ຄຳມ່ວນນ້ຳຖ້ວມແລ້ວ 309 ບ້ານ ຫຼາຍກວ່າ 13,500​ ຄອບຄົວໄດ້ຮັບຜົນກະທົບ ແລະ ຕ້ອງການຄວາມຊ່ວຍເຫຼືອຫຼາຍຢ່າງ - ອິດສະຫຼະ

ຄຳມ່ວນນ້ຳຖ້ວມແລ້ວ 309 ບ້ານ ຫຼາຍກວ່າ 13,500​ ຄອບຄົວໄດ້ຮັບຜົນກະທົບ ແລະ ຕ້ອງການຄວາມຊ່ວຍເຫຼືອຫຼາຍຢ່າງ



ລາຍງານ 30 ກໍລະກົດ 2018 ຈາກຄະນະກຳມະການຄວບຄຸມ ແລະ ປ້ອງກັນໄພພິບັດຂັ້ນແຂວງໃຫ້ຮູ້ວ່າ: ໃນທົ່ວແຂວງຄຳມ່ວນມີບ້ານທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມໃນປັດຈຸບັນຈຳນວນ 309 ບ້ານ, ຄອບຄົວທີ່ໄດ້ຮັບຜົນກະທົບ 13,589 ຄອບຄົວ, ເນື້ອທີ່ນາປີ 25,049 ເຮັກຕາ ໃນນັ້ນເສຍຫາຍແລ້ວ 2,044 ເຮັກຕາ ນອກນັ້ນຍັງມີໄຟຟ້າຢູ່ບາງເຂດແມ່ນເປ່ເພ, ເສັ້ນທາງຖືກຕັດຂາດຫຼາຍຈຸດ ແລະ ຍັງມີສັດລ້ຽງປະເພດງົວ, ຄວາຍ, ແບ້, ໝູ ແລະ ສັດປີກຕາຍອີກຈຳນວນໜຶ່ງ.

ໃນນັ້ນເມືອງທີ່ໄດ້ຮັບຜົນກະທົບຫຼາຍກວ່າໝູ່ຄື:
- ເມືອງບົວລະພາ ມີຈຳນວນບ້ານຖືກກະທົບ 41 ບ້ານ, ເນື້ອທີ່ນາຖືກຖ້ວມ 5,166 ເຮັກຕາ,
- ເມືອງໜອງບົກ 51 ບ້ານ, ເນື້ອທີ່ນາ 4,208 ເຮັກຕາ,
- ເມືອງຫີນບູນ 36 ບ້ານ, ເນື້ອທີ່ນາ 3,460 ເຮັກຕາ,
- ເມືອງເຊບັ້ງໄຟ 35 ບ້ານ, ເນື້ອທີ່ນາ 3,112 ເຮັກຕາ,
- ເມືອງມະຫາໄຊ 40 ບ້ານ, ເນື້ອທີ່ນາ 2, 442 ເຮັກຕາ,
- ເມືອງຍົມມະລາດ 22 ບ້ານ, ເນື້ອທີ່ນາ 2,191 ເຮັກຕາ,
- ເມືອງທ່າແຂກ 38 ບ້ານ, ເນື້ອທີ່ນາ 1,589 ເຮັກຕາ,
- ເມືອງ ໄຊບົວທອງ 27 ບ້ານ, ເນື້ອທີ່ນາ 1,570 ເຮັກຕາ,
- ເມືອງຄູນຄຳ 17 ບ້ານ, ເນື້ອທີ່ນາ 1,293 ເຮັກຕາ
- ເມືອງນາກາຍມ່ຈຳນວນ 2 ບ້ານ, ເນື້ອທີ່ນາ 18 ເຮັກຕາ.

ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງໃຫ້ຮູ້ຕື່ມວ່າ: ສຳລັບຄວາມຕ້ອງການໃນການຊ່ວຍເຫຼືອ ປັດຈຸບັນສ່ວນໃຫຍ່ແມ່ນປະເພດເຄື່ອງອຸປະໂພກ-ບໍລິໂພກ, ເຮືອຈັກ ແລະ ນ້ຳດື່ມ. ສ່ວນລະດັບນ້ຳຂອງຢູ່ເມືອງທ່າແຂກ ໃນວັນທີ 30 ກໍລະກົດ ວັດແທກໄດ້ 12,60 ແມັດ, ເຂດອັນຕະລາຍແມ່ນ 14 ແມັດ, ລະດັບນ້ຳເຊບັ້ງໄຟ ບ້ານໂພວາ ເມືອງມະຫາໄຊ ວັດແທກໄດ້ 16.78 ແມັດ, ເຂດອັນຕະລາຍແມ່ນ 15 ແມັດ, ນໍ້າເຊບັ້ງໄຟ ຈຸດບ້ານຂົວເຊ ເມືອງເຊບັ້ງໄຟ ວັດແທກໄດ້ 21.60 ແມັດ, ເຂດອັນຕະລາຍແມ່ນ 18.50 ແມັດ, ລະດັບນ້ຳເຊບັ້ງໄຟ ບ້ານໄຮ່ຜາວຽງ ເມືອງຍົມມະລາດ ວັດແທກໄດ້ 14.52 ແມັດ, ເຂດອັນຕະລາຍແມ່ນ 13.00 ແມັດ ແລະ ລະດັບນ້ຳເຊບັ້ງໄຟ ຢູ່ບ້ານຊອກເບາະ ເມືອງໜອງບົກ ວັດແທກໄດ້ 15.35 ແມັດ, ເຂດອັນຕະລາຍແມ່ນ 14 ແມັດ.








No comments

Powered by Blogger.