ທ່ານນາຍົກ ຢ້ຽມຢາມຜູ້ປະສົບໄພເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ທີ່ເມືອງສະໜາມໄຊ ແຂວງອັດຕະປື - ອິດສະຫຼະ

ທ່ານນາຍົກ ຢ້ຽມຢາມຜູ້ປະສົບໄພເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ທີ່ເມືອງສະໜາມໄຊ ແຂວງອັດຕະປື



ໃນຕອນເຊົ້າ ຂອງວັນທີ 1 ສິງຫາ 2018 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຕິດຕາມ ແລະ ຊຸກຍູ້ການແກ້ໄຂ ບັນຫາອຸທົກກະໄພນໍ້າຖ້ວມ ຈາກເຫດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ທີ່ເມືອງສະໜາມໄຊ, ແຂວງອັດຕະປື ເປັນຄັ້ງທີ 2 ເຊິ່ງກ່ອນລົງຕິດ ຕາມພື້ນທີ່ຕົວຈິງນັ້ນ ຢູ່ທີ່ຫ້ອງວ່າການປົກຄອງແຂວງອັດຕະປື ໄດ້ຈັດກອງປະຊຸມປຶກສາຫາລື ແລະ ຮັບຟັງການລາຍງານຄວາມຄືບໜ້າ ໃນການແກ້ໄຂບັນຫາໄພພິບັດ ທີ່ເກີດຂຶ້ນຢູ່ແຂວງອັດຕະປື, ໂດຍມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມະການສະເພາະກິດ ແກ້ໄຂໄພພິບັດລະດັບຊາດ ພ້ອມດ້ວຍບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີກະຊວງທີ່ກ່ຽວຂ້ອງ ແລະ ການນຳແຂວງອັດຕະປື ເຂົ້າຮ່ວມ.


