ຜູ້ປະສົບໄພເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ໄດ້ຖືກແບ່ງໄປພັກເຊົາຊົ່ວຄາວທີ່ສູນອົບພະຍົບ 5 ຈຸດ - ອິດສະຫຼະ

ຜູ້ປະສົບໄພເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ໄດ້ຖືກແບ່ງໄປພັກເຊົາຊົ່ວຄາວທີ່ສູນອົບພະຍົບ 5 ຈຸດ



ໃນຕອນແລງ ຂອງວັນທີ 31 ກໍລະກົດ 2018 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສະເພາະກິດ ແກ້ໄຂໄພພິບັດລະດັບຊາດ ພ້ອມດ້ວຍຄະນະ ໄດ້ໄປສຳຫຼວດຕິດຕາມເບິ່ງສະພາບການແກ້ໄຂ ອຸທົກກະໄພນໍ້າຖ້ວມ ທີ່ເມືອງສະໜາມໄຊ ແຂວງອັດຕະປື.

ໃນໂອກາດນີ້, ທ່ານໄດ້ໄປພົບປະກັບຄະນະຮັບຜິດຊອບແກ້ໄຂໄພພິບັດ ທີ່ປະຈຳຢູ່ພາກສະໜາມ ໂດຍໄດ້ຮັບຟັງການລາຍງານຄວາມຄືບໜ້າ ໃນການແກ້ໄຂໄພພິບັດໃນຄັ້ງນີ້້ ເຫັນວ່າ: ໃນຈຳນວນ 6 ບ້ານທີ່ໄດ້ຮັບຜົນກະທົບໜັກ (ບ້ານໃໝ່, ບ້ານທ່າຫີນ, ບ້ານທ່າແສງຈັນ, ບ້ານສະໝອງ, ບ້ານຫີນລາດ ແລະ ບ້ານແທໃຫຍ່) ມີຈຳນວນ 1,617 ຄອບຄົວ, ມີພົນລະເມືອງ 7,095 ຄົນ ແມ່ນໄດ້ຮັບການຊ່ວຍເຫຼືອ ແລະ ປະຈໍາຢູ່ສູນອົບພະຍົບຊົ່ວຄາວ ຈໍານວນ 5 ຈຸດ ຄື: ຈຸດເທດສະບານເມືອງສະໜາມໄຊ ຈຳນວນ 3,731 ຄົນ, ຈຸດບ້ານດອນບົກ ຈໍານວນ 1,086 ຄົນ, ຈຸດບ້ານປິນດົງ ຈໍານວນ 500 ຄົນ, ຈຸດບ້ານຕໍາມໍຢອດ ຈໍານວນ 600 ຄົນ ແລະ ຈຸດເທດສະບານແຂງ ທີ່ຍົກຍ້າຍມາຈາກເມືອງປາກຊ່ອງ ຈໍານວນ 138 ຄົນ. ສໍາລັບຜູ້ສູນຫາຍ ຈໍານວນ 131 ຄົນ (ຕາມການບອກເລົ່າຂອງປະຊາຊົນ ໃນເວລາເກີດເຫດນໍ້າຖ້ວມ), ມາຮອດປັດຈຸບັນ ແມ່ນໄດ້ພົບເຫັນ ແລະ ເກັບກູ້ອອກມາໄດ້ແລ້ວ ຈຳນວນ 13 ສົບ ເຊິ່ງໜ່ວຍງານກູ້ໄພ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຍັງສຶືບຕໍ່ດຳເນີນການຄົ້ນຫາຢ່າງເຄັ່ງຮ້ອນ, ໃນນັ້ນ ໜ່ວຍກູ້ໄພທີ່ເຂົ້າມາຊ່ວຍເຫຼືອ ແມ່ນມາຈາກຫຼາຍພາກສ່ວນ ທັງພາຍໃນ ແລະ ຕ່າງປະເທດ ລວມທັງໝົດ 25 ຄະນະ, ລວມມີຈໍານວນ 100 ກວ່າຄົນ ຄື: ໜ່ວຍກູ້ໄພພາຍໃນປະເທດ, ຈາກ ສປ.​ຈີນ, ສສ ຫວຽດນາມ, ລາຊະອານາຈັກໄທ ແລະ ອື່ນໆ. ສ່ວນການຊ່ວຍເຫຼືອດ້ານອື່ນ ເປັນຕົ້ນ ເຄື່ອງອຸປະໂພກບໍລິໂພກ, ເຄື່ອງໃຊ້ຂອງສອຍທີ່ຈຳເປັນ, ການບໍລິການສາທາລະນະສຸກ, ເງິນ...ໃຫ້ແກ່ປະຊາຊົນຜູ້ປະສົບເຄາະຮ້າຍ ກໍ່ໄດ້ຮັບການແກ້ໄຂໃນຂັ້ນພື້ນຖານ ແລະ ຍັງສືບຕໍ່ດຳເນີນໄປຢ່າງຕໍ່ເນື່ອງ.

ນອກນີ້ ຍັງໄດ້ເລີ່ມລົງມືກໍ່ສ້າງທີ່ພັກຊົ່ວຄາວ ໃຫ້ແກ່ປະຊາຊົນແລ້ວ ໂດຍກຳນົດເອົາ 3 ຈຸດ ຄື: ຈຸດດົງບາກ, ຈຸດໂຮງຮຽນບ້ານຫາດຍາວ ແລະ ຈູດບ້ານຕຳມໍປອດ ເມືອງສະໜາມໄຊ. ໃນໂອກາດດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ກໍ່ໄດ້ໄປສຳຫຼວດຕິດຕາມເບິ່ງສະຖານທີ່ຕ່າງໆ ທີ່ໄດ້ຮັບຜົນກະທົບນ້ຳຖ້ວມຫຼາຍຈຸດ, ພ້ອມທັງ ໄດ້ພົບປະໂອ້ລົມກັັບປະຊາຊົນ ແລະ ມອບເຄື່ອງຊ່ວຍເຫຼືອຈຳນວນໜຶ່ງ ໃຫ້ແກ່ເຂົາເຈົ້າ.





No comments

Powered by Blogger.