ພົບແລ້ວ 11 ສົບ ແລະ ຍັງສູນຫາຍ 120​ ຄົນ ຈາກເຫດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ - ອິດສະຫຼະ

ພົບແລ້ວ 11 ສົບ ແລະ ຍັງສູນຫາຍ 120​ ຄົນ ຈາກເຫດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ



ສຳນັກຂ່າວສານປະເທດລາວລາຍງານ 30 ກໍລະກົດ 2018 ວ່າ: ທ່ານ ພົນຕີ ຄຳລຽງ ອຸທະໄກສອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ຫົວໜ້າກອງບັນຊາການພາກສະໜາມໄດ້ເປັນປະທານຖະແຫຼ່ງຂ່າວຜົນການຄົ້ນຫາຜູ້ສູນຫາຍຈາກເຫດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກໃນວັນຈັນນີ້ວ່າ: ສາມາດເກັບກູ້ຜູ້ເສຍຊີວິດໄດ້ແລ້ວ 11 ສົບ ໃນນັ້ນພົບໃນຂອບເຂດບໍລິເວນເມືອງສະໜາມໄຊ 10 ສົບ ແລະ ອີກ 1 ສົບພົບຢູ່ໃນປະເທດກຳປູເຈຍ ແລະ ຍັງສູນຫາຍຢ່າງໜ້ອຍ 120 ຄົນ, ສ່ວນການປະຕິບັດໜ້າທີ່ນັ້ນຍັງສືບຕໍ່ເພີ່ມທະວີດ້ານເຕັກນິກ ແລະ ກຳລັງເສີມຂຶ້ນກວ່າເກົ່າເນື່ອງວ່າເຂດທີ່ໄດ້ຮັບຜົນກະທົບແມ່ນກິນພື້ນທີ່ກວ້າງ ແລະ ມີອຸປະສັກຫຼາຍຢ່າງ.

ຈາກເຫດການເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ມາຕັ້ງແຕ່ວັນທີ 23 ກໍລະກົດ 2018 ທີ່ຜ່ານມາ, ໄດ້ເຮັດໃຫ້ປະຊາຊົນຫຼາຍກວ່າ 7,000 ຄົນ ໃນ 13 ບ້ານຂອງເມືອງສະໜາມໄຊ ແຂວງອັດຕະປື ໄດ້ຮັບຜົນກະທົບ.


No comments

Powered by Blogger.