ກ່ອນອື່ນ, ທ່ານນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານສະພາບທີ່ເກີດຂຶ້ນ ກໍ່ຄື ຄວາມຄືບໜ້າໃນການແກ້ໄຂບັນຫາຕ່າງໆ ຢ່າງຮອບດ້ານ ທີ່ໄດ້ຮັບຜົນກະທົບຈາກອຸທົກກະໄພນໍ້າຖ້ວມ ຢູ່ເມືອງສະໜາມໄຊ ນັບແຕ່ມື້ເກີດເຫດການ ຈົນເຖິງວັນທີ 31 ກໍລະກົດ 2018 ທີ່ຜ່ານມາ ຈາກທ່ານຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມະການສະເພາະກິດ ແກ້ໄຂໄພພິບັດລະດັບຊາດ ເຊິ່ງເຫັນວ່າ: ພາຍຫຼັງຄະນະຮັບຜິດຊອບແກ້ໄຂໄພພິບັດ ທັງສູນກາງ ແລະ ທ້ອງຖິ່ນ ໄດ້ຮັບການແຕ່ງຕັ້ງແລ້ວ ກໍ່ແບ່ງຄວາມຮັບຜິດຊອບກັນຢ່າງຈະແຈ້ງ ໃນແຕ່ລະຂັ້ນ, ມີການປະຊຸມຄົ້ນຄວ້າປຶກສາຫາລືກັນ, ປະສານງານກັນ ແລະ ດໍາເນີນການແກ້ໄຂວຽກງານໃນແຕ່ລະດ້ານ ຢ່າງຕໍ່ເນື່ອງ ເຮັດໃຫ້ການແກ້ໄຂແຕ່ລະບັນຫາ ມີຄວາມຄືບໜ້າເປັນຢ່າງດີ ເປັນຕົ້ນ ການຈັດສັນທີ່ພັກຊົ່ວຄາວ, ການຊ່ວຍເຫຼືອປະຊາຊົນ ໄປພັກທີ່ສູນອົບພະຍົບຊົ່ວຄາວ, ການແຈກຢາຍມອບເຄື່ອງຊ່ວຍເຫຼືອ ບັນເທົາທຸກ ໃຫ້ແກ່ປະຊາຊົນຜູ້ເຄາະຮ້າຍ, ການປິ່ນປົວຜູ້ທີ່ໄດ້ຮັບບາດເຈັບ, ການຊອກຄົ້ນຫາຜູ້ສູນຫາຍ, ການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ການອະນາໄມຮັກສາຄວາມສະອາດ, ການຮັບເຄື່ອງຊ່ວຍເຫຼືອ, ການແຍກ-ການຈັດມ້ຽນ ແລະ ການຄຸ້ມຄອງ ເຄື່ອງຊ່ວຍເຫຼືອ, ການປັບປຸງພື້ນຖານໂຄງລ່າງຊົ່ວຄາວ ເພື່ອຮັບໃຊ້ການແກ້ໄຂໄພພິບັດ (ເສັ້ນທາງ, ຂົວຂ້າມນໍ້າ, ໄຟຟ້າ, ນໍ້າໃຊ້, ຫ້ອງນໍ້າເຄື່ອນທີ່, ສັນຍານການສື່ສານ...), ການໂຄສະນາເຜີຍແຜ່ໃຫ້ຂໍ້ມູນແກ່ສັງຄົມ, ການປຸກລະດົມສັງຄົມເຂົ້າຮ່ວມຊ່ວຍເຫຼືອ ແລະ ວຽກງານອື່ນໆອີກ. ສຳລັບແຜນການໃນຕໍ່ໜ້າ ທີ່ຈະຕ້ອງໄດ້ເຮັດດ່ວນ ແມ່ນເລັ່ງໃສ່ຊອກຄົ້ນຫາຜູ້ທີ່ຍັງສູນຫາຍ, ປັບປຸງພື້ນຖານໂຄງລ່າງ ໃຫ້ສາມາດຮອງຮັບ ການແກ້ໄຂວຽກງານອັນຮີບດ່ວນໄດ້, ສ້າງທີ່ພັກຊົ່ວຄາວໃຫ້ແກ່ຜູ້ປະສົບເຄາະຮ້າຍ (ຂະຫຍາຍທີ່ພັກ ເພື່ອບໍ່ໃຫ້ມີຄວາມແອອັດ), ການຕິດຕາມປ້ອງກັນ ແລະ ປິ່ນປົວພະຍາດໃຫ້ແກ່ປະຊາຊົນ, ເກັບກຳຂໍ້ມູນ ແລະ ປະເມີນຜົນເສຍຫາຍ, ຈັດສັນແຍກເຄື່ອງຊ່ວຍເຫຼືອ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ຖືກຕ້ອງຕາມແຕ່ລະປະເພດ ແລະ ນຳໄປແຈກຢາຍໃຫ້ເຖິງປະຊາຊົນ, ວາງແຜນປັບປຸງ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ທັງໄລຍະສັ້ນ ແລະ ໄລຍະຍາວ.


