ໄດ້ມີກວດກາຄວາມປອດໄພຂອງເຂື່ອນນ້ຳງື່ມ 1 ພາກຂະຫຍາຍໂດຍຊ່ຽວຊານຍີ່ປຸ່ນ - ອິດສະຫຼະ

ໄດ້ມີກວດກາຄວາມປອດໄພຂອງເຂື່ອນນ້ຳງື່ມ 1 ພາກຂະຫຍາຍໂດຍຊ່ຽວຊານຍີ່ປຸ່ນ



ລາຍງານ 2 ສິງຫາ 2018, ອົງການຮ່ວມມືສາກົນຍີ່ປຸ່ນ (JICA : ໄຈກາ) ໄດ້ລົງກວດກາຄວາມປອດໄພໃນການກໍ່ສ້າງຂອງໂຄງການເຂື່ອນໄຟຟ້ານ້ຳງື່ມ 1 ພາກຂະຫຍາຍໂດຍຊ່ຽວຊານຂອງໄຈກາ.

ການກວດກາໂຄງການເຂື່ອນໄຟຟ້ານ້ຳງື່ມ 1 ພາກຂະຫຍາຍໂດຍເນັ້ນໜັກໃສ່ກວດສອບການຄຸ້ມຄອງຄວາມປອດໄພຂອງການກໍ່ສ້າງ ໄດ້ດຳເນີນໄປໃນວັນທີ 31 ກໍລະກົດ ທີ່ຜ່ານມາ. ການກວດກາໂຄງການໃນລັກສະນະນີ້ແມ່ນໄດ້ຈັດຕັ້ງປະຕິບັດເປັນປະຈຳໂດຍຊ່ຽວຊານຂອງອົງການໄຈກາ ໂດຍແມ່ນໜຶ່ງໃນຄວາມພະຍາຍາມໃນການຍົກລະດັບການຄຸ້ມຄອງຄວາມປອດໄພ ແລະ ຄຸ້ມຄອງຄຸນນະພາບຂອງການກໍ່ສ້າງໃນບັນດາໂຄງການຊ່ວຍເຫຼືອລ້າ ແລະ ໂຄງການເງິນກູ້ຂອງໄຈກາ ເຊິ່ງຄັ້ງນີ້ແມ່ນໄດ້ຈັດຂຶ້ນເປັນຄັ້ງທີ 3 ໃນປີ 2018, ນອກຈາກນັ້ນ ທາງຫ້ອງການໄຈກາກໍ່ຍັງມີການລົງຢ້ຽມຢາມໂຄງການກໍ່ສ້າງ ເພື່ອກວດການການຄຸ້ມຄອງຄວາມປອດໄພເປັນປະຈຳນຳອີກ.







No comments

Powered by Blogger.