ທ່ານນາຍົກໃຫ້ທິດຊີ້ນຳ 4 ຂໍ້ທີ່ຕ້ອງເອົາໃຈໃສ່ເປັນພິເສດໃນການຊ່ວຍເຫຼືອຜູ້ປະສົບໄພເຂື່ອນແຕກ - ອິດສະຫຼະ

ທ່ານນາຍົກໃຫ້ທິດຊີ້ນຳ 4 ຂໍ້ທີ່ຕ້ອງເອົາໃຈໃສ່ເປັນພິເສດໃນການຊ່ວຍເຫຼືອຜູ້ປະສົບໄພເຂື່ອນແຕກ



ວິທະຍຸກະຈາຍສຽງແຫ່ງຊາດລາຍງານວ່າ: ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແລະ ຄະນະ ໄດ້ຕິດຕາມເບິ່ງສະພາບການແກ້ໄຂບັນຫາໄພນ້ຳຖ້ວມ ຈາກເຫດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ທີ່ເກີດຂຶ້ນຢູ່ເມືອງສະໜາມໄຊ ແຂວງ ອັດຕະປື ໃນວັນທີ 1 ສິງຫາ 2018 ນີ້. ໂອກາດນີ້ທ່ານໄດ້ໃຫ້ທິດຊີ້ນຳແກ່ຄະນະກຳມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ ເອົາໃຈໃສ່ 4 ບັນຫາ ເພື່ອແກ້ໄຂອຸທົກກະໄພທີ່ເກີດຂຶ້ນຢູ່ເມືອງສະໜາມໄຊຄື:

1. ຕ້ອງເອົາກອບກູ້ເອົາຜູ້ທີ່ສູນຫາຍໃຫ້ຄົບຕາມຈຳນວນຢ່າງສຸດຄວາມສາມາດ ແລະ ໄວເທົ່າທີ່ຈະໄວໄດ້.

2. ຕ້ອງຈັດສັນທີ່ໄດ້ຮັບຜົນກະທົບໄດ້ຢູ່ບ່ອນທີ່ປອດໄພ ແລະ ມີຊີວິດການເປັນຢູ່ດີຂຶ້ນຈົນກ່ວາເຂົາເຈົ້າຈະສາມາດໄປຢູ່ບ້ານເກີດເມືອງນອນຂອງຕົນໄດ້, ໄປພ້ອມໆ ກັບການເອົາໃຈໃສ່ເບິ່ງແຍງດ້ານສຸຂະພາບທັງຮ່າງກາຍ ແລະ ຈິດຂອງເຂົາເຈົ້າທີ່ດີ.

3. ການຈັດສັນເຄື່ອງຊ່ວຍເຫລືອທີ່ເປັນເຄື່ອງອຸປະໂພກ-ບໍລິໂພກຕ້ອງລະອຽດ, ມີແຜນການໃນການນຳໃຊ້ເງິນທີ່ໄດ້ຮັບການຊ່ວຍເຫຼືອທີ່ຊັດເຈນ ແລະ ຕົກລົງເປັນໝູ່ຄະນະ.

4. ການຈັດສັນອາສາສະໝັກຕ່າງປະເທດທີ່ເຂົ້າມາຊ່ວຍເຫຼືອ, ລວມເຖີງຕິດຕາມສະພາບການອອກຂ່າວຕ່າງໆ ເພາະຜ່ານມາ ມີກຸ່ມຄົນບໍ່ດີໄດ້ອອກຂ່າວຕ່າງໆ ນາໝ ທີ່ບໍ່ດີຜ່ານສື່ສັງຄົມອອນລາຍ. ນອກນີ້ ແຕ່ລະໜ່ວຍງານແຕ່ມີການແບ່ງງານກັນ, ມີແບບແຜນໃນການເຮັດວຽກຢ່າງຈະແຈ້ງຊັດເຈນ ແລະ ມີການປະສານງານກັນຢ່າງຖືກຕ້ອງ.






No comments

Powered by Blogger.