ໃນໂອກາດດຽວກັນ, ທ່ານນາຍົກລັດຖະມົນຕີ ໄດ້ໂອ້ລົມຕໍ່ຜູ້ເຂົ້າຮ່ວມ ແລະ ເນັ້ນໜັກຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ຄົ້ນຫາຜູ້ທີ່ສູນຫາຍ ມາໃຫ້ໄດ້ທັງໝົດ ໄວເທົ່າໃດຍິ່ງດີ ຖ້າມີຄວາມເປັນໄປໄດ້, ເຮັດຢ່າງສຸດຄວາມສາມາດ; ຈັດສັນປະຊາຊົນ ໄປຢູ່ທີ່ປອດໄພ ແລະ ມີຊີວິດການເປັນຢູ່ດີຂຶ້ນເປັນກ້າວໆ ພ້ອມທັງ ຟື້ນຟູຈິດໃຈຂອງເຂົາເຈົ້າ ໃຫ້ເປັນປົກກະຕິ; ການຈັດສັນເຄື່ອງຊ່ວຍເຫຼືອ ແມ່ນເຮັດໃຫ້ດີທີ່ສຸດ, ເຮັດຢ່າງຖືກຕ້ອງ, ມີຄວາມໂປ່ງໃສ, ມອບໃຫ້ເຖິງປະຊາຊົນທຸກຄົນ ຕາມຄວາມເໝາະສົມ ແລະ ແທດຕົວຈິງ; ສືບຕໍ່ເກັບກຳຂໍ້ມູນຜົນເສຍຫາຍດ້ານຕ່າງໆ ໃຫ້ມີຄວາມຖືກຕ້ອງ, ຊັດເຈນ ແລະ ມີຄວາມເປັນເອກະພາບກວ່າເກົ່າ; ເອົາໃຈໃສ່ເບິ່ງແຍງ ແລະ ປິ່ນປົວສຸຂະພາບຂອງປະຊາຊົນ ຢ່າງໃກ້ສິດ, ຫຼີກລ້ຽງການແຜ່ລະບາດຂອງພະຍາດ; ໃຫ້ມີການລາຍງານ, ສະຫຼຸບ, ຕີລາຄາເປັນປະຈຳ ໃຫ້ມີຜູ້ຮັບຜິດຊອບ ແລະ ບັນຊາຈະແຈ້ງ ລວມສູນຢູ່ກັບຄະນະສະເພາະກິດ ຖ້າຫາກຜູ້ຖືກມອບໝາຍບໍ່ສາມາດຕັດສິນໄດ້ ແມ່ນໃຫ້ມາຫາຈຸດບັນຊາການ. ເພື່ອແກ້ໄຂບັນຫາທ້າທາຍ ຄວນມອບວຽກ ແລະ ຖອດຖອນບົດຮຽນ, ພ້ອມທັງ ມີກົນໄກປະສານງານທີ່ຄ່ອງແຄ່ວ ແລະ ມີປະສິດທິຜົນ.


ໃນໂອກາດມາຕິດຕາມ ຜົນກະທົບຈາກໄພພິບັດຢູ່ແຂວງອັດຕະປືຄັ້ງນີ້, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ໄປຕິດຕາມ ແລະ ມອບເຄື່ອງຊ່ວຍເຫຼືອ ໃຫ້ແກ່ປະຊາຊົນຜູ້ເຄາະຮ້າຍ ທີ່ກໍາລັງປິ່ນປົວ ແລະ ຕິດຕາມເບິ່ງແຍງຊີວິດການປະຊາຊົນ ຢູ່ບັນດາສູນອົບພະຍົບ ເປັນຕົ້ນ: ປະຊາຊົນທີ່ບາດເຈັບກຳລັງປິ່ນປົວຢູ່ໂຮງໝໍແຂວງອັດຕະປື ແລະ ພັກເຊົາຢູ່ສູນອົບພະຍົບຊົ່ວຄາວ ຈຸດໂຮງຮຽນມັດທະຍົມຈັນທາ (ເທດສະບານແຂວງ), ຈຸດບ້ານໃໝ່, ຈຸດບ້ານຕໍາມໍຢອດ, ໂຮງຮຽນ ມສ ສະໜາມໄຊ.

ໃນໂອກາດມາເຄື່ອນໄຫວຕິດຕາມ ​ຄັ້ງນີ້ ທ່ານນາຍົກລັດຖະມົນຕີ ຍັງໄດ້ໄປມອບວັດຖຸປັດໄຈ ຈໍານວນໜຶ່ງໃຫ້ແກ່ຄອບຄົວຜູ້ເສຍຊີວິດ ໃນການໄປປະຕິບັດໜ້າທີ່ຊ່ວຍເຫຼືອ ຜູ້ປະສົບໄປແຂວງອັດຕະປືຕື່ມອີກ.

No comments

Powered by Blogger.