ກະຊວງແຮງງານຢືນຢັນ ເງິນບໍລິຈາກທຸກກີບ ແມ່ນຈະນຳໄປຊ່ວຍເຫຼືອປະຊາຊົນທີ່ປະສົບໄພ ແລະ ບໍ່ໃຫ້ເອົາໄປນຳໃຊ້ໃນສ່ວນອື່ນໆ - ອິດສະຫຼະ

ກະຊວງແຮງງານຢືນຢັນ ເງິນບໍລິຈາກທຸກກີບ ແມ່ນຈະນຳໄປຊ່ວຍເຫຼືອປະຊາຊົນທີ່ປະສົບໄພ ແລະ ບໍ່ໃຫ້ເອົາໄປນຳໃຊ້ໃນສ່ວນອື່ນໆ



ສຳນັກຂ່າວສານປະເທດລາວລາຍງານວ່າ: ທ່ານ ນາງ ໃບຄຳ ຂັດທິຍະ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໂດຍຕາງໜ້າໃຫ້ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ໄດ້ຢືນຢັນຢ່າງໜັກແໜ້ນວ່າ: ເງິນທີ່ໄດ້ຮັບຈາກການຊ່ວຍເຫຼືອຈາກສັງຄົມທັງພາຍໃນ ແລະ ຕ່າງປະເທດນັ້ນ ແມ່ນບໍ່ໄດ້ນຳເອົາໄປໃຊ້ເຂົ້າໃນບ້ວງບໍລິຫານຈັດການໃດໆທັງສິ້ນ, ເຊິ່ງເງິນທັງໝົດ ຈະໄດ້ນຳໃຊ້ເຂົ້າຢູ່ໃນການຊ່ວຍເຫຼືສຸກເສີນຕົວຈິງໃຫ້ແກ່ປະຊາຊົນ ແລະ ນຳໃຊ້ເຂົ້າຢູ່ໃນໄລຍະການຟື້ນຟູໃຫ້ມີປະສິດທິພາບທີ່ສຸດ.

ທ່ານ ນາງ ໃບຄຳ ຂັດທິຍະ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ໃນວັນທີ 31 ກໍລະກົດ 2018, ໂດຍກ່າວວ່າ: ເງິນທັງໝົດທີ່ໄດ້ຮັບ ຈາກການບໍລິຈາກໃນແຕ່ລະມື້ນັ້ນ ແມ່ນໄດ້ສົ່ງເຂົ້າບັນຊີທີ່ໄດ້ແຈ້ງໄວ້ຢູ່ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ທັງໝົດ, ໃນເບື້ອງຕົ້ນ ພວກເຮົາໄດ້ມອບໃຫ້ບັນດາຄອບຄົວຜູ້ປະສົບໄພ ຢູ່ເມືອງສະໜາມໄຊ, ແຂວງອັດຕະປື ຈຳນວນ 500,000 ກີບຕໍ່ຄອບຄົວ.

ຄືດັ່ງທີ່ພວກເຮົາຮັບຊາບນຳກັນແລ້ວ ບໍ່ສະເພາະແຕ່ແຂວງອັດຕະປືເທົ່ານັ້ນ ທີ່ໄດ້ຮັບຜົນກະທົບ, ປະຊາຊົນລາວ ໃນຂອບເຂດເກືອບທົ່ວປະເທດ ກຳລັງໄດ້ປະສົບໄພນ້ຳຖ້ວມເຊັ່ນດຽວກັນ. ສະນັ້ນ, ຈຶ່ງຕິດພັນກັບເງິນຊ່ວຍເຫລືອ ແລະ ວັດຖຸຕ່າງໆ ທີ່ໄດ້ສົ່ງເຂົ້າມາຊ່ວຍເຫລືອຜູ້ປະສົບໄພໃນຄັ້ງນີ້. ພວກເຮົາໄດ້ແຕ່ງຕັ້ງຄະນະກຳມະການຮັບຜິດຊອບ ໂດຍພາຍໃຕ້ການຊີ້ນຳຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຮ່ວມກັບ ຄະນະກຳມະການສະເພາະກິດຄວບຄຸມໄພພິບັດ ແລະ ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ເພື່ອໃຫ້ມີການຄຸ້ມຄອງຢ່າງເປັນລະບົບ ເພື່ອຮັບປະກັນໃນການນຳໃຊ້ເງິນຊ່ວຍເຫລືອ ແລະ ວັດຖຸຕ່າງໆ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ.

ມາຮອດເວລາ 17:00 ໂມງ ຂອງວັນທີ 31 ກໍລະກົດ 2018 (ເລີ່ມແຕ່ວັນທີ 24 ກໍລະກົດ ເປັນຕົ້ນມາ) ຍອດເງິນສົດຂອງການບໍລິຈາກ ເພື່ອຊ່ວຍເຫລືອຜູ້ປະສົບໄພ ຢູ່ສູນຮັບບໍລິຈາກ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ບັນລຸ 14.8 ຕື້ກວ່າກີບ, ໃນນັ້ນສະກຸນເງິນໂດລາສະຫະລັດ 155,000 ກວ່າໂດລາ ແລະ ສະກຸນເງິນບາດໄທ ປະມານ 4.6 ລ້ານບາດ.

No comments

Powered by Blogger.