ຖະແຫຼງໄພພິບັດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ພົບຜູ້ເສຍຊີວິດແລ້ວ 13 ຍັງສູນຫາຍ 118 ຄົນ - ອິດສະຫຼະ

ຖະແຫຼງໄພພິບັດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ພົບຜູ້ເສຍຊີວິດແລ້ວ 13 ຍັງສູນຫາຍ 118 ຄົນ



ສຳນັກຂ່າວສານປະເທດລາວລາຍງານ 1 ສິງຫາ 2018 ວ່າ: ຕົວເລກຍອດຜູ້ເສຍຊີວິດຈາກເຫດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ເມື່ອວັນທີ 23 ກໍລະກົດ ທີ່ຜ່ານມາ ໄດ້ເພີ່ມຂຶ້ນຈາກ 11 ສົບເປັນ 13 ສົບ ແລະ ຍັງຫາຍສາບສູນ 118 ຄົນ ຂະນະທີ່ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວໄດ້ເນັ້ນໃຫ້ຄະນະນໍາ ແລະ ເຈົ້າໜ້າທີ່ສະເພາະກິດຕ້ອງເອົາໃຈໃສ່ສືບຕໍ່ຄົ້ນຫາ ແລະ ກອບກູ້ເອົາຜູ້ເສຍຊີວິດ ລວມທັງຜູ້ສາບສູນຢ່າງເຄັ່ງຮ້ອນແລະ ວ່ອງໄວ.

ທ່ານ ພົນຕີ ຄໍາລຽງ ອຸທະໄກສອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ຫົວໜ້າກອງບັນຊາການພາກສະໜາມໄດ້ເປັນປະທານຖະແຫລງຂ່າວຜົນການຊອກຄົ້ນ ແລະ ກອບກູ້ໃນວັນທີ 1 ສິງຫາ 2018 ນີ້ວ່າໄດ້ພົບຍອດຜູ້ເສຍຊີວິດແລ້ວ 13 ສົບ ແລະ ຍັງສາບສູນ 118 ຄົນ ແຕ່ການປະຕິບັດໜ້າທີ່ຍັງສືບຕໍ່ຊອກຄົ້ນ ແລະ ກອບກູ້ຕໍ່ໄປຈົນກວ່າຈະສໍາເລັດ.


ໃນວັນດຽວກັນ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມຄະນະກໍໄດ້ເດີນທາງຢ້ຽມຢາມ ແລະ ໃຫ້ກໍາລັງໃຈຜູ້ໄດ້ຮັບຜົນກະທົບຈາກເຂື່ອນເຊປ່ຽນ-ເຊນໍ້ານ້ອຍແຕກຢູ່ສູນພັກຊົ່ວຄາວທີ່ໂຮງຮຽນມັດທະຍົມສະໜາມໄຊ ພາຍຫລັງສໍາເລັດການພົບປະໂອ້ລົມ ແລະ ເຮັດວຽກກັບຄະນະນໍາແຂວງອັດຕະປື ລວມທັງການລົງຢ້ຽມຢາມພື້ນທີ່ໄດ້ຮັບຜົນກະທົບຢູ່ບ້ານໃໝ່ ເຊິ່ງເປັນໜຶ່ງໃນ 13 ບ້ານທີ່ໄດ້ຮັບຜົນກະທົບ.

ລະຫວ່າງການພົບປະໂອ້ລົມບັນດາການນໍາແຂວງ ແລະ ໃຫ້ກໍາລັງໃຈປະຊາຊົນນັ້ນ, ທ່ານນາຍົກລັດຖະມົນຕີໄດ້ເນັ້ນໃຫ້ຂະແໜງການທີ່ກ່ຽວຂ້ອງຕ້ອງເອົາໃຈຊ່ວຍເຫຼືອ ແລະ ກອບກູ້ຜູ້ເສຍຊີວິດ ລວມທັງຜູ້ສາບສູນຢ່າງເຄັ່ງຮ້ອນທັງໃຫ້ທິດຊີ້ນໍາຕໍ່ບັນດາການນໍາ ແລະ ເຈົ້າໜ້າທີ່ເພີ່ມທະວີຄວາມເປັນເຈົ້າການຢ່າງເດັດດ່ຽວ ໃນນັ້ນຕ້ອງເອົາໃຈໃສ່ຈັດສັນທີ່ຢູ່ໄລຍະສັ້ນ-ຍາວຄັກແນ່; ຕ້ອງສະໜອງອາຫານໂດຍຮັບປະກັນສຸຂະອະນາໄມ; ຕ້ອງຈັດສັນເຄື່ອງຊ່ວຍເຫລືອໃຫ້ເຖິງມືປະຊາຊົນດ້ວຍຄວາມວ່ອງໄວ, ຕ້ອງເກັບມ້ຽນເຄື່ອງຊ່ວຍເຫລືອ ລວມທັງປັດໄຈຕ່າງໆໃຫ້ລະອຽດ ແລະ ອື່ນໆ.

No comments

Powered by Blogger.