ພັກລັດຖະບານກຳປູເຈຍປະກາດໄຊເໜືອທຸກຄູ່ແຂ່ງ ດ້ວຍການຄອງສຽງທັງໝົດໃນສະພາ - ອິດສະຫຼະ

ພັກລັດຖະບານກຳປູເຈຍປະກາດໄຊເໜືອທຸກຄູ່ແຂ່ງ ດ້ວຍການຄອງສຽງທັງໝົດໃນສະພາ



ສຳນັກຂ່າວຕ່າງປະເທດລາຍງານ 30 ກໍລະກົດ 2018 ວ່າ: ທ່ານ ສົກ ອີສານ ໂຄສົກພັກປະຊາຊົນກຳປູເຈຍ ພາຍໃຕ້ການນຳພາຂອງສົມເດັດ ຮຸນ ເຊນ ນາຍົກລັດຖະມົນຕີກຳປູເຈຍກ່າວວ່າ ພັກລັດຖະບານສາມາດຍາດໄດ້ໄຊຊະນະໃນການເລືອກຕັ້ງທົ່ວໄປ ເມື່ອວັນທີ 29 ກໍລະກົດ ທີ່ຜ່ານມາໄດ້ທັງໝົດ 125 ສຽງໃນສະພາຜູ້ແທນປະຊາຊົນ ຖ້າຫາກເປັນຄວາມຈິງຖືວ່າສະພາກຳປູເຈຍຈະບໍ່ມີພັກຝ່າຍຄ້ານໃດເລີຍ.


ເຖິງຢ່າງໃດກໍ່ຕາມ, ລາຍງານຂອງສື່ຕ່າງປະເທດຫຼາຍລາຍງານວ່າ ບັນຍາກາດຂອງໜ່ວຍເລືອກຕັ້ງສ່ວນໃຫຍ່ໃນນະຄອນຫຼວງພະນົມເປັນຂ້ອນຂ້າງງຽບເຫງົາ, ຂະນະທີ່ປະຊາຊົນສ່ວນໜຶ່ງກ່າວວ່າ ອອກມາໃຊ້ສິດເພາະບໍ່ຕ້ອງການທີ່ຈະມີບັນຫາຕາມມາພາຍຫຼັງ. ແຕ່ລາຍງານຂອງຄະນະກຳມະການເລືອກຕັ້ງແຫ່ງຊາດກຳປູເຈຍ ເປີດເຜີຍຕົວເລກຜູ້ອອກມາໃຊ້ສິດມີທັງໝົດ 82.17% ເພີ່ມຂຶ້ນເກືອບ 14% ຈາກການເລືອກຕັ້ງເມື່ອປີ 2013 ແລະ ຈະຍັງບໍ່ເປີດເຜີຍຜົນການນັບຄະແນນຢ່າງເປັນທາງການ ຈົນກວ່າຈະເຖິງວັນທີ 15 ສິງຫາ 2018 ນີ້.








No comments

Powered by Blogger.