ທາງການຫ້າມເດັດຂາດບໍ່ໃຫ້ໂພສ, ແຊຣ໌ ພາບ-ວິດີໂອຜູ້ເສຍຊີວິດ ແລະ ຂໍ້ມູນທີ່ບໍ່ມີມູນຄວາມຈິ່ງ ຝ່າຝືນຈະປະຕິບັດຕາມກົດໝາຍ - ອິດສະຫຼະ

ທາງການຫ້າມເດັດຂາດບໍ່ໃຫ້ໂພສ, ແຊຣ໌ ພາບ-ວິດີໂອຜູ້ເສຍຊີວິດ ແລະ ຂໍ້ມູນທີ່ບໍ່ມີມູນຄວາມຈິ່ງ ຝ່າຝືນຈະປະຕິບັດຕາມກົດໝາຍ



ລາຍງານ 2 ສິງຫາ 2018, ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງອັດຕະປື ໄດ້ອອກແຈ້ງການເລກທີ 436/ປທສ ລົງວັນທີ 1 ສິງຫາ 2018 ເລື່ອງໃຫ້ລະວັງກ່ອນໂພສ ຫຼື ແຊຣ໌ ຂໍ້ມູນຜູ້ປະສົບໄພພິບັດນ້ຳຖ້ວມ ແລະ ອື່ນໆ.

ໂດຍພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານແຂວງອັດຕະປື ໄດ້ແຈ້ງວ່າ ທຸກອົງກອນທຸກພາກສ່ວນທີ່ນຳໃຊ້ສື່ສັງຄົມອອນລາຍປະເພດຕ່າງໆເຊັ່ນ: Facebook ຈົ່ງມີສະຕິລະວັງກ່ອນໂພສ, ແຊຣ໌ ຫຼື ປະກອບຄຳເຫັນຂໍ້ມູນຜູ້ປະສົບໄພພິບັດນ້ຳຖ້ວມ ແລະ ອື່ນໆ ທີ່ກຳລັງເກີດຂຶ້ນໃນປັດຈຸບັນນີ້, ດັ່ງນັ້ນ ເພື່ອສົ່ງເສີມໃຫ້ຜູ້ບໍລິໂພກຂໍ້ມູນຂ່າວສານໃຫ້ຖືກຕ້ອງກັບຄວາມເປັນຈິງ ທາງພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານແຂວງອັດຕະປື ຈຶ່ງຂໍຄວາມຮ່ວມມືມາຍັງທຸກພາກສ່ວນໃຫ້ປະຕິບັດດັ່ງນີ້:

1. ບໍ່ຄວນເອົາຮູບພາບ ຫຼື ວິດີໂອ ໃນເຫດການທີ່ບໍ່ກ່ຽວຂ້ອງມາໂພສ, ໃຫ້ຄຳເຫັນ,​ ແຊຣ໌ ເຊິ່ງອາດຈະສ້າງຄວາມສັບສົນ ແລະ ເຂົ້າໃຈຜິດຕໍ່ເຫດການດັ່ງກ່າວ.

2. ບໍ່ຄວນໂພສ, ແຊຣ໌, ໃຫ້ຄຳເຫັນຮູບພາບ ຫຼື ວິດີໂອທີ່ຫົດຫູ່ຂອງຜູ້ເສຍຊີວິດ ທີ່ອາດກະທົບເຖິງຄວາມຮູ້ສຶກຂອງຍາດພີ່ນ້ອງ ແລະ ບຸກຄົນທົ່ວໄປ.

3. ການສະແດງຄວາມຄິດເຫັນຄວນມີລັກສະນະໃຫ້ກຳລັງໃຈ ຫຼື ໃຫ້ການຊ່ວຍເຫຼືອຕໍ່ຜູ້ປະສົບໄພ ແລະ ເຈົ້າໜ້າທີ່ທີ່ປະຕິບັດວຽກງານ.

4. ຄວນມີສະຕິໃນການບໍລິໂພກຂໍ້ມູນຂ່າວສານໃຫ້ຖືກຕ້ອງ ເມື່ອພົບເຫັນການປ່ອຍຂໍ້ມູນຂ່າວສານປອມ ໃຫ້ແຈ້ງຕໍ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງໂດຍທັນທີ.

ຖ້າຜູ້ໃດບໍ່ໃຫ້ການຮ່ວມມື ຫຼື ມີພຶດຕິກຳບໍ່ສອດຄ່ອງກັບແຈ້ງການ, ຖ້າມີການກວດພົບພຶດຕິກຳດັ່ງກ່າວຖືວ່າມີການລະເມີດກົດໝາຍ ແລະ ຈະມີການດຳເນີນຄະດີຕາມລະບຽບກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງລະບົບຄອມພິວເຕີ ແລະ ກົດໝາຍອື່ນໆທີ່ກ່ຽວຂ້ອງ.

ດັ່ງນັ້ນ, ຈຶ່ງໄດ້ແຈ້ງມາເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມເນື້ອໃນຂ້າງເທິງໃຫ້ໄດ້ຮັບຜົນດີ.

No comments

Powered by Blogger.