ລັດຂໍໃຫ້ປະຊາຊົນເຊື່ອໝັ້ນ ເງິນ 500,000 ກີບ ທີ່ໃຫ້ຜູ້ປະສົບໄພ ແມ່ນເພື່ອແຮຖົງເບື້ອງຕົ້ນເທົ່ານັ້ນ - ອິດສະຫຼະ

ລັດຂໍໃຫ້ປະຊາຊົນເຊື່ອໝັ້ນ ເງິນ 500,000 ກີບ ທີ່ໃຫ້ຜູ້ປະສົບໄພ ແມ່ນເພື່ອແຮຖົງເບື້ອງຕົ້ນເທົ່ານັ້ນ



ສຳນັກຂ່າວສານປະເທດລາວລາຍງານ 2 ສິງຫາ 2018 ວ່າ: ທ່ານ ນາງ ໃບຄຳ ຂັດທິຍະ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຕາງໜ້າໃຫ້ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ໃຫ້ສຳພາດຕໍ່ສື່ມວນຊົນໂດຍຢ້ຳຄືນຕໍ່ສັງຄົມວ່າ: ເງິນຈຳນວນ 500,000 ກີບທີ່ລັດຖະບານມອບໃຫ້ແຕ່ລະຄອບຄົວທີ່ປະສົບໄພຢູ່ ເມືອງສະໜາມໄຊ, ແຂວງ ອັດຕະປື ໄປນັ້ນ ເປັນພຽງເງິນແຮຖົງເບື້ອງຕົ້ນເທົ່ານັ້ນ.

ປັດຈຸບັນ, ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈຳນວນ 5,000 ກວ່າຄົນ ທີ່ໄດ້ມາບັນຈຸຢູ່ສູນພັກເຊົາຊົ່ວຄາວທັງໝົດ 6 ສູນ ແມ່ນບໍ່ມີຄວາມຈໍາເປັນຈະຕ້ອງໃຊ້ເງິນເລີຍ ເພາະວ່າທາງສູນຂອງພວກເຮົາໄດ້ອຳນວຍຄວາມສະດວກ ແລະ ສະໜອງສິ່ງຕ່າງໆໃຫ້ທັງໝົດ ນັບຕັ້ງແຕ່ທີ່ຢູ່ອາໃສ, ອາຫານການກິນ, ນ້ຳດື່ມ-ນ້ຳໃຊ້, ເຄື່ອງນຸ່ງຫົ່ມ, ການປິ່ນປົວສຸຂະພາບ ແລະ ສິ່ງຈຳເປັນອື່ນໆ ເທົ່າທີ່ຈະສາມາດສະໜອງໃຫ້ໄດ້ ແລະ ພວກເຮົາຍັງຈະສືບຕໍ່ເບິ່ງແຍງປະຊາຊົນເຫລົ່ານີ້ໄປຈົນກວ່າ ເຂົາເຈົ້າຈະສາມາດກັບຄືນສູ່ສະພາບການດຳລົງຊີວິດທີ່ເປັນປົກກະຕິ. ສະນັ້ນ, ເງິນຈຳນວນ 500,000 ກີບນີ້ ຈະເປັນພຽງແຕ່ເງິນແຮຖົງ ເພື່ອບາງເທື່ອຄອບຄົວອາດຈະມີຄວາມຈຳເປັນໃນການໃຊ້ສອຍຈຳນວນໜຶ່ງ ທີ່ນອກເໜືອຈາກການສະໜອງຂອງສູນບໍລິການຂອງພວກເຮົາ.

ໂອກາດດັ່ງກ່າວ, ທ່ານ ຮອງລັດຖະມົນຕີ ກໍ່ໄດ້ແຈ້ງໃຫ້ປະຊາຊົນຜູ້ປະສົບໄພທຸກໆຄົນທີ່ຢູ່ສູນບໍລິການພັກເຊົາຊົ່ວຄາວວ່າ ທຸກຄົນບໍ່ຈຳເປັນຈະຕ້ອງໃຊ້ຈ່າຍເງິນດ້ວຍໂຕເອງໃດໆທັງນັ້ນ, ຖ້າມີຄວາມຕ້ອງການສິ່ງໃດ ກໍ່ພຽງສະເໜີມາຍັງຄະນະກຳມະການ ຫຼື ພາກສ່ວນທີ່ກ່ຽວຂ້ອງ ເພື່ອພິຈາລະນາແກ້ໄຂ ເພາະວ່າພວກເຮົາກຽມພ້ອມຢູ່ແລ້ວ.

ໃນຂະນະດຽວກັນ, ທ່ານ ນາງ ໃບຄຳ ຂັດທິຍະ ກໍ່ໄດ້ຊີ້ແຈງໃຫ້ສັງຄົມຮູ້ຢ່າງກະຈ່າງແຈ້ງວ່າ: ເງິນທີ່ໄດ້ຮັບຈາກການຊ່ວຍເຫຼືອຈຳນວນມະຫາສານນີ້ ຈາກສັງຄົມທັງພາຍໃນ ແລະ ຕ່າງປະເທດ ແມ່ນມີການຄຸ້ມຄອງເປັນລະບົບຢ່າງຄັກແນ່ ເຊິ່ງນອກເໜືອຈາກການຊ່ວຍເຫລືອສຸກເສີນແລ້ວ ແມ່ນຈະໄດ້ສຸມໃສ່ເຂົ້າໃນການຟື້ນຟູສະພາບເງື່ອນໄຂຊີວິດການເປັນຢູ່ຂອງຜູ້ປະສົບໄພ ນັບທັງການປັບປຸງສະພາບພື້ນຖານໂຄງລ່າງ, ຖະໜົນຫົນທາງ, ລະບົບໄຟຟ້າ-ນ້ຳປະປາ, ການຟື້ນຟູທີ່ຢູ່ອາໃສ-ເຮືອນຊານບ້ານຊ່ອງ ລວມທັງສະພາບການຜະລິດຕ່າງໆ ຈົນເຮັດໃຫ້ເຂົາເຈົ້າສາມາດກັບຄືນມາດຳລົງຊີວິດຢ່າງເປັນປົກກະຕິ, ເຊິ່ງທັງໝົດນີ້ ເປັນແຜນ ແລະ ຄວາມຕັ້ງໃຈຂອງລັດຖະບານ ແຫ່ງ ສປປ ລາວ.

ປັດຈຸບັນນີ້, ເງິນທັງໝົດທີ່ໄດ້ຮັບຈາກການບໍລິຈາກໃນແຕ່ລະມື້ນັ້ນ ແມ່ນໄດ້ສົ່ງເຂົ້າບັນຊີທີ່ໄດ້ແຈ້ງໄວ້ຢູ່ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ທັງໝົດທຸກກີບ, ທຸກບາດ, ທຸກໂດລາເລີຍ ໂດຍບໍ່ໄດ້ນຳເອົາໄປໃຊ້ເຂົ້າໃນບ້ວງບໍລິຫານຈັດການໃດໆທັງນັ້ນ.

No comments

Powered by Blogger.