ຍອດບໍລິຈາກຢູ່ແຂວງອັດຕະປື ທັງເງິນ ແລະ ວັດຖຸ ໄດ້ 52 ຕື້ກວ່າກີບແລ້ວ - ອິດສະຫຼະ

ຍອດບໍລິຈາກຢູ່ແຂວງອັດຕະປື ທັງເງິນ ແລະ ວັດຖຸ ໄດ້ 52 ຕື້ກວ່າກີບແລ້ວ



ສຳນັກຂ່າວສານປະເທດລາວລາຍງານ 2 ສິງຫາ 2018 ວ່າ: ຍອດການບໍລິຈາກ ທີ່ມີຫຼາຍພາກສ່ວນທັງພາກລັດ ແລະ ເອກະຊົນຈາກທັງພາຍໃນ ແລະ ຕ່າງປະເທດ ເພື່ອຊ່ວຍເຫຼືອຜູ້ປະສົບໄພພິບັດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ຢູ່ໜ່ວຍງານປະຊາສຳພັນ ແລະ ສະໜອງຂໍ້ມູນຂ່າວສານ ແຂວງອັດຕະປື ໄດ້ລາຍງານໃຫ້ຮູ້ວ່າ: ມາຮອດວັນທີ 1 ສິງຫາ 2018 ເວລາ 16:00 ໂມງ (ເລີ່ມແຕ່ວັນທີ 27 ກໍລະກົດ ເປັນຕົ້ນມາ) ໄດ້ 52 ຕື້ກວ່າກີບ, ໃນນັ້ນສະເພາະເງິນສົດມີ 15 ຕື້ກວ່າກີບ ແລະ ເປັນເຄື່ອງອຸປະໂພກ-ບໍລິໂພກ ລວມມູນຄ່າ 36 ກວ່າຕື້ກີບ.

No comments

Powered by Blogger.