ການຊ່ວຍເຫຼືອອັນນີ້ແມ່ນການຊ່ວຍເຫຼືອຢ່າງທັນການ ແລະ ຖືກກັບຄວາມຕ້ອງການຂອງປະຊາຊົນຜູ້ໄດ້ຮັບຜົນກະທົບຢ່າງແທ້ຈິງ”.

“ໃນໂອກາດນີ້, ຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນອັນໃຫຍ່ຫຼວງຕໍ່ປະຊາຊົນລາວທົ່ວປະເທດ ໃຫ້ການສະໜັບສະໜູນຢ່າງຈິງໃຈ ດ້ວຍນ້ຳໃສໃຈຈິ່ງຂອງຂອງທຸກຄົນ ຂ້າພະເຈົ້າເຊື່ອວ່າອັນນີ້ແມ່ນມູນເຊື້ອອັນດີງາມຂອງປະຊາຊົນລາວ ດ້ວຍວັດທະນະທຳອັນດີງາມຂອງຊາດລາວເຮົາ ແລະ ໃນຂະນະດຽວກັນນັ້ນ ຂ້າພະເຈົ້າກໍ່ຂໍສະແດງຄວາມຂອບອົກຂອບໃຈ ແລະ ຮູ້ບຸນຄຸນຢ່າງຈິງໃຈຕໍ່ປະເທດເພື່ອນມິດ ປະຊາຊົນ ກໍ່ຄືອົງການຈັດຕັ້ງສາກົນທີ່ຢູ່ໃກ້ ແລະ ໄກ ໄດ້ອວາຍໜ້າເຂົ້າມາຊ່ວຍເຫຼືອປະຊາຊົນຜູ້ຖືກຜົນກະທົບຈາກໄພພິບັດອັນຮ້າຍແຮງເທື່ອນີ້ ຂ້າພະເຈົ້າເຊື່ອວ່າການຊ່ວຍເຫຼືອດັ່ງກ່າວນັ້ນ ຈະໄປສູ່ສະຖານທີ່-ສູ່ປະຊາຊົນທີ່ໄດ້ຮັບເຄາະຮ້າຍຢ່າງທົ່ວເຖິງ ແລະ ທັນການ”.

“ໃນວຽກງານການກູ້ໄພ, ພວກເຮົາຈະສືບຕໍ່ຊອກຄົ້ນຫາຜູ້ຫາຍສາບສູນໄປນັ້ນ ໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້ ຫາກເຂົາເຈົ້າຍັງມີຊີວິດຢູ່ ກໍ່ຈະນຳກັບມາສູ່ບ່ອນທີ່ປອດໄພ ແລະ ຟື້ນຟູຊີວິດເຂົາເຈົ້າຕໍ່ໄປ ແລະ ຈະໃຊ້ທຸກຄວາມສາມາດເພື່ອຊ່ວຍເຫຼືອປະຊາຊົນ, ພາຍຫຼັງນ້ຳແຫ້ງຈະຊ່ວຍຟື້ນຟູຢ່າງເຖິງທີ່ສຸດ ເພື່ອໃຫ້ປະຊາຊົນກັບສູ່ບ້ານເຮືອນໄດ້ຢ່າງເປັນປົກກະຕິ ເຊິ່ງລັດຖະບານກໍ່ໄດ້ວາງແຜນຟື້ນຟູເມືອງສະໜາມໄຊ ທີ່ໄດ້ຮັບຜົນກະທົບໃນຄັ້ງນີ້ຢ່າງມີລະບົບ ຢ່າງມີຄວາມຮັບຜິດຊອບ.

ນອກຈາກນັ້ນ, ລັດຖະບານຈະໄດ້ຈັດຕັ້ງການສືບສວນສອບສວນ ຢ່າງເຂັ້ມງວດຕໍ່ເຫດການທີ່ເກີດຂຶ້ນນີ້ ຊອກໃຫ້ເຫັນເຫດຜົນ ຊອກໃຫ້ເຫັນສາເຫດ ແລະ ໄດ້ດຳເນີນການກວດກາບໍລິສັດອອກແບບ-ບໍລິສັດຮັບເໝົາກໍ່ສ້າງ-ບໍລິສັດທີ່ປຶກສາ ກວດກາເບິ່ງຄວາມຮັບຜິດຊອບຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງກັບການຈັດສ້າງວ່າມີຄວາມໂປ່ງໃສບໍ່. ຂະນະດຽວກັນລັດຖະບານໄດ້ສັ່ງການໃຫ້ທຸກໆເຂື່ອນຕ້ອງມີເຈົ້າໜ້າທີ່ວິຊາສະເພາະ ເຈົ້າໜ້າທີ່ປ້ອງກັນປະຈຳຕະຫຼອດ 24 ຊົ່ວໂມງ ແລະ ຕ້ອງລາຍງານສະພາບການຕໍ່ລັດຖະບານ ແລະ ໜ່ວຍງານທີ່ກ່ຽວຂ້ອງຢ່າງເປັນປະຈຳ ແລະ ໃຫ້ທັນການ.

ເຊິ່ງທ່ານນາຍົກລັດຖະມົນຕີ ໃນນາມລັດຖະບານ ກໍ່ໄດ້ຮຽກຮ້ອງເຖິງປະຊາຊົນທົ່ວປະເທດ ໂດຍສະເພາະປະຊາຊົນທີ່ໄດ້ຖືກຜົນກະທົບວ່າ “ຂໍໃຫ້ມີກຳລັງໃຈຕໍ່ສູ້ກັບສິ່ງທີ່ມັນເກີດຂຶ້ນມາແລ້ວນັ້ນ ເພື່ອຜ່ານພົ້ນມັນໄປດ້ວຍກັນ ສ່ວນຄອບຄົວທີ່ໄດ້ສູນເສຍຄົນຮັກຂອງຕົນໄປຈາກເຫດການໃນຄັ້ງນີ້ ພວກເຮົາທຸກຄົນຂໍສະແດງຄວາມເສຍໃຈຢ່າງສຸດຊຶ້ງ, ລັດຖະບານຮັກ ແລະ ຈະຢູ່ຄຽງຂ້າງປະຊາຊົນທີ່ປະສົບມະຫັນຕະໄພຄັ້ງນີ້ ແລະ ຈະຊ່ວຍເຫຼືອຢ່າງສຸດຄວາມສາມາດເຮັດໃຫ້ສະພາບການກັບເຂົ້າສູ່ຄວາມເປັນປົກກະຕິ”.

No comments

Powered by Blogger.