ຈີນເລັ່ງລະດົມທຸກກຳລັງຊ່ວຍ ສປປ.ລາວ ຈາກໄພເຂື່ອນແຕກ ຫຼ້າສຸດມອບການຊ່ວຍເຫຼືອມູນຄ່າ 24 ກວ່າຕື້ກີບ - ອິດສະຫຼະ

ຈີນເລັ່ງລະດົມທຸກກຳລັງຊ່ວຍ ສປປ.ລາວ ຈາກໄພເຂື່ອນແຕກ ຫຼ້າສຸດມອບການຊ່ວຍເຫຼືອມູນຄ່າ 24 ກວ່າຕື້ກີບ



ສຳນັກຂ່າວສານປະເທດລາຍງານເມື່ອວັນທີ 30 ກໍລະກົດ 2018 ທີ່ຜ່ານມາວ່າ: ລັດຖະບານຈີນໄດ້ລົງນາມເພື່ອມອບເຄື່ອງຊ່ວຍເຫຼືອໃຫ້ແກ່ ສປປ.ລາວ ເພື່ອນຳໄປຊ່ວຍເຫຼືອຜູ້ປະສົບໄພພິບັດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ທີ່ເມືອງສະໜາມໄຊ ແຂວງອັດຕະປື.

ອຸປະກອນທີ່ນຳມາຊ່ວຍເຫຼືອໃນຄັ້ງນີ້ ປະກອບມີ: ເຕັ້ນ 500 ອັນ, ຜ້າຫົ່ມ 1,000 ຜືນ, ມຸ້ງ 1,000 ດາງ, ເຮືອ 100 ລຳ ແລະ ເຄື່ອງກອງນ້ຳ 100 ຊຸດ ລວມມູນຄ່າທັງໝົດປະມານ 24.6 ຕື້ກີບ (20 ລ້ານຢວນ) ໂດຍໄດ້ແບ່ງອອກເປັນ 2 ງວດ, ເຊິ່ງວດທຳອິດໄດ້ຂົນສົ່ງມາເຖິງສະໜາມສາກົນວັດໄຕ ນະຄອນຫຼວງວຽງຈັນແລ້ວ ເມື່ອຕອນບ້ານຂອງວັນທີ 30 ກໍລະກົດ ທີ່ຜ່ານມາ, ສ່ວນງວດທີສອງແມ່ນຈະມາຮອດໃນວັນທີ 31 ກໍລະກົດນີ້ ໂດຍແມ່ນບໍລິສັດນຳເຂົ້າ-ສົ່ງອອກເຄື່ອງກົນຈັກແຂວງເຫີເປີຍ ຈຳກັດ ເປັນຜູ້ຮັບຜິດການຈັດຕັ້ງປະຕິບັດຕົວຈິງ.


ໃຫ້ກຽດລົງນາມໃນຄັ້ງນີ້, ເຊິ່ງຕາງໜ້າໃຫ້ລັດຖະບານລາວໂດຍທ່ານ ນາງ ໃບຄຳ ຂັນທິຍະ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ຕາງໜ້າໃຫ້ລັດຖະບານຈີນ ໂດຍທ່ານ ຫວາງ ເວີນ ທຽນ ເອກອັກຄະລັດຖະທູດຈີນ ປະຈຳ ສປປ.ລາວ ການຊ່ວຍເຫຼືອໃນຄັ້ງນີ້ ເປັນການຊ່ວຍເຫຼື້ອດ້ານມະນຸດສະທຳ ໃຫ້ແກ່ລັດຖະບານ ສປປ.ລາວ ທັງນີ້ກໍ່ເພື່ອເປັນການສະແດງເຖິງນ້ຳໃຈໄມຕີຈິດມິດຕະພາບຂອງລັດຖະບານ ແລະ ປະຊາຊົນຈີນ ທີ່ມີຕໍ່ລັດຖະບານ ແລະ ປະຊາຊົນລາວ.


ໃນໂອກາດດັ່ງກ່າວ, ທ່ານ ຫວາງ ເວີນ ທຽນ ກໍ່ໄດ້ສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ຕໍ່ພີ່ນ້ອງປະຊາຊົນລາວທີ່ເສຍຊີວິດ ແລະ ສະແດງຄວາມເຫັນອົກເຫັນໃຈຢ່າງຈິງໃຈ ຕໍ່ຄອບຄົວຜູ້ເສຍຊີວິດ ແລະ ບາດເຈັບ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນເຂັ້ມແຂງຂອງພັກ ແລະ ລັດຖະບານລາວ ປະຊາຊົນລາວຜູ້ປະສົບໄພຈະສາມາດຜ່ານຜ່າຄວາມຫຍຸ້ງຍາກໄດ້ຢ່າງແນ່ນອນ, ພ້ອມທັງຟື້ນຟູການຜະລິດ ແລະ ຊີວິດການເປັນຢູ່ໃຫ້ຄືນສູ່ຄວາມເປັນປົກກະຕິໂດຍໄວ.

ທ່ານ ນາງ ໃບຄຳ ຂັດທິຍະ ກໍ່ໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງລັດຖະບານ ແລະ ປະຊາຊົນຈີນ ຕໍ່ກັບການຊ່ວຍເຫຼືອຄັ້ງນີ້ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະນຳເອົາອຸປະກອນການຊ່ວຍເຫຼືອດັ່ງກ່າວ ສົ່ງໄປຮອດໄປເຖິງຜູ້ປະສົບໄພຢ່າງທົ່ວເຖິງ ແລະ ທັນການ.










No comments

Powered by Blogger.